ເອຊະຣາ 4:12 - ພຣະຄຳພີສັກສິ12 ພວກຂ້ານ້ອຍຂໍຮຽນໃຫ້ທ່ານຊາບວ່າ ຊາວຢິວແຕ່ແຄວ້ນອື່ນໆຂອງທ່ານທີ່ໄດ້ມາຢູ່ໃນບ່ອນນີ້ ໄດ້ຕັ້ງຖິ່ນຖານຢູ່ໃນນະຄອນເຢຣູຊາເລັມ ແລະທັງໄດ້ສ້າງເມືອງຊົ່ວຊ້າ ແລະເມືອງຂອງພວກກະບົດຂຶ້ນໃໝ່. ພວກເຂົາເລີ່ມສ້າງກຳແພງເມືອງຂຶ້ນໃໝ່ ແລະອີກບໍ່ດົນກໍຈະສຳເລັດ. Uka jalj uñjjattʼäta |
ທ່ານຈົ່ງອອກຄຳສັ່ງໃຫ້ຄົ້ນຫາເອກະສານ ຊຶ່ງບັນພະບຸລຸດຂອງທ່ານໄດ້ເກັບມ້ຽນໄວ້. ຖ້າທ່ານຄົ້ນເບິ່ງ ທ່ານກໍຈະເຫັນວ່າ ເມືອງນີ້ໄດ້ເກີດມີການກະບົດຢູ່ເລື້ອຍໆ ແລະຕັ້ງແຕ່ສະໄໝກ່ອນເປັນຕົ້ນມາ ບັນດາກະສັດແລະບັນດາຜູ້ປົກຄອງແຂວງໄດັຮັບຄວາມເດືອດຮ້ອນຢູ່ສະເໝີ. ປະຊາຊົນກໍເປັນຜູ້ທີ່ປົກຄອງຍາກ. ດ້ວຍເຫດນີ້ ເມືອງນີ້ຈຶ່ງຖືກທຳລາຍ.
ພວກເຂົາໄດ້ບອກຂ້າພະເຈົ້າວ່າ, ພວກທີ່ລອດຊີວິດກັບມາສູ່ຖິ່ນຖານເດີມນັ້ນ ໄດ້ຮັບຄວາມລຳບາກຫລາຍ ແລະຄົນຕ່າງຊາດທີ່ຢູ່ໃກ້ຄຽງກໍດູໝິ່ນປະໝາດພວກເຂົາ. ພວກເຂົາຍັງໄດ້ບອກຂ້າພະເຈົ້າອີກວ່າ, “ກຳແພງຂອງນະຄອນເຢຣູຊາເລັມກໍຍັງພັງທະລາຍຢູ່ ແລະປະຕູຂອງກຳແພງເມືອງກໍຍັງບໍ່ທັນໄດ້ຖືກສ້າງຂຶ້ນໃໝ່ ຕັ້ງແຕ່ສະໄໝຖືກຈູດພຸ້ນ.”
ໂດຍມີຖ້ອຍຄຳດັ່ງນີ້: “ເກເຊມບອກຂ້າພະເຈົ້າເຖິງຂ່າວທີ່ກຳລັງຊ່າລືກັນທົ່ວໄປ ຢູ່ໃນທ່າມກາງປະຊາຊົນທີ່ໃກ້ຄຽງວ່າ ທ່ານແລະປະຊາຊົນຊາວຢິວມີຄວາມຕັ້ງໃຈທີ່ຈະກໍ່ການກະບົດຂຶ້ນ; ດ້ວຍເຫດນີ້ ທ່ານຈຶ່ງສ້າງກຳແພງເມືອງຂຶ້ນໃໝ່. ລາວຍັງໄດ້ບອກຂ້າພະເຈົ້າອີກວ່າ ທ່ານເອງຈະຕັ້ງຕົວຂຶ້ນເປັນກະສັດ.
ອັນນີ້ແມ່ນສິ່ງທີ່ເຈົ້າຕ້ອງຮູ້ແລະເຂົ້າໃຈ: ນັບຕັ້ງແຕ່ເວລາອອກຄຳສັ່ງໃຫ້ສ້າງນະຄອນເຢຣູຊາເລັມຂຶ້ນໃໝ່ ຈົນເຖິງພຣະເຈົ້າເລືອກເອົາຜູ້ນຳຂຶ້ນມາ ເຈັດອາທິດແລະຫົກສິບສອງອາທິດ ນະຄອນເຢຣູຊາເລັມຈະຖືກສ້າງຂຶ້ນໃໝ່ຢ່າງເຂັ້ມແຂງພ້ອມດ້ວຍຖະໜົນຫົນທາງ ແລະປ້ອມປ້ອງກັນເມືອງ, ແຕ່ມັນຈະເປັນເວລາແຫ່ງຄວາມລຳບາກ.