Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊະຣາ 3:11 - ພຣະຄຳພີສັກສິ

11 ພວກເຂົາ​ຮ້ອງເພງ​ສັນລະເສີນ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ​ວ່າ: “ພຣະອົງ ຊົງ​ຄຸນງາມ​ຄວາມດີ ແລະ​ຄວາມຮັກ ທີ່​ພຣະອົງ​ມີ​ແກ່​ຊາດ​ອິດສະຣາເອນ ກໍ​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ.” ທຸກຄົນ​ຕ່າງ​ກໍ​ຮ້ອງ​ດ້ວຍ​ສຸດຈິດ​ສຸດໃຈ ສັນລະເສີນ​ພຣະເຈົ້າຢາເວ ເພາະ​ຮາກຖານ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ​ຖືກ​ວາງ​ລົງ​ແລ້ວ.

Uka jalj uñjjattʼäta Copia luraña




ເອຊະຣາ 3:11
32 Jak'a apnaqawi uñst'ayäwi  

ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ເພາະ​ພຣະອົງ​ຊົງຄຸນ​ຄວາມດີ ແລະ​ຄວາມຮັກ​ຂອງ​ພຣະອົງ ກໍ​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ.


ໃນ​ທີ່ນັ້ນ ເຮມານ​ແລະ​ເຢດູທູນ​ກັບ​ຄົນອື່ນໆ ທີ່​ໄດ້​ຮັບ​ເລືອກ​ຂຶ້ນ​ໂດຍ​ພິເສດ​ພ້ອມ​ດ້ວຍ​ພວກ​ປະໂຣຫິດ ຈະ​ຮ້ອງເພງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ສຳລັບ​ຄວາມຮັກ​ອັນ​ໝັ້ນຄົງ​ຕະຫລອດໄປ​ຂອງ​ພຣະອົງ.


ພວກ​ເປົ່າແກ​ແລະ​ພວກ​ນັກຮ້ອງ​ໄດ້​ບັນເລງ​ດ້ວຍ​ຄວາມ​ສອດຄ່ອງ​ກັນ ເປັນ​ສຽງ​ດຽວກັນ​ເພື່ອ​ຖວາຍ​ຄຳ​ຍ້ອງຍໍ​ສັນລະເສີນ​ແລະ​ໂມທະນາ​ຂອບພຣະຄຸນ​ແກ່​ພຣະເຈົ້າຢາເວ. ໂດຍ​ປະສົມ​ປະສານ​ໄປ​ກັບ​ສຽງ​ແກ, ສຽງ​ແສ່ງ ແລະ​ສຽງເຄື່ອງ​ດົນຕຼີ​ອື່ນໆ; ພວກເຂົາ​ໄດ້​ເປ່ງສຽງ​ຮ້ອງ​ສັນລະເສີນ​ພຣະເຈົ້າຢາເວ​ວ່າ, “ສັນລະເສີນ​ພຣະເຈົ້າຢາເວ ເພາະ​ພຣະອົງ​ຊົງ​ຄຸນງາມ​ຄວາມດີ ແລະ​ຄວາມຮັກ​ຂອງ​ພຣະອົງ ກໍ​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ.” ໃນ​ຂະນະທີ່​ພວກ​ປະໂຣຫິດ​ກຳລັງ​ອອກ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄປ ທັນໃດນັ້ນ ກໍ​ມີ​ເມກ​ຫຸ້ມ​ເຕັມ​ຢູ່​ວິຫານ​ຂອງ​ພຣະເຈົ້າ ໂດຍ​ມີ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ສາດແສງ​ແຈ້ງ​ທົ່ວໄປ ແລະ​ພວກເຂົາ​ກໍ​ດຳເນີນ​ພິທີ​ນະມັດສະການ​ຕໍ່ໄປ​ບໍ່ໄດ້.


ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້​ເຫັນ​ໄຟ​ລົງ​ມາ ແລະ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ປົກຄຸມ​ຢູ່​ເຕັມ​ພຣະວິຫານ​ເຊັ່ນນັ້ນ; ພວກເຂົາ​ກໍ​ກາບ​ລົງ​ກັບ​ພື້ນດິນ​ແລະ​ນະມັດສະການ​ແລະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ທັງ​ສັນລະເສີນ​ຄຸນງາມ​ຄວາມດີ ແລະ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ.


ພາຍໃຕ້​ການ​ຊີ້ນຳ​ຂອງ​ຮາຊາບີຢາ, ເຊເຣບີຢາ, ເຢຊູອາ, ບິນນູອີ, ແລະ​ກາດມີເອນ, ຊາວ​ເລວີ​ໄດ້​ຖືກ​ຈັດຕັ້ງ​ກັນ​ເປັນ​ຫລາຍ​ໝວດ. ສອງ​ໝວດ​ຈະ​ຕົກ​ຜຽນ​ກັນ​ເພື່ອ​ຮ້ອງເພງ​ສຳລັບ​ການ​ສັນລະເສີນ​ແລະ​ການ​ໂມທະນາ​ຂອບພຣະຄຸນ ຕາມ​ຄຳແນະນຳ​ທີ່​ກະສັດ​ດາວິດ​ຄົນ​ຂອງ​ພຣະເຈົ້າ​ໄດ້​ມອບໝາຍ​ໃຫ້.


ດັ່ງນັ້ນ ທັງສອງ​ໝວດ​ຊຶ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ຈຶ່ງ​ໄດ້​ມາ​ຮອດ​ບໍລິເວນ​ວິຫານ​ຂອງ​ພຣະເຈົ້າ. ນອກຈາກ​ບັນດາ​ຜູ້ນຳ​ທີ່​ມາ​ກັບ​ຂ້າພະເຈົ້າ​ແລ້ວ


ພຣະເຈົ້າຢາເວ​ຊົງຄຸນ​ຄວາມດີ ແລະ​ຄວາມຮັກ ແລະ​ຄວາມສັດຊື່​ຂອງ​ພຣະອົງ ກໍ​ດຳລົງຢູ່​ສືບໄປ​ເປັນນິດ.


ແຕ່​ຄວາມຮັກ​ໝັ້ນຄົງ​ຂອງ​ພຣະເຈົ້າຢາເວ​ດຳລົງ​ຢູ່​ສືບໆໄປ ສຳລັບ​ທຸກຄົນ​ທີ່​ຍ້ອງຍໍ​ໃຫ້ກຽດ​ພຣະອົງ ແລະ​ຄວາມ​ຊອບທຳ​ຂອງ​ພຣະອົງ​ກໍ​ດຳລົງຢູ່ ຕະຫລອດ​ທຸກ​ຊົ່ວເຊັ່ນລູກ​ເຊັ່ນ​ຫລານ


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ. ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ເພາະ​ພຣະອົງ​ຊົງ​ດີ​ຕໍ່​ໄພ່ພົນ​ຂອງ​ພຣະອົງ ແລະ​ຄວາມຮັກ​ຂອງ​ພຣະອົງ ກໍ​ດຳລົງຢູ່​ສືບໆໄປ​ເປັນນິດ.


ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ເພາະ​ພຣະຄຸນຄວາມດີ ຄວາມຮັກ​ຂອງ​ພຣະອົງ​ດຳລົງ​ຢູ່ ຕະຫລອດໄປ​ເປັນນິດ.


ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ​ເພາະ​ພຣະອົງ​ປະເສີດ ເພາະ​ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບໄປ​ເປັນນິດ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ເຊົາ​ອວດດີ​ອວດເດັ່ນ​ແລ້ວ ແລະ​ຫັນໜີ​ຈາກ​ຄວາມ​ຂີ້ອົ່ງ​ຈອງຫອງ​ດ້ວຍ. ຂ້ານ້ອຍ​ບໍ່​ຫ່ວງ​ໃນ​ຄວາມ​ເປັນໃຫຍ່​ເປັນໂຕ ຫລື​ໃນ​ເລື່ອງ​ໃດໆ​ທີ່​ເກີນ​ກຳລັງ​ປັນຍາ​ນັ້ນ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ເພາະ​ພຣະເຈົ້າຢາເວ​ຊົງ​ເມດຕາ ຈົ່ງ​ຮ້ອງເພງ​ຍ້ອງຍໍ​ສັນລະເສີນ​ພຣະນາມ​ຂອງ​ພຣະອົງ​ເພາະ​ຊົງ​ເມດຕາ.


ຈົ່ງ​ຕົບ​ມື​ຢ່າງ​ຊົມຊື່ນ​ຍິນດີ​ເຖີດ ຄົນ​ທຸກ​ຊາດ​ພາສາ​ເອີຍ ຈົ່ງ​ຮ້ອງ​ສຽງ​ດັງໆ​ຖວາຍ​ບົດເພງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ


ພຣະເຈົ້າ​ຂຶ້ນ​ສູ່​ບັນລັງ​ທ່າມກາງ​ສຽງ​ໂຮຮ້ອງ​ຍິນດີ ສຽງ​ແກ​ດັງ​ກ້ອງສະໜັ່ນ​ຂະນະທີ່​ພຣະເຈົ້າຢາເວ​ຂຶ້ນ​ໄປ​ນັ້ນ.


ນາງ​ຮ້ອງເພງ​ຊໍ້າໄປ​ຊໍ້າມາ​ວ່າ, “ຈົ່ງ​ຍ້ອງຍໍ​ສັນລະສັນ​ພຣະເຈົ້າຢາເວ​ດ້ວຍ​ການ​ຮ້ອງລຳ​ທຳເພງ ເພາະ​ໄຊຊະນະ​ຂອງ​ພຣະອົງ ຊ່າລື​ໄປ​ທົ່ວ​ໂລກ. ພຣະອົງ​ໄດ້​ໂຍນ​ຝູງມ້າ ແລະ​ທະຫານ​ທັງຫລາຍ ໃຫ້​ມໍຣະນາ​ໃນ​ທ້ອງ​ທະເລ​ອັນ​ກວ້າງໃຫຍ່.”


ຈົ່ງ​ໃຫ້​ທຸກຄົນ​ທີ່​ອາໄສ​ຢູ່​ເທິງ​ພູເຂົາ​ຊີໂອນ ຮ້ອງໂຮ​ຍິນດີ ແລະ​ຮ້ອງລຳ​ທຳເພງ​ເຖີດ ອົງ​ຊົງ​ຍິ່ງໃຫຍ່​ແລະ​ຊົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ຢູ່​ທ່າມກາງ​ພວກເຈົ້າ​ແລ້ວ.”


ໂອ ຟ້າ​ສະຫວັນຟ້າ​ສະຫວັນ ​ເອີຍ ຈົ່ງ​ໂຮຮ້ອງ​ຍິນດີ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ; ແຜ່ນດິນ​ໂລກ​ບ່ອນ​ເລິກສຸດ​ເອີຍ ຈົ່ງ​ໂຮຮ້ອງ​ສາ​ເຖີດ ພູຜາ​ທຸກໜ່ວຍ​ແລະ​ຕົ້ນໄມ້​ໃນ​ປ່າ​ທັງຫລາຍ ຈົ່ງ​ຊົມຊື່ນ​ຍິນດີ​ດ້ວຍ​ສຽງ​ໂຮຮ້ອງ​ເຖີດ ເຫດວ່າ​ພຣະເຈົ້າຢາເວ​ໄດ້​ຊົງໄຖ່​ຢາໂຄບ ແລະ​ຈະ​ຊົງຮັບ​ກຽດ​ແຫ່ງ​ສະຫງ່າຣາສີ​ໃນ​ອິດສະຣາເອນ.


ເສຣາຟິມ​ເຫຼົ່ານີ້​ເອີ້ນ​ໃສ່​ກັນແລະກັນ​ວ່າ, “ບໍຣິສຸດ ບໍຣິສຸດ ບໍຣິສຸດ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຊົງ​ບໍຣິສຸດ ພຣະ​ສະຫງ່າຣາສີ​ກໍ​ແຜ່​ກະຈາຍ​ໄປ​ທົ່ວໂລກ.”


ສຽງ​ແຫ່ງ​ການ​ໂຮຮ້ອງ​ຍິນດີ ແລະ​ຊົມຊື່ນ ແລະ​ສຽງ​ແຫ່ງ​ຄວາມ​ສຸກໃຈ​ຂອງ​ພິທີ​ແຕ່ງງານ. ພວກເຈົ້າ​ຈະ​ໄດ້ຍິນ​ປະຊາຊົນ​ຮ້ອງເພງ ເມື່ອ​ພວກເຂົາ​ນຳ​ເຄື່ອງ​ຖວາຍ​ມາ​ໂມທະນາ​ຂອບພຣະຄຸນ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ; ພວກເຂົາ​ຈະ​ເວົ້າ​ວ່າ, ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ເພາະ​ພຣະເຈົ້າຢາເວ​ຊົງ​ຄຸນຄວາມດີ ຄວາມຮັກ​ຂອງ​ພຣະອົງ​ດຳລົງ​ຢູ່​ສືບໄປ​ເປັນນິດ. ເຮົາ​ຈະ​ເຮັດ​ໃຫ້​ດິນແດນ​ນີ້​ຈະເລີນ​ຮຸ່ງເຮືອງ​ດັ່ງ​ຄາວ​ແຕ່​ກ່ອນ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນແຫຼະ.


“ໃນ​ທ່າມກາງ​ພວກເຈົ້າ​ມີ​ຜູ້ໃດ​ແດ່ ທີ່​ຍັງ​ລະນຶກ​ຄິດເຖິງ​ຄວາມ​ສະຫງ່າງາມ ຄັ້ງ​ທຳອິດ​ຂອງ​ພຣະວິຫານ​ໄດ້? ມາບັດນີ້ ພວກເຈົ້າ​ເບິ່ງ​ເຫັນ​ເປັນ​ຈັ່ງໃດ? ບໍ່​ເຫັນ​ມີ​ຄຸນຄ່າ​ຫຍັງ​ເລີຍ​ແມ່ນ​ບໍ.


ອຸບປະສັກ​ໃຫຍ່​ທໍ່​ພູຜາ ກໍ​ຈະ​ເຫືອດຫາຍ​ໄປ​ຕໍ່ໜ້າ​ເຈົ້າ. ເຈົ້າ​ຈະ​ສ້າງ​ວິຫານ​ຂອງເຮົາ​ຂຶ້ນ​ໃໝ່ ແລະ​ເມື່ອ​ເຈົ້າ​ວາງ​ຫີນ​ກ້ອນ​ສຸດທ້າຍ​ລົງ​ໃນ​ບ່ອນ​ນັ້ນ​ແລ້ວ ປະຊາຊົນ​ກໍ​ຈະ​ຮ້ອງ​ຂຶ້ນ​ວ່າ, ‘ງາມແທ້ ງາມແທ້!”’


ຈົ່ງ​ຍິນດີ​ເຖີດ ປະຊາຊົນ​ຂອງ​ພູເຂົາ​ຊີໂອນ​ເອີຍ ປະຊາຊົນ​ນະຄອນ​ເຢຣູຊາເລັມ ຈົ່ງ​ໂຮຮ້ອງ​ຍິນດີ​ເຖີດ ຈົ່ງ​ເບິ່ງດູ​ວ່າ​ກະສັດ​ຂອງ​ພວກເຈົ້າ​ກຳລັງ​ມາ​ຫາ ເພິ່ນ​ມາ​ຢ່າງ​ຜູ້​ມີໄຊ​ແລະ​ຢ່າງ​ຜູ້​ຍຸດຕິທຳ​ດ້ວຍ ແຕ່​ພັດ​ຖ່ອມຕົວ​ລົງ​ມາ​ນັ່ງ​ທີ່​ເທິງ​ຫລັງ​ລໍ ຂີ່​ລໍນ້ອຍ​ໂຕ​ທີ່​ເກີດ​ມາ​ຈາກ​ລໍແມ່.


ພຣະ​ກະລຸນາ​ຂອງ​ພຣະອົງ ກໍ​ມີ​ແກ່​ບັນດາ​ຜູ້​ທີ່​ຢຳເກງ​ພຣະອົງ ທັງ​ຊົ່ວ​ອາຍຸ​ນີ້ ແລະ​ຊົ່ວ​ອາຍຸ​ໜ້າ​ສືບໆໄປ.


ແຕ່​ໂຢຊວຍ​ໄດ້​ສັ່ງ​ຄົນ​ຂອງຕົນ​ບໍ່​ໃຫ້​ຮ້ອງໂຮ ຫລື​ເວົ້າຫຍັງ ຈົນກວ່າ​ເພິ່ນ​ຈະ​ໃຫ້​ຄຳສັ່ງ​ໃໝ່.


ພໍ​ຮອດ​ຮອບ​ທີເຈັດ ເມື່ອ​ພວກ​ປະໂຣຫິດ​ໄດ້​ເປົ່າແກ​ແລ້ວ ໂຢຊວຍ​ໄດ້​ສັ່ງ​ຄົນ​ຂອງຕົນ​ໃຫ້​ຮ້ອງ​ຂຶ້ນ ແລະ​ເພິ່ນ​ກ່າວ​ວ່າ, “ພຣະເຈົ້າຢາເວ​ໄດ້​ມອບ​ເມືອງ​ນີ້​ໃຫ້​ພວກເຈົ້າ​ແລ້ວ


ເມື່ອ​ໄດ້ຍິນ​ສຽງ​ແກ​ດັງ​ຂຶ້ນ​ເປັນ​ສຽງ​ຍາວໆ ໃຫ້​ຜູ້ຊາຍ​ທຸກໆ​ຄົນ​ພາກັນ​ຮ້ອງ​ຂຶ້ນ​ສຽງ​ດັງໆ ແລະ​ກຳແພງ​ເມືອງ​ກໍ​ຈະ​ເຈື່ອນ​ລົງ. ແລ້ວ​ໃຫ້​ກອງທັບ​ທັງໝົດ​ບຸກ​ເຂົ້າ​ໄປ​ໃນ​ຕົວເມືອງ​ທັນທີ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka