ເອຊະຣາ 4:10 - ພຣະຄຳພີສັກສິ10 ພ້ອມທັງປະຊາຊົນອື່ນໆທີ່ຖືກເຈົ້າອາຊູບານີປານ ຜູ້ຍິ່ງໃຫຍ່ແລະມີອຳນາດ ໄດ້ຍົກຍ້າຍພວກເຂົາອອກຈາກບ້ານເກີດເມືອງນອນໃຫ້ມາຕັ້ງຫຼັກແຫຼ່ງຢູ່ໃນນະຄອນຊາມາເຣຍ ແລະຕາມບ່ອນອື່ນໆໃນແຂວງທາງພາກຕາເວັນຕົກຂອງແມ່ນໍ້າເອີຟຣັດ.” Uka jalj uñjjattʼäta |
ລາວເວົ້າຕໍ່ໜ້າໝູ່ເພື່ອນ ແລະທະຫານຊາວຊາມາເຣຍວ່າ, “ຊາວຢິວທີ່ໜ້າສົມເພດເວດທະນາພວກນີ້ ຄິດຢ່າງໃດຈຶ່ງເຮັດເຊັ່ນນີ້? ພວກເຂົາຕັ້ງໃຈຈະສ້າງເມືອງຂຶ້ນໃໝ່ຊັ້ນບໍ? ພວກເຂົາຄິດວ່າ ການນຳເຄື່ອງມາເຜົາບູຊານັ້ນ ຈະພາໃຫ້ພວກເຂົາເຮັດວຽກແລ້ວໃນມື້ດຽວຊັ້ນບໍ? ພວກເຂົາຈະເອົາເສດຫີນກຳແພງແຕກກໍ່ສ້າງຂຶ້ນໃໝ່ໄດ້ຊັ້ນບໍ?”
ໂອ ພຣະເຈົ້າຂອງພວກຂ້ານ້ອຍເອີຍ ພຮະເຈົ້າຊົງຣິດ ແລະອຳນາດຍິ່ງໃຫຍ່ ຊົງກະທຳໃຫ້ຢ້ານກົວແລະຊົງຍິ່ງໃຫຍ່ແທ້ ພຣະອົງຮັກສາພັນທະສັນຍາຢ່າງສັດຊື່ ຄາວກະສັດອັດຊີເຣຍໄດ້ຂົ່ມເຫັງພວກຂ້ານ້ອຍ. ຈົນເຖິງບັດນີ້ພວກຂ້ານ້ອຍຍັງໄດ້ທົນທຸກໜັກ ລວມກະສັດ ແລະຜູ້ນຳຂອງພວກຂ້ານ້ອຍດ້ວຍ ພວກປະໂຣຫິດ ແລະທັງພວກຜູ້ທຳນວາຍ ກັບບັນພະບຸລຸດ ແລະປະຊາຊົນອີກດ້ວຍ. ທຸກຄົນຕ່າງກໍໄດ້ຮັບຄວາມທົນທຸກທໍລະມານ ຂໍໂຜດລະນຶກເຖິງພວກຂ້ານ້ອຍແດ່ທ້ອນ