ເອຊະຣາ 3:8 - ພຣະຄຳພີສັກສິ8 ສະນັ້ນ ໃນເດືອນທີສອງຂອງປີຕໍ່ມາ ເມື່ອກັບມາຮອດບ່ອນຕັ້ງວິຫານຂອງພຣະເຈົ້າທີ່ນະຄອນເຢຣູຊາເລັມແລ້ວ ພວກເຂົາກໍໄດ້ລົງມືເຮັດວຽກໂລດ. ພວກເຫຼົ່ານີ້ມີດັ່ງນີ້: ເຊຣຸບບາເບນລູກຊາຍຂອງເຊອານຕີເອນ, ເຢຊູອາລູກຊາຍຂອງໂຢຊາດັກ, ພີ່ນ້ອງຮ່ວມຊາດທີ່ເຫຼືອຢູ່, ບັນດາປະໂຣຫິດຊາວເລວີ ແລະທຸກຄົນທີ່ເປັນຊະເລີຍໃນຕ່າງຖິ່ນ ທີ່ໄດ້ກັບຄືນມາສູ່ນະຄອນເຢຣູຊາເລັມ ກໍໄດ້ຊ່ວຍໃນວຽກການນີ້. ຊາວເລວີທຸກຄົນທີ່ມີອາຍຸຊາວປີຂຶ້ນໄປ ກໍມີໜ້າທີ່ຮັບຜິດຊອບຕໍ່ການສ້າງວິຫານຂອງພຣະເຈົ້າຢາເວຂຶ້ນໃໝ່. Uka jalj uñjjattʼäta |
ເຢຊູອາລູກຊາຍຂອງໂຢຊາດັກ, ໝູ່ເພື່ອນປະໂຣຫິດຂອງລາວ ແລະເຊຣຸບບາເບນລູກຊາຍຂອງເຊອານຕີເອນພ້ອມທັງຍາດຕິພີ່ນ້ອງ, ໄດ້ສ້າງແທ່ນບູຊາສຳລັບພຣະເຈົ້າຂອງຊາດອິດສະຣາເອນຂຶ້ນໃໝ່ ເພື່ອວ່າພວກເຂົາຈະໄດ້ເຜົາເຄື່ອງບູຊາຖວາຍທີ່ເທິງແທ່ນນັ້ນ ຕາມຄຳແນະນຳທີ່ມີຂຽນໄວ້ໃນກົດບັນຍັດຂອງໂມເຊຄົນຂອງພຣະເຈົ້າ.
ໃນປີທີສອງ ທີ່ດາຣິອຸດໄດ້ຂຶ້ນເປັນຈັກກະພັດແຫ່ງເປີເຊຍ ອັນກົງກັບວັນທີໜຶ່ງຂອງເດືອນທີຫົກ; ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງໂດຍທາງຜູ້ທຳນວາຍຮັກກາຍ. ຖ້ອຍຄຳນີ້ແມ່ນສຳລັບເຊຣຸບບາເບນລູກຊາຍຂອງເຊອານຕີເອນ ທີ່ເປັນຜູ້ປົກຄອງຊາດຢູດາຍ ແລະສຳລັບເຢຊູອາລູກຊາຍຂອງໂຢຊາດັກ ຜູ້ເປັນມະຫາປະໂຣຫິດ.
ກ່າວວ່າ, “ເຊຣຸບບາເບນໄດ້ວາງຮາກຖານຂອງພຣະວິຫານແລ້ວ ແລະລາວຈະສ້າງຕຶກໃຫ້ສຳເລັດ. ເມື່ອເຫດການນີ້ເກີດຂຶ້ນ ປະຊາຊົນຂອງເຮົາຈະຮູ້ວ່າແມ່ນພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ທີ່ໄດ້ໃຊ້ເຈົ້າໄປຫາພວກເຂົາ. 10(ກ) ພວກເຂົາຜິດຫວັງກໍເພາະວ່າວຽກງານບໍ່ກ້າວໜ້າ. ແຕ່ພວກເຂົາຈະເຫັນເຊຣຸບບາເບນສືບຕໍ່ສ້າງພຣະວິຫານ ແລະພວກເຂົາກໍຈະຊົມຊື່ນຍິນດີ.”