ເອຊະຣາ 2:1 - ພຣະຄຳພີສັກສິ1 ມີພວກທີ່ເປັນຊະເລີຍໃນຕ່າງຖິ່ນຫລາຍຄົນໄດ້ອອກຈາກແຂວງບາບີໂລນ ແລະກັບຄືນສູ່ນະຄອນເຢຣູຊາເລັມແລະຢູດາຍ; ແຕ່ລະຄົນໄດ້ກັບຄືນສູ່ບ້ານເກີດເມືອງນອນຂອງໃຜລາວ. ຄອບຄົວຂອງພວກເຂົາໄດ້ເປັນຊະເລີຍແລະອາໄສຢູ່ໃນບາບີໂລນ ຕັ້ງແຕ່ສະໄໝທີ່ກະສັດເນບູກາດເນັດຊາໄດ້ຈັບພວກເຂົາໄປທີ່ນັ້ນ. Uka jalj uñjjattʼäta |
ບັນດາປະໂຣຫິດຊາວເລວີແລະປະຊາຊົນບາງພວກ ກໍໄດ້ຕັ້ງຖິ່ນຖານຢູ່ໃນ ຫລືຢູ່ໃກ້ນະຄອນເຢຣູຊາເລັມ; ພວກນັກດົນຕຼີ, ພວກເຝົ້າຍາມພຣະວິຫານ ແລະພວກເຮັດວຽກປະຈຳພຣະວິຫານກໍຕັ້ງຖິ່ນຖານຢູ່ໃນເມືອງ; ແລະຊາວອິດສະຣາເອນທີ່ຍັງເຫລືອ ກໍໄດ້ຕັ້ງຖິ່ນຖານຢູ່ໃນເມືອງທີ່ພວກບັນພະບຸລຸດຂອງພວກຕົນເຄີຍອາໄສຢູ່.
ແລ້ວທຸກຄົນທີ່ກັບຄືນມາຈາກການເປັນຊະເລີຍໃນຕ່າງຖິ່ນ ກໍໄດ້ນຳເອົາເຄື່ອງຖວາຍມາເຜົາບູຊາແກ່ພຣະເຈົ້າຂອງຊາດອິດສະຣາເອນ. ພວກເຂົາຖວາຍທັງໝົດມີ: ງົວເຖິກສິບສອງໂຕເປັນຕົວແທນແກ່ຊາວອິດສະຣາເອນ, ແກະເຖິກເກົ້າສິບຫົກໂຕ, ລູກແກະເຈັດສິບເຈັດໂຕ, ພວກເຂົາຍັງຖວາຍແບ້ອີກສິບສອງໂຕ ສັດທັງໝົດນີ້ ຖວາຍແກ່ພຣະເຈົ້າຢາເວເປັນເຄື່ອງບູຊາໄຖ່ບາບສຳລັບພວກເຂົາເອງ.
ເຫດການນີ້ໄດ້ເກີດຂຶ້ນໃນວັນທີ 23 ຂອງເດືອນທີສາມ ອັນກົງກັບເດືອນຊີວານ . ມໍເດໄກໄດ້ເອີ້ນເອົາພວກເລຂາທິການຂອງກະສັດ ແລະບອກໃຫ້ພວກເຂົາຂຽນຈົດໝາຍເຖິງຊາວຢິວ ແລະເຖິງພວກຜູ້ປົກຄອງແຂວງ, ພວກຜູ້ປົກຄອງເມືອງ ແລະພວກຂ້າຣາຊການໃນ 127 ແຂວງ, ຄືຕັ້ງແຕ່ອິນເດຍຈົນເຖິງຊູດານ. ພວກເລຂາທິການໄດ້ຂຽນຈົດໝາຍເຖິງແຕ່ລະແຂວງ ຕາມພາສາແລະວິທີຂຽນໃນແຂວງນັ້ນ ແລະໄດ້ຂຽນໄປເຖິງຊາວຢິວເປັນພາສາແລະວິທີຂຽນຂອງຊາວຢິວ.