ປາລານລູກຊາຍຂອງອູໄຊໄດ້ສ້າງສ່ວນຕໍ່ໄປ ໂດຍເລີ່ມທີ່ແຈຂອງກຳແພງ ແລະຫໍຄອຍຊັ້ນເທິງຂອງວັງ ແລະໃກ້ກັບເດີ່ນຫຍ້າ; ເປດາອີຢາລູກຊາຍຂອງປາຣົດໄດ້ສ້າງສ່ວນຕໍ່ໄປ ຈົນຮອດຈຸດໜຶ່ງຢູ່ທາງດ້ານຕາເວັນອອກ ຊຶ່ງຢູ່ໃກ້ກັບປະຕູນໍ້າແລະຫໍຄອຍເຝົ້າຍາມຂອງພຣະວິຫານ. (ບ່ອນນີ້ຢູ່ໃກ້ກັບສ່ວນໜຶ່ງໃນເມືອງທີ່ເອີ້ນວ່າໂອເຟນ ບ່ອນທີ່ພວກກຳມະກອນເຮັດວຽກໃນພຣະວິຫານອາໄສຢູ່.)