Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊະຣາ 3:2 - ພຣະຄຳພີສັກສິ

2 ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ, ໝູ່ເພື່ອນ​ປະໂຣຫິດ​ຂອງ​ລາວ ແລະ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ​ພ້ອມ​ທັງ​ຍາດຕິພີ່ນ້ອງ, ໄດ້​ສ້າງ​ແທ່ນບູຊາ​ສຳລັບ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຂຶ້ນ​ໃໝ່ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ເຜົາ​ເຄື່ອງ​ບູຊາ​ຖວາຍ​ທີ່​ເທິງ​ແທ່ນ​ນັ້ນ ຕາມ​ຄຳແນະນຳ​ທີ່​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ​ຄົນ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ເອຊະຣາ 3:2
33 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ອັບຣາມ ແລະ​ບອກ​ເພິ່ນ​ວ່າ, “ນີ້​ແມ່ນ​ດິນແດນ ທີ່​ເຮົາ​ຈະ​ມອບ​ໃຫ້​ແກ່​ເຊື້ອສາຍ​ຂອງ​ເຈົ້າ.” ແລ້ວ​ຢູ່​ໃນ​ບ່ອນ​ນີ້ ອັບຣາມ​ໄດ້​ກໍ່ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ ຖວາຍ​ແກ່​ພຣະເຈົ້າຢາເວ​ອົງ​ທີ່​ໄດ້​ປາກົດ​ແກ່​ຕົນ.


ແຕ່​ພວກ​ລູກຊາຍ​ຂອງ​ໂມເຊ​ຄົນ​ຂອງ​ພຣະເຈົ້າ​ນັ້ນ ນັບ​ເຂົ້າ​ກັບ​ພວກເລວີ.)


ຄົນ​ເຫຼົ່ານີ້​ແມ່ນ​ບັນດາ​ເຊື້ອສາຍ​ຂອງ​ກະສັດ​ເຢໂຮຍອາກິນ ທີ່​ຖືກ​ພວກ​ບາບີໂລນ​ຈັບ​ໄປ​ເປັນ​ຊະເລີຍ ກະສັດ​ເຢໂຮຍອາກິນ​ມີ​ລູກຊາຍ​ເຈັດ​ຄົນ ດັ່ງນີ້: ເຊອານຕີເອນ,


ເປດາອີຢາ ມີ​ລູກຊາຍ​ສອງ​ຄົນ​ດັ່ງນີ້: ເຊຣຸບບາເບນ​ແລະ​ຊີເມອີ. ເຊຣຸບບາເບນ ມີ​ລູກຊາຍ​ສອງ​ຄົນ​ດັ່ງນີ້: ເມຊູນລຳ​ແລະ​ຮານານີຢາ ແລະ​ມີ​ລູກສາວ​ຜູ້ໜຶ່ງ​ຊື່​ວ່າ ເຊໂລມິດ.


ແຕ່​ບັດນີ້ ເຮົາ​ໄດ້​ເລືອກເອົາ​ນະຄອນ​ເຢຣູຊາເລັມ​ໃຫ້​ເປັນ​ບ່ອນ​ທີ່​ຄົນ​ຈະ​ນະມັດສະການ​ເຮົາ ແລະ​ເຮົາ​ໄດ້​ຕັ້ງ​ດາວິດ​ໃຫ້​ເປັນ​ຜູ້ປົກຄອງ​ປະຊາຊົນ​ຂອງເຮົາ.”’


ຕໍ່ໄປນີ້​ແມ່ນ​ລາຍຊື່​ຂອງ​ພວກ​ຜູ້ຊາຍ​ທີ່​ມີ​ເມຍ​ຕ່າງຊາດ ມີ​ດັ່ງນີ້: ພວກ​ປະໂຣຫິດ ລາຍຊື່​ຕາມ​ຕະກຸນ: ຕະກຸນ​ເຢຊູອາ​ແລະ​ພວກ​ອ້າຍ​ນ້ອງ​ຂອງ​ລາວ​ທີ່​ເປັນ​ລູກຊາຍ​ຂອງ​ໂຢຊາດັກ: ມາອາເສອີຢາ, ເອລີເອເຊ, ຢາຣິບ​ແລະ​ເກດາລີຢາ.


ຕະກຸນ​ອິມເມ: ຮານານີ ແລະ​ເຊບາດີຢາ.


ຕະກຸນ​ຮາຣິມ: ມາອາເສອີຢາ, ເອລີຢາ, ເຊມາອີຢາ, ເຢຮີເອນ ແລະ​ອຸດຊີຢາ.


ຕະກຸນ​ປັດຊູ: ເອລີໂອນາຍ, ມາອາເສອີຢາ, ອິດຊະມາເອນ, ເນທາເນນ, ໂຢຊາບັດ ແລະ​ເອລາສາ.


ບັນດາ​ຜູ້ນຳ​ຂອງ​ພວກເຂົາ​ມີ​ດັ່ງນີ້: ເຊຣຸບບາເບນ, ເຢຊູອາ, ເນເຫມີຢາ, ເສຣາອີຢາ, ເຣເອລາອີຢາ, ມໍເດໄກ, ບິນຊານ, ມີຊະປາ, ບິກໄຫວ, ເຣຫຸມ ແລະ​ບາອານາ. ຕໍ່ໄປນີ້​ແມ່ນ​ລາຍຊື່​ຂອງ​ຕະກຸນ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ພ້ອມ​ທັງ​ຈຳນວນ​ຄົນ​ຂອງ​ແຕ່ລະ​ຕະກຸນ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ:


ສະນັ້ນ ໃນ​ເດືອນ​ທີ​ສອງ​ຂອງ​ປີ​ຕໍ່ມາ ເມື່ອ​ກັບ​ມາ​ຮອດ​ບ່ອນ​ຕັ້ງ​ວິຫານ​ຂອງ​ພຣະເຈົ້າ​ທີ່​ນະຄອນ​ເຢຣູຊາເລັມ​ແລ້ວ ພວກເຂົາ​ກໍໄດ້​ລົງມື​ເຮັດ​ວຽກ​ໂລດ. ພວກ​ເຫຼົ່ານີ້​ມີ​ດັ່ງນີ້: ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ, ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ, ພີ່ນ້ອງ​ຮ່ວມ​ຊາດ​ທີ່​ເຫຼືອ​ຢູ່, ບັນດາ​ປະໂຣຫິດ​ຊາວ​ເລວີ ແລະ​ທຸກຄົນ​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ທີ່​ໄດ້​ກັບຄືນ​ມາ​ສູ່​ນະຄອນ​ເຢຣູຊາເລັມ ກໍໄດ້​ຊ່ວຍ​ໃນ​ວຽກ​ການ​ນີ້. ຊາວ​ເລວີ​ທຸກຄົນ​ທີ່​ມີ​ອາຍຸ​ຊາວ​ປີ​ຂຶ້ນ​ໄປ ກໍ​ມີ​ໜ້າທີ່​ຮັບຜິດຊອບ​ຕໍ່​ການ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ຂຶ້ນ​ໃໝ່.


ເມື່ອ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ ແລະ​ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ​ໄດ້ຍິນ​ຖ້ອຍຄຳ​ຂອງ​ເພິ່ນ ພວກເຂົາ​ຈຶ່ງ​ເລີ່ມ​ກໍ່ສ້າງ​ວິຫານ​ຂອງ​ພຣະເຈົ້າ​ໃນ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່ ແລະ​ຜູ້ທຳນວາຍ​ຂອງ​ພຣະເຈົ້າ​ສອງ​ຄົນ​ນີ້​ກໍໄດ້​ຊ່ວຍເຫລືອ​ພວກເຂົາ.


ຕໍ່ໄປນີ້​ແມ່ນ​ບັນຊີ​ລາຍຊື່​ຂອງ​ພວກ​ປະໂຣຫິດ​ແລະ​ຊາວ​ເລວີ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ນຳ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ ແລະ​ນຳ​ມະຫາ​ປະໂຣຫິດ​ເຢຊູອາ ມີ​ດັ່ງນີ້:


ຊາວ​ເລວີ: ພວກ​ທີ່​ຮັບຜິດຊອບ​ຮ້ອງເພງ​ໂມທະນາ​ຂອບພຣະຄຸນ ມີ​ດັ່ງນີ້: ເຢຊູອາ, ບິນນູອີ, ກາດມີເອນ, ເຊເຣບີຢາ, ຢູດາ ແລະ​ມັດຕານີຢາ.


ແຕ່​ພຣະອົງ​ຊໍ້າພັດ​ເລືອກເອົາ​ເຜົ່າຢູດາ​ແທນ ທັງ​ພູເຂົາ​ຊີໂອນ​ຊຶ່ງ​ພຣະອົງ​ຮັກ​ຫລາຍ​ທີ່ສຸດ​ນັ້ນ.


“ຈົ່ງ​ເຮັດ​ແທ່ນບູຊາ​ດ້ວຍ​ໄມ້​ກະຖິນເທດ. ສ່ວນ​ແທ່ນ​ນັ້ນ ຈົ່ງ​ໃຫ້​ເປັນ​ຮູບ​ສີ່​ຫລ່ຽມ​ດັ່ງນີ້: ຍາວ 2,2 ແມັດ, ກວ້າງ 2,2 ແມັດ ແລະ​ສູງ 1,3 ແມັດ.


ໃນ​ປີ​ທີ​ສອງ ທີ່​ດາຣິອຸດ​ໄດ້​ຂຶ້ນ​ເປັນ​ຈັກກະພັດ​ແຫ່ງ​ເປີເຊຍ ອັນ​ກົງ​ກັບ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ຫົກ; ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ໂດຍ​ທາງ​ຜູ້ທຳນວາຍ​ຮັກກາຍ. ຖ້ອຍຄຳ​ນີ້​ແມ່ນ​ສຳລັບ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ ທີ່​ເປັນ​ຜູ້​ປົກຄອງ​ຊາດ​ຢູດາຍ ແລະ​ສຳລັບ​ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ ຜູ້​ເປັນ​ມະຫາ​ປະໂຣຫິດ.


ແລ້ວ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ, ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ ມະຫາ​ປະໂຣຫິດ ແລະ​ປະຊາຊົນ​ທັງໝົດ ຜູ້​ທີ່​ໄດ້​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ໃນ​ບາບີໂລນ ກໍ​ເຮັດ​ຕາມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກຕົນ​ໄດ້​ບອກ. ພວກເຂົາ​ຢ້ານກົວ​ພຣະເຈົ້າຢາເວ​ຈຶ່ງ​ເຊື່ອຟັງ​ຜູ້ທຳນວາຍ​ຮັກກາຍ ຜູ້ນຳ​ຂ່າວ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ສົ່ງ​ມາ​ເຖິງ​ເພິ່ນ.


ພຣະເຈົ້າຢາເວ​ໄດ້​ບັນດົນ​ໃຈ​ທຸກຄົນ​ໃຫ້​ຊ່ວຍ​ກັນ​ສ້າງ​ພຣະວິຫານ: ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ ຜູ້ປົກຄອງ​ຢູດາຍ; ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ ມະຫາ​ປະໂຣຫິດ, ຕະຫລອດ​ທັງ​ປະຊາຊົນ​ທຸກຄົນ ທີ່​ໄດ້​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ພວກເຂົາ​ໄດ້​ເລີ່ມ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ພວກເຂົາ


ເພື່ອ​ໃຫ້​ບອກ​ເຊຣຸບບາເບນ ຜູ້ປົກຄອງ​ຢູດາຍ​ວ່າ, “ເຮົາ​ກຳລັງ​ຈະ​ສັ່ນ​ຈັກກະວານ​ກັບ​ແຜ່ນດິນ​ໂລກ


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ວ່າ, “ໃນ​ວັນ​ນັ້ນ ເຮົາ​ຈະ​ເອົາ​ເຈົ້າ ເຊຣຸບບາເບນ​ລູກ​ຊາຍ​ຂອງ​ເຊອານຕີເອນ​ຜູ້​ເປັນ​ຄົນ​ຮັບໃຊ້​ຂອງເຮົາ ແລະ​ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ໃຫ້​ເຈົ້າ​ຂຶ້ນ​ເປັນ​ຜູ້ປົກຄອງ​ໃນ​ນາມ​ຂອງ​ເຮົາ. ເຈົ້າ​ແມ່ນ​ຜູ້​ທີ່​ເຮົາ​ໄດ້​ເລືອກໄວ້.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.


ໃນ​ນິມິດ​ຢ່າງ​ອື່ນ​ອີກ ພຣະອົງ​ໄດ້​ສຳແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ມະຫາ​ປະໂຣຫິດ​ເຢຊູອາ ເພິ່ນ​ກຳລັງ​ຢືນ​ຢູ່​ຕໍ່ໜ້າ​ເທວະດາ​ຂອງ​ພຣະເຈົ້າຢາເວ. ໃນ​ທີ່ນັ້ນ ຢູ່​ຂ້າງ​ຂອງ​ເຢຊູອາ​ກໍ​ມີ​ມານຊາຕານ ຢືນ​ຢູ່​ດ້ວຍ​ພ້ອມ​ທີ່​ຈະ​ກ່າວຟ້ອງ​ເພິ່ນ.


ເຢຊູອາ​ຜູ້​ເປັນ​ມະຫາ​ປະໂຣຫິດ​ເອີຍ ບັດນີ້​ຈົ່ງ​ຟັງ​ເຖີດ ພວກເຈົ້າ​ຜູ້​ທີ່​ເປັນ​ປະໂຣຫິດ​ຮ່ວມ​ກັບ​ເພິ່ນ​ກໍ​ຈົ່ງ​ຟັງ​ດ້ວຍ. ພວກເຈົ້າ​ເປັນ​ສິ່ງ​ສະແດງ​ທີ່​ດີ​ໃນ​ອະນາຄົດ ເຮົາ​ຈະ​ໃຫ້​ຜູ້ຮັບໃຊ້​ຂອງເຮົາ​ມາ​ປາກົດ ຄື​ຜູ້​ທີ່​ມີ​ຊື່​ວ່າ ກິ່ງ


ຈົ່ງ​ເອົາ​ເງິນ​ແລະ​ຄຳ​ທີ່​ພວກເຂົາ​ໄດ້​ມອບ​ໃຫ້​ນັ້ນ​ເຮັດ​ມົງກຸດ ແລະ​ສຸບ​ມົງກຸດ​ນີ້​ໃສ່​ຫົວ​ຂອງ​ມະຫາ​ປະໂຣຫິດ​ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ.


ໃຫ້​ແນະນຳ​ຊາວ​ອິດສະຣາເອນ​ຖວາຍ​ອາຫານ​ເປັນ​ເຄື່ອງ​ບູຊາ​ດ້ວຍ​ໄຟ ທີ່​ຈຳເປັນ​ແລະ​ພໍໃຈ​ພຣະອົງ ຕາມ​ເວລາ​ທີ່​ໄດ້​ກຳນົດ​ໄວ້​ດັ່ງນີ້:


ໂຢດາ​ເປັນ​ລູກຊາຍ​ຂອງ​ໂຢຮານັນ, ໂຢຮານັນ​ເປັນ​ລູກຊາຍ​ຂອງ​ເຣສາ, ເຣສາ​ເປັນ​ລູກຊາຍ​ຂອງ​ເຊຣຸບບາເບນ, ເຊຣຸບບາເບນ​ເປັນ​ລູກຊາຍ​ຂອງ​ເຊອານຕີເອນ, ເຊອານຕີເອນ​ເປັນ​ລູກຊາຍ​ຂອງ​ເນຣີ,


ແລ້ວ​ກີເດໂອນ​ກໍໄດ້​ສ້າງ​ແທ່ນບູຊາ​ແກ່​ພຣະເຈົ້າຢາເວ​ຢູ່​ໃນ​ທີ່ນັ້ນ ແລະ​ໃສ່​ຊື່​ວ່າ, “ພຣະເຈົ້າຢາເວ​ອົງ​ແຫ່ງ​ສັນຕິສຸກ.” (ແທ່ນບູຊາ​ນີ້​ຍັງ​ຢູ່​ໃນ​ບ້ານ​ໂອຟະຣາ ແລະ​ເປັນ​ຂອງ​ຕະກຸນ​ອາບີເອເຊ​ຈົນເທົ່າ​ເຖິງທຸກ​ວັນ​ນີ້.)


Jiwasaru arktasipxañani:

Anuncios ukanaka


Anuncios ukanaka