ເອຊະຣາ 3:5 - ພຣະຄຳພີສັກສິ5 ນອກຈາກນີ້ແລ້ວ ພວກເຂົາກໍຍັງໄດ້ຖວາຍເຄື່ອງບູຊາເປັນປະຈຳດັ່ງນີ້: ການບູຊາເຜົາທັງໝົດ ແລະຖວາຍເຄື່ອງບູຊາໃນມື້ເດືອນອອກໃໝ່ ແລະຕາມລະບຽບຂອງເທດສະການທຸກຄັ້ງທີ່ພຣະເຈົ້າຢາເວໄດ້ກຳນົດໄວ້ໃຫ້ນະມັດສະການ ຕະຫລອດທັງເຄື່ອງບູຊາທັງໝົດທີ່ຖວາຍແກ່ພຣະເຈົ້າຢາເວ ຕາມໃຈສະໝັກຂອງໃຜລາວ. Uka jalj uñjjattʼäta |
ອັນນີ້ ແມ່ນລະບຽບການຕ່າງໆກ່ຽວກັບການເຜົາບູຊາ, ການຖວາຍພືດຜົນເປັນເມັດການຖວາຍເຫຼົ້າອະງຸ່ນ ແລະການຖວາຍເພື່ອຄວາມສາມັກຄີທຳ ທີ່ໃຫ້ພວກເຈົ້າຖວາຍແກ່ອົງພຣະຜູ້ເປັນເຈົ້າໃນເທດສະການຕ່າງໆທີ່ໄດ້ກຳນົດໄວ້. ອັນນີ້ແມ່ນຕື່ມໃສ່ການຖວາຍຂອງພວກເຈົ້າ ອັນສືບເນື່ອງມາຈາກຜົນສຳເລັດໃນການບະບົນໄວ້ເປັນພິເສດ ຫລືການຖວາຍບູຊາຕາມຄວາມສະໝັກໃຈ.
ພວກເຈົ້າບໍ່ມີສິດກິນເຄື່ອງໃດໆທີ່ໄດ້ຖວາຍແລ້ວ ໃນບ່ອນທີ່ພວກເຈົ້າອາໄສຢູ່ນັ້ນ ເຊັ່ນ: ໜຶ່ງສ່ວນສິບຂອງພືດຜົນເປັນເມັດ, ເຫຼົ້າອະງຸ່ນ, ນໍ້າມັນໝາກກອກເທດ, ລູກຫົວປີຂອງງົວແລະແກະ, ພ້ອມຂອງຖວາຍທີ່ພວກເຈົ້າສັນຍາແລ້ວວ່າຈະຖວາຍ, ເຄື່ອງຖວາຍຕາມໃຈສະໝັກ ຫລືເຄື່ອງຖວາຍອື່ນໆຢ່າງໃດຢ່າງໜຶ່ງ.