Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊະຣາ 10:7 - ພຣະຄຳພີສັກສິ

7 ມີ​ຄົນ​ຖື​ຄຳສັ່ງ​ໄປ​ທົ່ວ​ນະຄອນ​ເຢຣູຊາເລັມ​ແລະ​ແຂວງ​ຢູດາຍ​ວ່າ ທຸກຄົນ​ທີ່​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ໃຫ້​ມາ​ໂຮມກັນ​ຢູ່​ທີ່​ນະຄອນ​ເຢຣູຊາເລັມ

Uka jalj uñjjattʼäta Copia luraña




ເອຊະຣາ 10:7
4 Jak'a apnaqawi uñst'ayäwi  

ສະນັ້ນ ພວກເຂົາ​ຈຶ່ງ​ເຊີນ​ປະຊາຊົນ​ອິດສະຣາເອນ​ທັງໝົດ​ມາ​ຮ່ວມ ເປັນ​ຈຳນວນ​ຫລວງຫລາຍ​ກວ່າ​ສະໄໝ​ກ່ອນ ຄື​ເລີ່ມ​ແຕ່​ເມືອງ​ດານ​ທາງທິດ​ຕາເວັນອອກ ຈົນຮອດ​ເມືອງ​ເບເອນເຊບາ​ທາງທິດໃຕ້ ເພື່ອ​ໃຫ້​ພ້ອມກັນ​ມາ​ທີ່​ນະຄອນ​ເຢຣູຊາເລັມ ສະຫລອງ​ປັດສະຄາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ຕາມ​ທີ່​ກົດບັນຍັດ​ໄດ້​ກຳນົດ​ໄວ້.


ໃນ​ປີ​ທຳອິດ​ທີ່​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ​ຂຶ້ນ​ເປັນ​ຈັກກະພັດ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ຜ່ານ​ປາກ​ຜູ້ທຳນວາຍ​ເຢເຣມີຢາ​ກາຍເປັນ​ຈິງ. ພຣະເຈົ້າຢາເວ​ໄດ້​ດົນໃຈ​ກະສັດ​ໄຊຣັດ​ໃຫ້​ອອກ​ຄຳສັ່ງ ແລະ​ຂຽນ​ຂໍ້ຄຳສັ່ງ​ນັ້ນ​ສົ່ງ​ອອກ​ໄປ ແລະ​ໃຫ້​ອ່ານ​ດັງໆ​ຕາມ​ທຸກບ່ອນ​ທົ່ວ​ອານາຈັກ​ຂອງ​ເພິ່ນ ໂດຍ​ມີ​ຂໍ້​ຄວາມ​ດັ່ງນີ້:


ແລ້ວ​ເອຊະຣາ​ກໍໄດ້​ອອກ​ຈາກ​ດ້ານ​ໜ້າ​ຂອງ​ວິຫານ​ຂອງ​ພຣະເຈົ້າ ໄປ​ຫາ​ບ່ອນ​ທີ່​ເຢໂຮຮານານ​ລູກຊາຍ​ຂອງ​ເອລີອາຊິບ​ອາໄສ​ຢູ່ ແລະ​ຄ້າງຄືນ ຢູ່​ທີ່​ນັ້ນ​ທັງ​ໂສກເສົ້າ ແລະ​ຮ້ອງໄຫ້​ເພາະ​ຄວາມ​ບໍ່​ສັດຊື່​ຂອງ​ພວກ​ທີ່​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ເພິ່ນ​ບໍ່​ກິນ​ຫລື​ດື່ມ​ຫຍັງ​ໝົດ.


ໂດຍ​ຄຳສັ່ງ​ຂອງ​ພວກ​ຫົວໜ້າ​ປະຊາຊົນ. ຖ້າ​ຜູ້ໃດ​ບໍ່ຍອມ​ມາ​ພາຍ​ໃນ​ສາມ​ວັນ ກໍ​ໃຫ້​ຢຶດເອົາ​ຊັບສິນ​ຂອງ​ຜູ້ນັ້ນ ແລະ​ຜູ້ນັ້ນ​ຈະ​ເສຍສິດ​ໃນ​ການ​ເປັນ​ສະມາຊິກ​ຂອງ​ຊຸມນຸມ​ປະຊາຊົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka