Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊະຣາ 3:7 - ພຣະຄຳພີສັກສິ

7 ຕໍ່ມາ ປະຊາຊົນ​ກໍ​ຈ່າຍ​ເງິນ​ໃຫ້​ຊ່າງ​ຕັດ​ຫີນ ແລະ​ຊ່າງ​ໄມ້; ແລະ​ໄດ້​ເອົາ​ອາຫານ, ເຄື່ອງດື່ມ ແລະ​ນໍ້າມັນ​ໝາກກອກເທດ ສົ່ງ​ໄປ​ທີ່​ເມືອງ​ຕີເຣ ແລະ ຊີໂດນ ເພື່ອ​ແລກປ່ຽນ​ກັບ​ໄມ້ແປກ​ຈາກ​ເລບານອນ ຊຶ່ງ​ໄມ້​ເຫຼົ່ານີ້​ໄດ້​ຖືກ​ນຳ​ມາ​ທາງ​ທະເລ​ຈາກ​ເມືອງ​ຢົບປາ. ທຸກສິ່ງ​ທີ່​ໄດ້​ລົງມື​ເຮັດ​ນັ້ນ​ແມ່ນ​ໄດ້​ຮັບ​ອະນຸຍາດ​ຈາກ​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ.

Uka jalj uñjjattʼäta Copia luraña




ເອຊະຣາ 3:7
20 Jak'a apnaqawi uñst'ayäwi  

ກະສັດ​ຮີຣາມ​ແຫ່ງ​ຕີເຣ​ໄດ້​ສົ່ງ​ຄະນະທູດ​ການຄ້າ​ມາ​ຫາ​ກະສັດ​ດາວິດ ພ້ອມ​ທັງ​ສົ່ງ​ໄມ້ແປກ, ຊ່າງ​ໄມ້, ຊ່າງ​ກໍ່​ເພື່ອ​ສ້າງ​ວັງ​ຂອງ​ກະສັດ​ດາວິດ.


ດັ່ງນັ້ນ ຂໍ​ທ່ານ​ຈົ່ງ​ສົ່ງ​ຄົນ​ຂອງທ່ານ​ໄປ​ທີ່​ພູ​ເລບານອນ ເພື່ອ​ຕັດ​ຕົ້ນແປກ​ໃຫ້​ຂ້າພະເຈົ້າ​ດ້ວຍ. ຄົນ​ຂອງ​ຂ້າພະເຈົ້າ​ຈະ​ເຮັດ​ວຽກ​ກັບ​ພວກເຂົາ ແລະ​ຂ້າພະເຈົ້າ​ກໍ​ຈະ​ຈ່າຍ​ເງິນ​ໃຫ້​ຕາມ​ທີ່​ທ່ານ​ຄິດ​ລາຄາ. ທ່ານ​ກໍ​ຮູ້​ດີ​ແລ້ວ​ວ່າ ຄົນ​ຂອງ​ຂ້າພະເຈົ້າ​ບໍ່​ຊ່າງ​ຕັດ​ໄມ້​ໄດ້​ດີ​ດັ່ງ​ຄົນ​ຂອງ​ທ່ານ.”


ເມື່ອ​ເງິນ​ເຕັມ​ຫີບ​ແລ້ວ ເລຂາທິການ​ແລະ​ມະຫາ​ປະໂຣຫິດ ກໍ​ເອົາ​ເງິນ​ນັ້ນ​ໄປ​ຫລອມ​ແລະ​ຊັ່ງ​ເບິ່ງ.


ສ່ວນ​ເງິນ​ທີ່​ນຳມາ​ຖວາຍ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ພວກເຂົາ​ບໍ່ໄດ້​ໃຊ້​ໃນ​ການ​ຈ່າຍ​ສຳລັບ​ຄ່າ​ເຮັດ​ຈອກ, ຖ້ວຍ, ແກ, ມີດຕັດ​ສຳລັບ​ຕັດ​ໄສ້ຕະກຽງ ຫລື​ເຄື່ອງໃຊ້​ອື່ນໆ​ທີ່​ເປັນ​ເງິນ​ຫລື​ຄຳ.


ເງິນ​ນີ້​ໄດ້​ຖືກ​ສົ່ງ​ໄປ​ໃຫ້​ຄົນ​ເຮັດວຽກ​ຊຶ່ງ​ເປັນ​ຜູ້​ທີ່​ດູແລ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຜູ້​ທີ່​ດູແລ​ວິຫານ​ຂອງ​ພຣະເຈົ້າຢາເວ ກໍໄດ້​ເອົາ​ເງິນ​ນີ້​ໄປ​ໃຫ້


ເຖິງແມ່ນ​ວ່າ​ປະຊາຊົນ​ຍັງ​ບໍ່ໄດ້​ເລີ່ມ​ສ້າງ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ໃໝ່​ກໍຕາມ ແຕ່​ພວກເຂົາ​ກໍໄດ້​ເລີ່ມຕົ້ນ​ເຜົາ​ເຄື່ອງບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ ໃນ​ມື້​ທຳອິດ​ຂອງ​ເດືອນ​ທີ​ເຈັດ.


ດິນແດນ​ຢູດາຍ​ແລະ​ອິດສະຣາເອນ​ໄດ້​ເອົາ​ເຂົ້າບາເລ, ນໍ້າເຜິ້ງ, ນໍ້າມັນ​ໝາກກອກເທດ ແລະ​ເຄື່ອງເທດ​ໃຫ້​ເປັນ​ຄ່າ​ໃຊ້​ຈ່າຍ​ສິນຄ້າ​ຂອງເຈົ້າ.


ແຕ່​ໂຢນາ​ກັບ​ໄປ​ທາງ​ຕາກຊິດ ເພື່ອ​ຫລົບ​ໜີ​ຈາກ​ພຣະເຈົ້າຢາເວ. ເພິ່ນ​ໄດ້​ໄປ​ທີ່​ເມືອງ​ຢົບປາ ທີ່​ນັ້ນ​ເພິ່ນ​ໄດ້​ພົບ​ເຮືອ​ລຳ​ໜຶ່ງ ກຳລັງ​ຈະ​ໄປ​ຕາກຊິດ. ເພິ່ນ​ຈຶ່ງ​ຈ່າຍ​ຄ່າ​ໂດຍສານ ແລະ​ລົງ​ເຮືອ​ກັບ​ພວກ​ລູກເຮືອ, ແລ້ວ​ກໍ​ອອກ​ເດີນທາງ​ໄປ​ສູ່​ຕາກຊິດ ເພື່ອ​ຫລົບ​ໜີ​ຈາກ​ພຣະເຈົ້າຢາເວ.


ໃນ​ຂະນະ​ນັ້ນ ເຮໂຣດ​ໄດ້​ເກີດ​ມີ​ຄວາມ​ໂກດຮ້າຍ​ຕໍ່​ຊາວ​ຕີເຣ ແລະ​ຊາວ​ຊີໂດນ​ຫລາຍ​ທີ່ສຸດ, ແຕ່​ຊາວ​ເມືອງ​ເຫຼົ່ານັ້ນ​ໄດ້​ຕົກລົງ​ກັນ​ມາ​ພົບ​ເພິ່ນ, ໂດຍ​ມີ​ບຣາຊະໂຕ​ຜູ້​ຮັບຜິດຊອບ​ວັງ​ຂອງ​ກະສັດ​ເປັນ​ເພື່ອນ​ພວກເຂົາ, ຈຶ່ງ​ໄດ້​ໄປ​ຂໍ​ໃຫ້​ກະສັດ​ເຮໂຣດ​ສ້າງ​ຄວາມ​ເປັນ​ມິດໄມຕຼີ​ກັບ​ພວກເຂົາ ເພາະ​ເມືອງ​ຂອງ​ພວກເຂົາ​ຕ້ອງ​ໄດ້​ອາໄສ​ສະບຽງ​ອາຫານ​ຈາກ​ແຜ່ນດິນ​ຂອງ​ເພິ່ນ.


ແລ້ວ​ໃນ​ເມືອງ​ຢົບປາ​ກໍ​ມີ​ລູກສິດ​ຜູ້ໜຶ່ງ ຊື່​ວ່າ ຕາບີທາ (ນາງ​ມີ​ຊື່​ເປັນ​ພາສາ​ກຣີກ​ວ່າ ໂດຣະກາ ໝາຍຄວາມວ່າ ກວາງ​ແມ່). ນາງ​ເຮັດ​ແຕ່​ຄຸນງາມ​ຄວາມດີ ແລະ​ເຄີຍ​ໃຫ້​ທານ​ຄົນ​ຍາກຈົນ​ຕະຫລອດ​ມາ.


ເມືອງ​ຢົບປາ​ຢູ່​ໃກ້​ເມືອງ​ລິດດາ ແລະ​ເມື່ອ​ຄົນ​ທີ່​ເຊື່ອ​ໄດ້ຍິນ​ວ່າ ເປໂຕ​ຢູ່​ທີ່​ເມືອງ​ລິດດາ ພວກເຂົາ​ຈຶ່ງ​ໃຊ້​ສອງ​ຄົນ​ນຳ​ຄຳ​ຮ້ອງ​ຂໍ​ໄປ​ຫາ​ເພິ່ນ​ວ່າ, “ຂໍ​ຄວາມ​ກະລຸນາ ຟ້າວ​ມາ​ຫາ​ພວກເຮົາ​ດ້ວຍ ຢ່າ​ໄດ້​ຊັກຊ້າ.”


ຈາກ​ນັ້ນ ເປໂຕ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ຢົບປາ​ເປັນ​ເວລາ​ຫລາຍ​ວັນ ຢູ່​ກັບ​ຊາຍ​ຄົນ​ໜຶ່ງ ຊື່​ວ່າ ຊີໂມນ​ເປັນ​ຊ່າງ​ຟອກໜັງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka