Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊະຣາ 2:2 - ພຣະຄຳພີສັກສິ

2 ບັນດາ​ຜູ້ນຳ​ຂອງ​ພວກເຂົາ​ມີ​ດັ່ງນີ້: ເຊຣຸບບາເບນ, ເຢຊູອາ, ເນເຫມີຢາ, ເສຣາອີຢາ, ເຣເອລາອີຢາ, ມໍເດໄກ, ບິນຊານ, ມີຊະປາ, ບິກໄຫວ, ເຣຫຸມ ແລະ​ບາອານາ. ຕໍ່ໄປນີ້​ແມ່ນ​ລາຍຊື່​ຂອງ​ຕະກຸນ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ພ້ອມ​ທັງ​ຈຳນວນ​ຄົນ​ຂອງ​ແຕ່ລະ​ຕະກຸນ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ:

Uka jalj uñjjattʼäta Copia luraña




ເອຊະຣາ 2:2
24 Jak'a apnaqawi uñst'ayäwi  

ຖ້ວຍ​ຄຳ​ແລະ​ຖ້ວຍ​ເງິນ​ລວມ​ທັງໝົດ​ມີ 5.400 ໃບ ພ້ອມ​ກັບ​ສິ່ງ​ອື່ນໆ​ທີ່​ເຊັດບັດຊາ​ໄດ້​ນຳ​ກັບຄືນ​ໄປ ຕອນ​ທີ່​ເພິ່ນ​ເອງ ແລະ​ພວກ​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຄົນອື່ນໆ​ໄດ້​ອອກ​ຈາກ​ບາບີໂລນ​ກັບຄືນ​ສູ່​ນະຄອນ​ເຢຣູຊາເລັມ.


ເພິ່ນ​ເອົາ​ຂອງ​ເຫຼົ່ານັ້ນ​ສົ່ງ​ໃຫ້​ມິດເຣດາດ​ຫົວໜ້າ​ຄັງຫລວງ ຜູ້​ທີ່​ເຮັດ​ບັນຊີ​ລາຍການ​ສິ່ງຂອງ​ໃຫ້​ເຊັດບັດຊາ ຜູ້ປົກຄອງ​ແຂວງ​ຢູດາຍ


ມີ​ພວກ​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຫລາຍ​ຄົນ​ໄດ້​ອອກ​ຈາກ​ແຂວງ​ບາບີໂລນ ແລະ​ກັບຄືນ​ສູ່​ນະຄອນ​ເຢຣູຊາເລັມ​ແລະ​ຢູດາຍ; ແຕ່ລະຄົນ​ໄດ້​ກັບຄືນ​ສູ່​ບ້ານເກີດ​ເມືອງນອນ​ຂອງ​ໃຜ​ລາວ. ຄອບຄົວ​ຂອງ​ພວກເຂົາ​ໄດ້​ເປັນ​ຊະເລີຍ​ແລະ​ອາໄສ​ຢູ່​ໃນ​ບາບີໂລນ ຕັ້ງແຕ່​ສະໄໝ​ທີ່​ກະສັດ​ເນບູ​ກາດເນັດຊາ​ໄດ້​ຈັບ​ພວກເຂົາ​ໄປ​ທີ່​ນັ້ນ.


ປາຣົດ - 2.172 ຄົນ


ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ, ໝູ່ເພື່ອນ​ປະໂຣຫິດ​ຂອງ​ລາວ ແລະ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ​ພ້ອມ​ທັງ​ຍາດຕິພີ່ນ້ອງ, ໄດ້​ສ້າງ​ແທ່ນບູຊາ​ສຳລັບ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຂຶ້ນ​ໃໝ່ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ເຜົາ​ເຄື່ອງ​ບູຊາ​ຖວາຍ​ທີ່​ເທິງ​ແທ່ນ​ນັ້ນ ຕາມ​ຄຳແນະນຳ​ທີ່​ມີ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ​ຄົນ​ຂອງ​ພຣະເຈົ້າ.


ເຊຣຸບບາເບນ, ເຢຊູອາ ແລະ​ພວກ​ຫົວໜ້າ​ຂອງ​ຕະກຸນ​ຕ່າງໆ ໄດ້​ຕອບ​ພວກເຂົາ​ວ່າ, “ພວກເຮົາ​ບໍ່​ຕ້ອງການ​ໃຫ້​ພວກເຈົ້າ​ຊ່ວຍ​ສ້າງ​ວິຫານ​ສຳລັບ​ພຣະເຈົ້າ​ຂອງ​ພວກເຮົາ​ດອກ. ພວກເຮົາ​ຈະ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຂຶ້ນ​ເອງ ຕາມ​ຄຳສັ່ງ​ຂອງ​ກະສັດ​ໄຊຣັດ​ກະສັດ​ແຫ່ງ​ເປີເຊຍ.”


ເຊັ່ນດຽວ​ກັນ ເຣຮູມ​ຜູ້​ປົກຄອງ​ແຂວງ ແລະ​ຊິມໄຊ​ເລຂາທິການ​ປະຈຳ​ແຂວງ ກໍໄດ້​ຂຽນ​ຈົດໝາຍ​ຕໍ່ໄປນີ້​ຫາ​ກະສັດ​ອາກຕາເຊເຊັດ​ກ່ຽວກັບ​ນະຄອນ​ເຢຣູຊາເລັມ ໂດຍ​ມີ​ຂໍ້​ຄວາມ​ດັ່ງນີ້:


ເມື່ອ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ ແລະ​ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ​ໄດ້ຍິນ​ຖ້ອຍຄຳ​ຂອງ​ເພິ່ນ ພວກເຂົາ​ຈຶ່ງ​ເລີ່ມ​ກໍ່ສ້າງ​ວິຫານ​ຂອງ​ພຣະເຈົ້າ​ໃນ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່ ແລະ​ຜູ້ທຳນວາຍ​ຂອງ​ພຣະເຈົ້າ​ສອງ​ຄົນ​ນີ້​ກໍໄດ້​ຊ່ວຍເຫລືອ​ພວກເຂົາ.


ຕໍ່ໄປນີ້​ແມ່ນ​ລາຍຊື່​ຫົວໜ້າ​ຂອງ​ຕະກຸນ​ຕ່າງໆ ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ບາບີໂລນ, ແຕ່​ໄດ້​ກັບຄືນ​ມາ​ສູ່​ນະຄອນ​ເຢຣູຊາເລັມ​ນຳ​ເອຊະຣາ ໃນ​ຄາວ​ທີ່​ກະສັດ​ອາກຕາເຊເຊັດ​ເປັນ​ຈັກກະພັດ​ຄື:


ບັນນີ, ອາຊະກາດ, ເບບາຍ,


ໃນ​ສະໄໝ​ຂອງ​ເຊຣຸບບາເບນ ແລະ​ໃນ​ສະໄໝ​ຂອງ​ເນເຫມີຢາ​ເຊັ່ນກັນ ປະຊາຊົນ​ອິດສະຣາເອນ​ທຸກຄົນ​ກໍໄດ້​ບໍລິຈາກ​ຂອງຂວັນ​ປະຈຳວັນ ເພື່ອ​ສະໜັບ​ສະໜູນ​ພວກ​ນັກຮ້ອງ ແລະ​ພວກ​ເຝົ້າຍາມ. ປະຊາຊົນ​ໄດ້​ມອບ​ຂອງ​ຖວາຍ​ອັນ​ສັກສິດ​ນີ້​ໃຫ້​ແກ່​ຊາວ​ເລວີ ແລະ​ຊາວ​ເລວີ​ໄດ້​ມອບ​ສ່ວນ​ທີ່​ຕ້ອງການ ຕາມ​ທີ່​ໄດ້​ບົ່ງ​ໄວ້​ນັ້ນ ໃຫ້​ພວກ​ປະໂຣຫິດ.


ບັນດາ​ຜູ້ນຳ​ຂອງ​ພວກເຂົາ​ມີ​ດັ່ງນີ້: ເສຣຸບບາເບັນ, ເຢຊູອາ, ເນເຫມີຢາ, ອາຊາຣີຢາ, ຣາອາມີຢາ, ນາຮາມານີ, ມໍເດໄກ, ບິນຊານ, ມີຊະເປເຣດ, ບິກໄຫວ, ເນຮຸມ ແລະ​ບາອານາ.


ໃນ​ປີ​ທີ​ສອງ ທີ່​ດາຣິອຸດ​ໄດ້​ຂຶ້ນ​ເປັນ​ຈັກກະພັດ​ແຫ່ງ​ເປີເຊຍ ອັນ​ກົງ​ກັບ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ຫົກ; ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ໂດຍ​ທາງ​ຜູ້ທຳນວາຍ​ຮັກກາຍ. ຖ້ອຍຄຳ​ນີ້​ແມ່ນ​ສຳລັບ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ ທີ່​ເປັນ​ຜູ້​ປົກຄອງ​ຊາດ​ຢູດາຍ ແລະ​ສຳລັບ​ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ ຜູ້​ເປັນ​ມະຫາ​ປະໂຣຫິດ.


ແລ້ວ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ, ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ ມະຫາ​ປະໂຣຫິດ ແລະ​ປະຊາຊົນ​ທັງໝົດ ຜູ້​ທີ່​ໄດ້​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ໃນ​ບາບີໂລນ ກໍ​ເຮັດ​ຕາມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກຕົນ​ໄດ້​ບອກ. ພວກເຂົາ​ຢ້ານກົວ​ພຣະເຈົ້າຢາເວ​ຈຶ່ງ​ເຊື່ອຟັງ​ຜູ້ທຳນວາຍ​ຮັກກາຍ ຜູ້ນຳ​ຂ່າວ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ສົ່ງ​ມາ​ເຖິງ​ເພິ່ນ.


ພຣະເຈົ້າຢາເວ​ໄດ້​ບັນດົນ​ໃຈ​ທຸກຄົນ​ໃຫ້​ຊ່ວຍ​ກັນ​ສ້າງ​ພຣະວິຫານ: ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ ຜູ້ປົກຄອງ​ຢູດາຍ; ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ ມະຫາ​ປະໂຣຫິດ, ຕະຫລອດ​ທັງ​ປະຊາຊົນ​ທຸກຄົນ ທີ່​ໄດ້​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ພວກເຂົາ​ໄດ້​ເລີ່ມ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ພວກເຂົາ


ພຣະອົງ​ໄດ້​ບອກ​ຮັກກາຍ​ໃຫ້​ກ່າວ​ຕໍ່​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ​ຜູ້ປົກຄອງ​ຢູດາຍ ຕໍ່​ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ​ຜູ້​ເປັນ​ມະຫາ​ປະໂຣຫິດ ແລະ​ຕໍ່​ປະຊາຊົນ​ທີ່​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ​ວ່າ,


ເພື່ອ​ໃຫ້​ບອກ​ເຊຣຸບບາເບນ ຜູ້ປົກຄອງ​ຢູດາຍ​ວ່າ, “ເຮົາ​ກຳລັງ​ຈະ​ສັ່ນ​ຈັກກະວານ​ກັບ​ແຜ່ນດິນ​ໂລກ


ແຕ່​ບັດນີ້ ເຊຣຸບບາເບນ​ເອີຍ ຈົ່ງ​ເຂັ້ມແຂງ​ເຖີດ ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ​ຜູ້​ເປັນ​ມະຫາ​ປະໂຣຫິດ​ເອີຍ ພຣະເຈົ້າຢາເວ​ກ່າວ​ວ່າ, ຈົ່ງ​ເຂັ້ມແຂງ​ເຖີດ, ປະຊາຊົນ​ທັງໝົດ​ຂອງ​ດິນແດນ​ເອີຍ ຈົ່ງ​ເຂັ້ມແຂງ​ເຖີດ. ຈົ່ງ​ເຮັດ​ວຽກ​ຕໍ່ໄປ​ເພາະ​ເຮົາ​ຢູ່​ກັບ​ພວກເຈົ້າ. ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫຼະ.


ໃນ​ນິມິດ​ຢ່າງ​ອື່ນ​ອີກ ພຣະອົງ​ໄດ້​ສຳແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ມະຫາ​ປະໂຣຫິດ​ເຢຊູອາ ເພິ່ນ​ກຳລັງ​ຢືນ​ຢູ່​ຕໍ່ໜ້າ​ເທວະດາ​ຂອງ​ພຣະເຈົ້າຢາເວ. ໃນ​ທີ່ນັ້ນ ຢູ່​ຂ້າງ​ຂອງ​ເຢຊູອາ​ກໍ​ມີ​ມານຊາຕານ ຢືນ​ຢູ່​ດ້ວຍ​ພ້ອມ​ທີ່​ຈະ​ກ່າວຟ້ອງ​ເພິ່ນ.


ເຢຊູອາ​ກໍ​ຢືນ​ຢູ່​ຕໍ່ໜ້າ​ເທວະດາ​ໃນ​ທີ່ນັ້ນ ໂດຍ​ນຸ່ງ​ເສື້ອຜ້າ​ອັນ​ເປິເປື້ອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka