Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊະຣາ 10:8 - ພຣະຄຳພີສັກສິ

8 ໂດຍ​ຄຳສັ່ງ​ຂອງ​ພວກ​ຫົວໜ້າ​ປະຊາຊົນ. ຖ້າ​ຜູ້ໃດ​ບໍ່ຍອມ​ມາ​ພາຍ​ໃນ​ສາມ​ວັນ ກໍ​ໃຫ້​ຢຶດເອົາ​ຊັບສິນ​ຂອງ​ຜູ້ນັ້ນ ແລະ​ຜູ້ນັ້ນ​ຈະ​ເສຍສິດ​ໃນ​ການ​ເປັນ​ສະມາຊິກ​ຂອງ​ຊຸມນຸມ​ປະຊາຊົນ.

Uka jalj uñjjattʼäta Copia luraña




ເອຊະຣາ 10:8
14 Jak'a apnaqawi uñst'ayäwi  

ມີ​ຄົນ​ຖື​ຄຳສັ່ງ​ໄປ​ທົ່ວ​ນະຄອນ​ເຢຣູຊາເລັມ​ແລະ​ແຂວງ​ຢູດາຍ​ວ່າ ທຸກຄົນ​ທີ່​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ໃຫ້​ມາ​ໂຮມກັນ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ


ພາຍ​ໃນ​ສາມ​ວັນ ຄື​ວັນ​ທີ​ຊາວ​ຂອງ​ເດືອນ​ເກົ້າ ໃຫ້​ຜູ້ຊາຍ​ທຸກຄົນ​ທີ່​ຢູ່​ໃນ​ເຂດແດນ​ຂອງ​ເຜົ່າ​ຢູດາ​ແລະ​ເບັນຢາມິນ​ມາ​ທ້ອນໂຮມກັນ​ທີ່​ເດີ່ນ​ວິຫານ​ຂອງ​ພຣະເຈົ້າ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ. ມື້​ນັ້ນ​ຝົນ​ຕົກ​ໜັກ ຍ້ອນ​ປາກົດການ​ຂອງ​ດິນຟ້າ​ອາກາດ ແລະ​ຄວາມ​ສຳຄັນ​ຂອງ​ການ​ປະຊຸມ ທຸກຄົນ​ຈຶ່ງ​ຕົກ​ສະທ້ານ​ຢ້ານກົວ​ຈົນ​ຕົວສັ່ນ.


ຖ້າ​ຜູ້ໃດ​ບໍ່​ເຊື່ອຟັງ​ກົດບັນຍັດ​ຂອງ​ພຣະເຈົ້າ​ຂອງທ່ານ ຫລື​ກົດໝາຍ​ຕ່າງໆ​ຂອງ​ອານາຈັກ ຜູ້ນັ້ນ​ຈະ​ຕ້ອງ​ຖືກ​ລົງໂທດ​ທັນທີ ດັ່ງນີ້: ໂດຍ​ການ​ປະຫານ​ຊີວິດ, ຖືກ​ເນລະເທດ, ຖືກ​ຢຶດ​ຊັບສິນ ຫລື​ຖືກ​ຄຸກ.”


ໂຢອີອາດາ​ເປັນ​ລູກຊາຍ​ຂອງ​ມະຫາ​ປະໂຣຫິດ​ເອລີອາຊິບ, ແຕ່​ລູກຊາຍ​ຜູ້ໜຶ່ງ​ຂອງ​ໂຢອີອາດາ​ໄດ້​ແຕ່ງງານ​ກັບ​ລູກສາວ​ຂອງ​ສານບັນລັດ ຈາກ​ເມືອງ​ເບັດ​ໂຮໂຣນ; ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ໃຫ້​ໂຢອີອາດາ ອອກ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ.


ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້ຍິນ​ກົດບັນຍັດ​ທີ່​ໄດ້​ອ່ານ​ນີ້ ພວກເຂົາ​ຈຶ່ງ​ໄລ່​ຄົນຕ່າງຊາດ​ທັງໝົດ​ອອກ​ໄປ​ຈາກ​ທີ່​ຊຸມນຸມ​ຂອງ​ປະຊາຊົນ.


ຢ່າ​ໃຫ້​ຜູ້ໃດ​ຂາຍ​ຫລື​ຊື້​ຄືນ​ສິ່ງ​ທີ່​ຕົນ​ໄດ້​ຖວາຍ​ຂາດຕົວ ແກ່​ພຣະເຈົ້າຢາເວ​ແລ້ວ ບໍ່​ວ່າ​ຈະ​ເປັນ​ມະນຸດ, ສັດ ຫລື​ທີ່ດິນ​ກໍດີ. ສິ່ງ​ນັ້ນ​ເປັນ​ຂອງ​ພຣະເຈົ້າຢາເວ​ຢ່າງ​ຖາວອນ.


ແຕ່​ຖ້າ​ລາວ​ບໍ່​ຟັງ​ຄົນ​ເຫຼົ່ານີ້ ຈົ່ງ​ໄປ​ແຈ້ງ​ເລື່ອງ​ທັງໝົດ​ຕໍ່​ຄຣິສຕະຈັກ ແລະ​ຖ້າ​ລາວ​ບໍ່​ຟັງ​ຄຣິສຕະຈັກ ກໍ​ໃຫ້​ຖື​ວ່າ​ຄົນ​ນີ້​ເປັນ​ເໝືອນ​ຄົນ​ບໍ່​ເຊື່ອ​ພຣະເຈົ້າ ແລະ​ເປັນ​ເໝືອນ​ຄົນ​ເກັບພາສີ.”


ພວກເຈົ້າ​ຈະ​ຖືກ​ໄລ່​ອອກ​ຈາກ​ທຳມະສາລາ ແລະ​ເວລາ​ໜຶ່ງ​ຈະ​ມາ​ເຖິງ ເມື່ອ​ຜູ້​ທີ່​ຂ້າ​ພວກເຈົ້າ​ຈະ​ຄິດ​ວ່າ ການ​ກະທຳ​ຂອງຕົນ​ຢ່າງ​ນັ້ນ ເປັນ​ການ​ຖວາຍ​ກຽດ​ແກ່​ພຣະເຈົ້າ.


ການ​ທີ່​ພໍ່​ແມ່​ລາວ​ເວົ້າ​ຢ່າງ​ນີ້ ກໍ​ຍ້ອນ​ຢ້ານ​ພວກ​ຢິວ ເພາະ​ພວກເຂົາ​ໄດ້​ຕົກລົງ​ກັນ​ໄວ້​ແລ້ວ​ວ່າ, ຜູ້ໃດ​ທີ່​ຮັບ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດ ຜູ້ນັ້ນ​ຈະ​ຕ້ອງ​ຖືກ​ໄລ່​ອອກ​ຈາກ​ທຳມະສາລາ.


ພວກເຂົາ​ຕອບ​ຄົນ​ນັ້ນ​ວ່າ, “ມຶງ​ເກີດ ແລະ​ໃຫຍ່​ມາ​ໃນ​ບາບກຳ​ທັງ​ນັ້ນ ແລ້ວ​ມຶງ​ຈະ​ມາ​ສັ່ງສອນ​ພວກເຮົາ​ຊັ້ນບໍ?” ແລ້ວ​ພວກເຂົາ​ກໍ​ໄລ່​ຊາຍ​ຄົນ​ນັ້ນ​ອອກ​ໄປ.


ສ່ວນ​ຄົນ​ພາຍນອກ​ນັ້ນ ແມ່ນ​ພຣະເຈົ້າ​ຈະ​ຊົງ​ຕັດສິນ​ລົງໂທດ, “ຈົ່ງ​ກຳຈັດ​ຄົນຊົ່ວຊ້າ​ນີ້​ໃຫ້​ອອກ​ໄປ​ຈາກ​ພວກເຈົ້າ​ເສຍ.”


ສ່ວນ​ເຄື່ອງ​ທຸກຢ່າງ​ທີ່​ເຮັດ​ດ້ວຍ​ເງິນ, ຄຳ, ທອງສຳຣິດ ຫລື​ເຫຼັກ ໃຫ້​ເປັນ​ບໍຣິສຸດ​ສຳລັບ​ພຣະເຈົ້າຢາເວ. ໃຫ້​ເກັບ​ສິ່ງ​ເຫຼົ່ານັ້ນ​ໄວ້​ໃນ​ຄັງ​ຂອງ​ພຣະເຈົ້າຢາເວ.”


ພວກເຂົາ​ຖາມ​ວ່າ, “ຍັງ​ມີ​ໝວດ​ໃດ​ແດ່​ໃນ​ຊາດ​ອິດສະຣາເອນ ທີ່​ບໍ່ໄດ້​ໄປ​ປະຊຸມ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ​ທີ່​ເມືອງ​ມີຊະປາ?” (ພວກເຂົາ​ໄດ້​ສາບານ​ໄວ້​ຢ່າງ​ເດັດຂາດ​ວ່າ ຖ້າ​ຜູ້ໃດ​ຜູ້ໜຶ່ງ​ບໍ່​ມາ​ຮ່ວມ​ປະຊຸມ​ທີ່​ມີຊະປາ ຈະ​ຖືກ​ຂ້າ​ຖິ້ມ.)


ລາວ​ໄດ້​ຂ້າ​ງົວເຖິກ​ສອງ​ໂຕ​ແລະ​ປາດ​ຊີ້ນ​ເປັນ​ຕ່ອນໆ ແລ້ວ​ໃຫ້​ຄົນນຳຂ່າວ​ມາ​ນັ້ນ​ຖື​ໄປ​ທົ່ວ​ດິນແດນ​ອິດສະຣາເອນ ພ້ອມ​ທັງ​ເຕືອນ​ວ່າ, “ຜູ້ໃດ​ກໍຕາມ​ທີ່​ບໍ່​ຕິດຕາມ​ໂຊນ​ແລະ​ຊາມູເອນ​ໄປ​ສູ່​ສະໜາມຮົບ ງົວເຖິກ​ຂອງ​ຜູ້ນັ້ນ​ຈະ​ຕ້ອງ​ຖືກ​ຂ້າ​ຢ່າງ​ດຽວກັນ​ນີ້​ແຫຼະ.” ປະຊາຊົນ​ອິດສະຣາເອນ​ເກີດ​ຢ້ານກົວ​ຕໍ່​ສິ່ງ​ທີ່​ພຣະເຈົ້າຢາເວ​ອາດ​ຈະ​ກະທຳ. ສະນັ້ນ ພວກເຂົາ​ໝົດ​ທຸກຄົນ​ຈຶ່ງ​ພ້ອມກັນ​ມາ​ໂດຍ​ບໍ່ມີ​ການ​ຍົກເວັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka