Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊະຣາ 4:3 - ພຣະຄຳພີສັກສິ

3 ເຊຣຸບບາເບນ, ເຢຊູອາ ແລະ​ພວກ​ຫົວໜ້າ​ຂອງ​ຕະກຸນ​ຕ່າງໆ ໄດ້​ຕອບ​ພວກເຂົາ​ວ່າ, “ພວກເຮົາ​ບໍ່​ຕ້ອງການ​ໃຫ້​ພວກເຈົ້າ​ຊ່ວຍ​ສ້າງ​ວິຫານ​ສຳລັບ​ພຣະເຈົ້າ​ຂອງ​ພວກເຮົາ​ດອກ. ພວກເຮົາ​ຈະ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຂຶ້ນ​ເອງ ຕາມ​ຄຳສັ່ງ​ຂອງ​ກະສັດ​ໄຊຣັດ​ກະສັດ​ແຫ່ງ​ເປີເຊຍ.”

Uka jalj uñjjattʼäta Copia luraña




ເອຊະຣາ 4:3
16 Jak'a apnaqawi uñst'ayäwi  

ໃນ​ປີ​ທີ​ໜຶ່ງ ຊຶ່ງ​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ​ໄດ້​ຂຶ້ນ​ເປັນ​ຈັກກະພັດ ພຣະເຈົ້າຢາເວ​ໄດ້​ເຮັດ​ຕາມ​ຖ້ອຍຄຳ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້ ຜ່ານ​ທາງ​ຜູ້ທຳນວາຍ​ເຢເຣມີຢາ. ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ກະສັດ​ໄຊຣັດ​ອອກ​ຄຳສັ່ງ​ປະກາດ​ໄປ​ທົ່ວ​ທຸກໆ​ບ່ອນ​ໃນ​ອານາຈັກ​ຂອງເພິ່ນ ໂດຍ​ມີ​ຖ້ອຍຄຳ​ດັ່ງນີ້:


ໃນ​ປີ​ທຳອິດ​ທີ່​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ​ຂຶ້ນ​ເປັນ​ຈັກກະພັດ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ຜ່ານ​ປາກ​ຜູ້ທຳນວາຍ​ເຢເຣມີຢາ​ກາຍເປັນ​ຈິງ. ພຣະເຈົ້າຢາເວ​ໄດ້​ດົນໃຈ​ກະສັດ​ໄຊຣັດ​ໃຫ້​ອອກ​ຄຳສັ່ງ ແລະ​ຂຽນ​ຂໍ້ຄຳສັ່ງ​ນັ້ນ​ສົ່ງ​ອອກ​ໄປ ແລະ​ໃຫ້​ອ່ານ​ດັງໆ​ຕາມ​ທຸກບ່ອນ​ທົ່ວ​ອານາຈັກ​ຂອງ​ເພິ່ນ ໂດຍ​ມີ​ຂໍ້​ຄວາມ​ດັ່ງນີ້:


“ຕໍ່ໄປນີ້​ແມ່ນ​ຄຳສັ່ງ​ຂອງ​ກະສັດ​ໄຊຣັດ ຈັກກະພັດ​ແຫ່ງ​ເປີເຊຍ. ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ສະຫວັນ ໄດ້​ໃຫ້​ຂ້າພະເຈົ້າ​ປົກຄອງ​ອານາຈັກ​ທັງໝົດ​ທົ່ວທັງ​ແຜ່ນດິນ​ໂລກ ແລະ​ໃຫ້​ຂ້າພະເຈົ້າ​ຮັບຜິດຊອບ​ສ້າງ​ວິຫານ​ຫລັງ​ໜຶ່ງ​ຂຶ້ນ​ໃຫ້​ພຣະອົງ​ທີ່​ນະຄອນ​ເຢຣູຊາເລັມ​ໃນ​ຢູດາຍ.


ຂໍ​ໃຫ້​ພຣະເຈົ້າ​ສະຖິດ​ຢູ່​ນຳ​ພວກທ່ານ ຜູ້​ທີ່​ເປັນ​ປະຊາຊົນ​ຂອງ​ພຣະອົງ. ພວກທ່ານ​ຈະ​ຕ້ອງ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຂຶ້ນ​ໃໝ່ ຄື​ພຣະອົງ​ເປັນ​ພຣະເຈົ້າ​ທີ່​ສະຖິດ​ໃນ​ນະຄອນ​ເຢຣູຊາເລັມ.


ສະນັ້ນ ໃນ​ເດືອນ​ທີ​ສອງ​ຂອງ​ປີ​ຕໍ່ມາ ເມື່ອ​ກັບ​ມາ​ຮອດ​ບ່ອນ​ຕັ້ງ​ວິຫານ​ຂອງ​ພຣະເຈົ້າ​ທີ່​ນະຄອນ​ເຢຣູຊາເລັມ​ແລ້ວ ພວກເຂົາ​ກໍໄດ້​ລົງມື​ເຮັດ​ວຽກ​ໂລດ. ພວກ​ເຫຼົ່ານີ້​ມີ​ດັ່ງນີ້: ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ, ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ, ພີ່ນ້ອງ​ຮ່ວມ​ຊາດ​ທີ່​ເຫຼືອ​ຢູ່, ບັນດາ​ປະໂຣຫິດ​ຊາວ​ເລວີ ແລະ​ທຸກຄົນ​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ທີ່​ໄດ້​ກັບຄືນ​ມາ​ສູ່​ນະຄອນ​ເຢຣູຊາເລັມ ກໍໄດ້​ຊ່ວຍ​ໃນ​ວຽກ​ການ​ນີ້. ຊາວ​ເລວີ​ທຸກຄົນ​ທີ່​ມີ​ອາຍຸ​ຊາວ​ປີ​ຂຶ້ນ​ໄປ ກໍ​ມີ​ໜ້າທີ່​ຮັບຜິດຊອບ​ຕໍ່​ການ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ຂຶ້ນ​ໃໝ່.


ຂ້າພະເຈົ້າ​ຕອບ​ວ່າ, “ພຣະເຈົ້າ​ແຫ່ງ​ສະຫວັນ ຈະ​ໃຫ້​ພວກເຮົາ​ດຳເນີນ​ວຽກງານ​ນີ້​ສຳເລັດ. ພວກເຮົາ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ ແລະ​ກຳລັງ​ຈະ​ສ້າງ​ເມືອງ​ຂຶ້ນ​ໃໝ່. ແຕ່​ພວກທ່ານ​ບໍ່ມີ​ສິດ​ໃນ​ສົມບັດ​ສ່ວນ​ໃດໆ​ທີ່​ນະຄອນ​ເຢຣູຊາເລັມ​ນີ້ ແລະ​ທັງ​ບໍ່ມີ​ສ່ວນແບ່ງ​ໃດໆ​ໃນ​ເລື່ອງ​ນີ້​ດ້ວຍ.”


ເຮົາ​ສັ່ງ​ໄຊຣັດ​ວ່າ, ‘ເຈົ້າ​ຄື​ຜູ້​ທີ່​ຈະ​ປົກຄອງ​ໃຫ້​ເຮົາ ເຈົ້າ​ຈະ​ເຮັດ​ແຕ່​ສິ່ງ​ທີ່​ເຮົາ​ຕ້ອງການ​ໃຫ້​ເຮັດ​ເທົ່ານັ້ນ: ເຈົ້າ​ຈະ​ສັ່ງ​ໃຫ້​ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່ ຮາກຖານ​ພຣະວິຫານ​ກໍ​ຈະ​ຖືກ​ວາງ​ໄວ້​ຄືກັນ.”’


ເຮົາ​ຕັ້ງ​ເຈົ້າ​ໃຫ້​ຊ່ວຍ​ອິດສະຣາເອນ​ຜູ້ຮັບໃຊ້​ຂອງເຮົາ ຄື​ຊ່ວຍເຫລືອ​ປະຊາຊົນ​ທີ່​ເຮົາ​ໄດ້​ເລືອກເອົາ​ນັ້ນ. ເຮົາ​ໄດ້​ໃຫ້​ເຈົ້າ​ມີ​ກຽດສັກສີ​ອັນ​ໃຫຍ່ຫລວງ ເຖິງ​ວ່າ​ເຈົ້າ​ບໍ່​ຮູ້ຈັກ​ເຮົາ​ເລີຍ​ກໍຕາມ.


“ເບິ່ງແມ! ເຮົາ​ໃຊ້​ພວກເຈົ້າ​ອອກ​ໄປ​ເໝືອນ​ແກະ​ຢູ່​ໃນ​ທ່າມກາງ​ຝູງ​ໝາໄນ. ສະນັ້ນ ຈົ່ງ​ສະຫລາດ​ເໝືອນ​ງູ ແລະ​ອ່ອນສຸພາບ​ເໝືອນ​ນົກເຂົາ.


ຍິງ​ຊາວ​ຊາມາເຣຍ​ຕອບ​ພຣະອົງ​ວ່າ, “ດ້ວຍເຫດໃດ​ທ່ານ​ຜູ້​ເປັນ​ຄົນ​ຢິວ ຈຶ່ງ​ຂໍ​ດື່ມ​ນໍ້າ​ຈາກ​ຂ້ານ້ອຍ ທີ່​ເປັນ​ຄົນ​ຊາມາເຣຍ?” (ຊາວ​ຢິວ ແລະ ຊາວ​ຊາມາເຣຍ​ບໍ່ມີ​ສ່ວນ​ກ່ຽວ​ຂ້ອງ​ກັນ).


ເຈົ້າ​ບໍ່ມີ​ສ່ວນ​ໃນ​ພາລະກິດ​ຂອງ​ພວກເຮົາ ເພາະ​ຈິດໃຈ​ຂອງ​ເຈົ້າ​ບໍ່​ສັດຊື່​ຕໍ່ໜ້າ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka