Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊະຣາ 3:9 - ພຣະຄຳພີສັກສິ

9 ເຢຊູອາ​ຄົນເລວີ ພ້ອມ​ທັງ​ພວກ​ລູກຊາຍ​ຂອງ​ລາວ ແລະ​ຍາດພີ່ນ້ອງ ແລະ​ກາດມີເອນ ພ້ອມ​ທັງ​ພວກ​ລູກຊາຍ​ຂອງຕົນ (ຄື​ຕະກຸນ​ໂຮດາວີຢາ) ໄດ້​ຮ່ວມ​ມື​ກັນ​ຮັບຜິດຊອບ​ໃນ​ການ​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຂຶ້ນ​ໃໝ່. (ຊາວ​ເລວີ​ໄດ້​ຮັບ​ການ​ຊ່ວຍເຫລືອ​ຈາກ​ຕະກຸນ​ເຮນາດາດ.)

Uka jalj uñjjattʼäta Copia luraña




ເອຊະຣາ 3:9
6 Jak'a apnaqawi uñst'ayäwi  

ກະສັດ​ມອບໝາຍ​ຊາວສີ່​ພັນ​ຄົນ ໃຫ້​ບໍລິຫານ​ວຽກງານ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ; ຫົກພັນ​ຄົນ ໃຫ້​ຮັກສາ​ທະບຽນ​ແລະ​ຕັດສິນ​ຂໍ້​ໂຕ້ແຍ້ງ​ຕ່າງໆ;


ຄົນ​ທີ່​ໄດ້​ເຮັດ​ວຽກ​ສ້ອມແປງ​ລ້ວນແຕ່​ເປັນ​ຄົນ​ສັດຊື່. ພວກເລວີ​ສີ່​ຄົນ​ທີ່​ເປັນ​ຜູ້​ຄວບຄຸມ​ກວດກາ​ວຽກງານ ມີ​ດັ່ງນີ້: ຢາຮາດ​ແລະ​ໂອບາດີຢາ​ຈາກ​ຕະກຸນ​ເມຣາຣີ, ເຊກາຣີຢາ​ແລະ​ເມຊຸນລຳ​ຈາກ​ຕະກຸນ​ໂກຮາດ. (ຊາວ​ເລວີ​ກໍ​ລ້ວນແລ້ວແຕ່​ເປັນ​ນັກດົນຕຼີ​ທີ່​ມີ​ສີມື​ດີ.)


ຕະກຸນ​ຕ່າງໆ​ຂອງ​ຊາວ​ເລວີ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ມີ​ດັ່ງນີ້: ເຢຊູອາ ແລະ ກາດມີເອນ (ເຊື້ອສາຍ​ຂອງ​ໂຮດາວີຢາ) - 74 ຄົນ


ສະນັ້ນ ໃນ​ເດືອນ​ທີ​ສອງ​ຂອງ​ປີ​ຕໍ່ມາ ເມື່ອ​ກັບ​ມາ​ຮອດ​ບ່ອນ​ຕັ້ງ​ວິຫານ​ຂອງ​ພຣະເຈົ້າ​ທີ່​ນະຄອນ​ເຢຣູຊາເລັມ​ແລ້ວ ພວກເຂົາ​ກໍໄດ້​ລົງມື​ເຮັດ​ວຽກ​ໂລດ. ພວກ​ເຫຼົ່ານີ້​ມີ​ດັ່ງນີ້: ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ, ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ, ພີ່ນ້ອງ​ຮ່ວມ​ຊາດ​ທີ່​ເຫຼືອ​ຢູ່, ບັນດາ​ປະໂຣຫິດ​ຊາວ​ເລວີ ແລະ​ທຸກຄົນ​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ທີ່​ໄດ້​ກັບຄືນ​ມາ​ສູ່​ນະຄອນ​ເຢຣູຊາເລັມ ກໍໄດ້​ຊ່ວຍ​ໃນ​ວຽກ​ການ​ນີ້. ຊາວ​ເລວີ​ທຸກຄົນ​ທີ່​ມີ​ອາຍຸ​ຊາວ​ປີ​ຂຶ້ນ​ໄປ ກໍ​ມີ​ໜ້າທີ່​ຮັບຜິດຊອບ​ຕໍ່​ການ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ຂຶ້ນ​ໃໝ່.


ບິນນູອີ​ລູກຊາຍ​ຂອງ​ເຮນາດາດ​ໄດ້​ສ້າງ​ສ່ວນ​ຕໍ່ໄປ ຕັ້ງແຕ່​ເຮືອນ​ຂອງ​ອາຊາຣີຢາ ຈົນ​ໄປຮອດ​ແຈ​ຂອງ​ກຳແພງ​ເມືອງ;


ຕະກຸນ​ຕ່າງໆ​ຂອງ​ຊາວ​ເລວີ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ມີ​ດັ່ງນີ້: ເຢຊູອາ​ແລະ​ກາດມີເອນ (ເຊື້ອສາຍ​ຂອງ​ໂຮດາວີຢາ) - 74 ຄົນ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka