Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊະຣາ 10:9 - ພຣະຄຳພີສັກສິ

9 ພາຍ​ໃນ​ສາມ​ວັນ ຄື​ວັນ​ທີ​ຊາວ​ຂອງ​ເດືອນ​ເກົ້າ ໃຫ້​ຜູ້ຊາຍ​ທຸກຄົນ​ທີ່​ຢູ່​ໃນ​ເຂດແດນ​ຂອງ​ເຜົ່າ​ຢູດາ​ແລະ​ເບັນຢາມິນ​ມາ​ທ້ອນໂຮມກັນ​ທີ່​ເດີ່ນ​ວິຫານ​ຂອງ​ພຣະເຈົ້າ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ. ມື້​ນັ້ນ​ຝົນ​ຕົກ​ໜັກ ຍ້ອນ​ປາກົດການ​ຂອງ​ດິນຟ້າ​ອາກາດ ແລະ​ຄວາມ​ສຳຄັນ​ຂອງ​ການ​ປະຊຸມ ທຸກຄົນ​ຈຶ່ງ​ຕົກ​ສະທ້ານ​ຢ້ານກົວ​ຈົນ​ຕົວສັ່ນ.

Uka jalj uñjjattʼäta Copia luraña




ເອຊະຣາ 10:9
10 Jak'a apnaqawi uñst'ayäwi  

ປະໂຣຫິດ​ເອຊະຣາ​ໄດ້​ຢືນ​ຂຶ້ນ​ເວົ້າ​ຕໍ່​ພວກເຂົາ​ວ່າ, “ພວກທ່ານ​ຂາດ​ຄວາມເຊື່ອ ແລະ​ໄດ້​ນຳ​ເອົາ​ຄວາມຜິດ​ມາ​ສູ່​ຊາດ​ອິດສະຣາເອນ ຍ້ອນ​ການ​ແຕ່ງງານ​ກັບ​ຜູ້ຍິງ​ຕ່າງຊາດ.


ບັດນີ້ ພວກ​ຂ້ານ້ອຍ​ຕ້ອງ​ເຮັດ​ພັນທະສັນຍາ​ອັນ​ຈິງຈັງ​ຕໍ່​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ວ່າ ພວກ​ຂ້ານ້ອຍ​ຈະ​ສົ່ງ​ຜູ້ຍິງ​ເຫຼົ່ານີ້​ກັບ​ພວກ​ລູກ​ໜີໄປ. ພວກ​ຂ້ານ້ອຍ​ຈະ​ຂໍ​ເຮັດ​ຕາມ​ທ່ານ​ແລະ​ຄົນອື່ນໆ ທີ່​ເຄົາຣົບ​ນັບຖື​ຄຳສັ່ງ​ຂອງ​ພຣະເຈົ້າ. ພວກ​ຂ້ານ້ອຍ​ຈະ​ເຮັດ​ຕາມ​ທີ່​ກົດບັນຍັດ​ກ່າວ​ໄວ້.


ໂດຍ​ຄຳສັ່ງ​ຂອງ​ພວກ​ຫົວໜ້າ​ປະຊາຊົນ. ຖ້າ​ຜູ້ໃດ​ບໍ່ຍອມ​ມາ​ພາຍ​ໃນ​ສາມ​ວັນ ກໍ​ໃຫ້​ຢຶດເອົາ​ຊັບສິນ​ຂອງ​ຜູ້ນັ້ນ ແລະ​ຜູ້ນັ້ນ​ຈະ​ເສຍສິດ​ໃນ​ການ​ເປັນ​ສະມາຊິກ​ຂອງ​ຊຸມນຸມ​ປະຊາຊົນ.


ຂ້າພະເຈົ້າ​ນັ່ງ​ເປັນທຸກໃຈ​ຢູ່​ຈົນເຖິງ​ເວລາ​ຖວາຍ​ເຄື່ອງ​ບູຊາ​ໃນ​ຍາມແລງ ແລະ​ປະຊາຊົນ​ກໍ​ມາ​ອ້ອມຮອບ​ຂ້າພະເຈົ້າ ຄື​ທຸກຄົນ​ທີ່​ຢ້ານຢຳ​ໃນ​ຖ້ອຍຄຳ​ທີ່​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ໄວ້ ກ່ຽວກັບ​ການບາບ​ຂອງ​ພວກ​ທີ່​ໄດ້​ກັບຄືນ​ມາ​ຈາກ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.


ສະນັ້ນ ໃນ​ຣາຊການ​ປີ​ທີ​ເຈັດ​ຂອງ​ກະສັດ​ເຊເຊັດ ໃນ​ເດືອນ​ທີ​ສິບ​ອັນ​ກົງ​ກັບ​ເດືອນ​ເຕເບັດ ນາງ​ເອສະເທີ​ກໍໄດ້​ຖືກ​ນຳ​ຕົວ​ເຂົ້າ​ໄປ​ໃນ​ວັງ​ເພື່ອ​ພົບ​ກະສັດ.


ແຕ່​ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ​ແຫ່ງ​ຄວາມຈິງ ພຣະອົງ​ຊົງ​ເປັນ​ຊີວິດ​ແລະ​ເປັນ​ກະສັດ​ຕະຫລອດໄປ. ເມື່ອ​ພຣະອົງ​ໂກດຮ້າຍ ໂລກນີ້​ກໍ​ສະທ້ານ​ຫວັ່ນໄຫວ ທຸກ​ຊົນຊາດ​ບໍ່​ອາດ​ທົນທານ​ຕໍ່​ຄວາມ​ໂກດຮ້າຍຂອງ​ພຣະອົງ​ໄດ້. (


ໂດຍ​ພຣະ​ຄຳສັ່ງ ນໍ້າ​ທີ່​ເທິງ​ຟ້າ​ສະຫວັນ ດັງ​ຄຶກຄະນອງ ນຳ​ກ້ອນເມກ​ມາ​ຈາກ​ສົ້ນສຸດ​ຂອງ​ແຜ່ນດິນ​ໂລກ. ພຣະອົງ​ໃຫ້​ຟ້າ​ແມບເຫລື້ອມ​ໃນ​ທ່າມກາງ​ສາຍຝົນ ແລະ​ສົ່ງ​ລົມ​ໃຫ້​ພັດ​ມາ​ຈາກ​ຄັງ​ຂອງ​ພຣະອົງ​ນັ້ນ.


ກະສັດ​ກຳລັງ​ນັ່ງ​ຝີງ​ໄຟ​ຢູ່​ໃນ​ວັງລະດູ​ໜາວ​ຂອງຕົນ ເພາະ​ແມ່ນ​ລະດູໜາວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka