Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊະຣາ 4:2 - ພຣະຄຳພີສັກສິ

2 ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ​ຫາ​ເຊຣຸບບາເບນ ແລະ​ພວກ​ຫົວໜ້າ​ຂອງ​ຕະກຸນ​ຕ່າງໆ ແລະ​ກ່າວ​ວ່າ, “ຂໍ​ໃຫ້​ພວກເຮົາ​ໄດ້​ຮ່ວມ​ຊ່ວຍ​ສ້າງ​ພຣະວິຫານ​ດ້ວຍ. ພວກເຮົາ​ແລະ​ພວກທ່ານ​ກໍ​ນະມັດສະການ​ພຣະເຈົ້າ​ອົງ​ດຽວກັນ ແລະ​ເຄີຍ​ໄດ້​ເຜົາ​ເຄື່ອງ​ບູຊາ​ແກ່​ພຣະອົງ ຕັ້ງແຕ່​ຄາວ​ທີ່​ກະສັດ​ເອສາຮັດໂດນ​ແຫ່ງ​ອັດຊີເຣຍ​ໄດ້​ສົ່ງ​ພວກເຮົາ​ມາ​ຢູ່​ທີ່ນີ້.”

Uka jalj uñjjattʼäta Copia luraña




ເອຊະຣາ 4:2
19 Jak'a apnaqawi uñst'ayäwi  

ເມື່ອ​ນິມໂຣດ​ໜີ​ຈາກ​ດິນແດນ​ນີ້​ໄປ ເພິ່ນ​ຈຶ່ງ​ໄປ​ທີ່​ປະເທດ​ອັດຊີເຣຍ ແລະ​ສ້າງ​ເມືອງ​ຕ່າງໆ​ຂຶ້ນ​ອີກ​ດັ່ງນີ້: ນີເນເວ, ເຣໂຮໂບດ​ອີເຣ, ກາລາ,


ກະສັດ​ອັດຊີເຣຍ​ໄດ້​ນຳ​ເອົາ​ປະຊາຊົນ​ແຕ່​ເມືອງ​ຕ່າງໆ​ຂອງ​ນະຄອນ​ບາບີໂລນ, ເມືອງກຸດ, ເມືອງ​ອີວາ, ເມືອງ​ຮາມັດ ແລະ​ເມືອງ​ເສຟາກວາອິມ ໃຫ້​ມາ​ຕັ້ງ​ຖິ່ນຖານ​ຢູ່​ເມືອງ​ຕ່າງໆ​ຂອງ​ນະຄອນ​ຊາມາເຣຍ ແທນ​ພວກ​ອິດສະຣາເອນ​ທີ່​ໄດ້​ຖືກ​ກວາດ​ໄປ​ເປັນ​ຊະເລີຍ​ນັ້ນ. ພວກເຂົາ​ໄດ້​ເຂົ້າ​ມາ​ຄອບຄອງ​ດິນແດນ ແລະ​ອາໄສ​ຢູ່​ໃນ​ເມືອງ​ເຫຼົ່ານີ້.


ສະນັ້ນ ປະຊາຊົນ​ເຫຼົ່ານັ້ນ​ຈຶ່ງ​ໄດ້​ນະມັດສະການ​ພຣະເຈົ້າຢາເວ​ແດ່ ແຕ່​ກໍ​ຍັງ​ຂາບໄຫວ້​ຮູບ​ພະ​ຂອງ​ພວກເຂົາ​ຄືກັນ ແລະ​ທຸກ​ວັນນີ້ ບັນດາ​ລູກຫລານ​ຂອງ​ພວກເຂົາ​ກໍ​ຍັງ​ສືບຕໍ່​ເຮັດ​ຄື​ເກົ່າ​ຕາມ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເຮັດມາ.


ວັນ​ໜຶ່ງ ເມື່ອ​ເພິ່ນ​ກຳລັງ​ຂາບໄຫວ້​ພະ​ທີ່​ວິຫານ​ພະ​ນີຊະຣົກ​ພະ​ຂອງເພິ່ນ; ອັດຣຳເມເລັກ​ແລະ​ຊາເຣເຊ​ກໍໄດ້​ຂ້າ​ເພິ່ນ​ເສຍ. ສອງ​ຄົນ​ນີ້​ເປັນ​ລູກຊາຍ​ຂອງ​ເພິ່ນ​ເອງ. ແລ້ວ​ພວກເຂົາ​ກໍ​ປົບໜີໄປ​ປະເທດ​ອາຣາຣັດ. ລູກຊາຍ​ຂອງ​ເພິ່ນ​ອີກ​ຄົນ​ໜຶ່ງ​ຊື່​ວ່າ ເອສາຮັດໂດນ ໄດ້​ຂຶ້ນ​ປົກຄອງ​ແທນ.


ແລ້ວ​ຫົວໜ້າ​ຕະກຸນ​ຕ່າງໆ​ໃນ​ເຜົ່າຢູດາ ແລະ ເຜົ່າ​ເບັນຢາມິນ, ບັນດາ​ປະໂຣຫິດ ແລະ ຊາວ​ເລວີ, ພ້ອມ​ທັງ​ຄົນອື່ນໆ​ທີ່​ພຣະເຈົ້າ​ດົນໃຈ ຕ່າງ​ກໍໄດ້​ຕຽມຕົວ​ເພື່ອ​ກັບ​ໄປ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ທີ່​ນະຄອນ​ເຢຣູຊາເລັມ.


ບັນດາ​ຜູ້ນຳ​ຂອງ​ພວກເຂົາ​ມີ​ດັ່ງນີ້: ເຊຣຸບບາເບນ, ເຢຊູອາ, ເນເຫມີຢາ, ເສຣາອີຢາ, ເຣເອລາອີຢາ, ມໍເດໄກ, ບິນຊານ, ມີຊະປາ, ບິກໄຫວ, ເຣຫຸມ ແລະ​ບາອານາ. ຕໍ່ໄປນີ້​ແມ່ນ​ລາຍຊື່​ຂອງ​ຕະກຸນ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ພ້ອມ​ທັງ​ຈຳນວນ​ຄົນ​ຂອງ​ແຕ່ລະ​ຕະກຸນ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ:


ແຕ່​ຍັງ​ມີ​ປະໂຣຫິດ​ຜູ້​ອາວຸໂສ​ຫລາຍ​ຄົນ, ພວກເລວີ, ຫົວໜ້າ​ຕະກຸນ​ຕ່າງໆ​ທີ່​ເຄີຍ​ເຫັນ​ວິຫານ​ຫລັງ​ກ່ອນ​ມາ​ແລ້ວ ເມື່ອ​ໄດ້​ລໍ​ເຝົ້າເບິ່ງ​ການ​ວາງ​ຮາກຖານ​ຂອງ​ວິຫານ​ຢູ່​ນັ້ນ ຕ່າງ​ກໍ​ຮ້ອງໄຫ້ ແລະ​ຄໍ່າຄວນ. ແຕ່​ຄົນອື່ນ​ຢູ່​ໃນ​ທີ່ນັ້ນ​ພາກັນ​ໂຮຮ້ອງ​ຂຶ້ນ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ.


ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ, ໝູ່ເພື່ອນ​ປະໂຣຫິດ​ຂອງ​ລາວ ແລະ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ​ພ້ອມ​ທັງ​ຍາດຕິພີ່ນ້ອງ, ໄດ້​ສ້າງ​ແທ່ນບູຊາ​ສຳລັບ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຂຶ້ນ​ໃໝ່ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ເຜົາ​ເຄື່ອງ​ບູຊາ​ຖວາຍ​ທີ່​ເທິງ​ແທ່ນ​ນັ້ນ ຕາມ​ຄຳແນະນຳ​ທີ່​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ​ຄົນ​ຂອງ​ພຣະເຈົ້າ.


ໂອ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ພຮະເຈົ້າ​ຊົງຣິດ ແລະ​ອຳນາດ​ຍິ່ງໃຫຍ່ ຊົງ​ກະທຳ​ໃຫ້​ຢ້ານກົວ​ແລະ​ຊົງ​ຍິ່ງໃຫຍ່​ແທ້ ພຣະອົງ​ຮັກສາ​ພັນທະສັນຍາ​ຢ່າງ​ສັດຊື່ ຄາວ​ກະສັດ​ອັດຊີເຣຍ​ໄດ້​ຂົ່ມເຫັງ​ພວກ​ຂ້ານ້ອຍ. ຈົນເຖິງ​ບັດນີ້​ພວກ​ຂ້ານ້ອຍ​ຍັງ​ໄດ້​ທົນທຸກ​ໜັກ ລວມ​ກະສັດ ແລະ​ຜູ້ນຳ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ ພວກ​ປະໂຣຫິດ ແລະ​ທັງ​ພວກ​ຜູ້ທຳນວາຍ ກັບ​ບັນພະບຸລຸດ ແລະ​ປະຊາຊົນ​ອີກ​ດ້ວຍ. ທຸກຄົນ​ຕ່າງ​ກໍໄດ້​ຮັບ​ຄວາມ​ທົນທຸກ​ທໍລະມານ ຂໍໂຜດ​ລະນຶກເຖິງ​ພວກ​ຂ້ານ້ອຍ​ແດ່ທ້ອນ


ພວກເຂົາ​ຫົວຂວັນ​ໃສ່​ຄົນອື່ນ​ແລະ​ເວົ້າ​ແຕ່​ສິ່ງ​ບໍ່​ດີ ພວກເຂົາ​ຈອງຫອງ​ແລະ​ວາງແຜນ​ກົດຂີ່​ຂົ່ມເຫັງ​ຄົນອື່ນ.


ແລ້ວ​ເຈົ້າ​ເຊັນນາເກຣິບ ກະສັດ​ແຫ່ງ​ອັດຊີເຣຍ​ກໍ​ລ່າຖອຍ​ກັບຄືນ​ເມືອ​ເມືອງ​ນີເນເວ.


ວັນ​ໜຶ່ງ ໃນ​ຂະນະທີ່​ເພິ່ນ​ກຳລັງ​ຂາບໄຫວ້​ນີຊະໂລກ ພະ​ຂອງຕົນ​ຢູ່​ໃນ​ວິຫານ ອັດຣຳເມເລັກ​ແລະ​ຊາເຣເຊ ລູກຊາຍ​ສອງ​ຄົນ​ຂອງ​ເພິ່ນ ໄດ້​ສັງຫານ​ເພິ່ນ​ດ້ວຍ​ດາບ​ຂອງ​ພວກເຂົາ ແລ້ວ​ກໍ​ປົບໜີໄປ​ໃນ​ດິນແດນ​ອາຣາຣັດ. ເອສາຮັດໂດນ​ລູກຊາຍ​ອີກ​ຄົນ​ໜຶ່ງ​ຂອງ​ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ.


ອັດຊີເຣຍ​ບໍ່ເຄີຍ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ ມ້າ​ເສິກ​ໃຫ້​ຄວາມ​ຄຸ້ມຄອງ​ແກ່​ພວກ​ຂ້ານ້ອຍ​ກໍ​ບໍ່ໄດ້. ພວກ​ຂ້ານ້ອຍ​ຈະ​ບໍ່​ກ່າວ​ຕໍ່​ຮູບເຄົາຣົບ​ຂອງ​ພວກ​ຂ້ານ້ອຍ​ອີກ​ວ່າ ພວກມັນ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ. ຂ້າແດ່​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ຂໍໂຜດ​ສຳແດງ​ຄວາມ​ເມດຕາ​ຕໍ່​ພວກ​ຂ້ານ້ອຍ ທີ່​ຂາດ​ຜູ້​ເພິ່ງພາ​ອາໄສ​ດ້ວຍ​ເຖີດ.”


ແຕ່​ມີ​ພີ່ນ້ອງ​ທີ່​ແປກປອມ​ໄດ້​ລັກລອບ​ເຂົ້າ​ມາ ເພື່ອ​ຈະ​ສອດແນມ​ເບິ່ງ​ເສລີພາບ​ຂອງ​ພວກເຮົາ ທີ່​ມີ​ຢູ່​ເພາະ​ພຣະເຢຊູ​ຄຣິດເຈົ້າ ພວກເຂົາ​ຫວັງ​ຈະ​ບັງຄັບ​ພວກເຮົາ ໃຫ້​ກັບ​ໄປ​ເປັນ​ຂ້ອຍຂ້າ​ຂອງ​ກົດບັນຍັດ​ອີກ


ຢາເນ​ກັບ​ຢຳເບ ຂັດຂວາງ​ຕໍ່ສູ້​ກັບ​ໂມເຊ​ສັນໃດ ຄົນ​ເຫຼົ່ານີ້ ກໍ​ຂັດຂວາງ​ຕໍ່ສູ້​ກັບ​ຄວາມຈິງ​ສັນນັ້ນ​ເໝືອນກັນ ເຂົາ​ເປັນ​ຄົນ​ມີ​ໃຈ​ຊົ່ວຮ້າຍ ແລະ​ໃນ​ດ້ານ​ຄວາມເຊື່ອ​ນັ້ນ ເຂົາ​ໃຊ້​ບໍ່ໄດ້​ເລີຍ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka