ເອຊະຣາ 10:5 - ພຣະຄຳພີສັກສິ5 ສະນັ້ນ ເອຊະຣາຈຶ່ງເລີ່ມລົງມືດຳເນີນການ ໂດຍໃຫ້ຫົວໜ້າພວກປະໂຣຫິດຊາວເລວີ ແລະປະຊາຊົນທັງໝົດສາບານວ່າ ພວກຕົນຈະປະຕິບັດຕາມທີ່ເຊການີຢາສະເໜີມາ. Uka jalj uñjjattʼäta |
ຂໍຮ່ວມກັບບັນດາຜູ້ນຳຂອງພວກຂ້ານ້ອຍໃນທີ່ນີ້ ພາຍໃຕ້ຄຳສາບແຊ່ງອັນມີໂທດຮ້າຍແຮງ ຖ້າພວກຂ້ານ້ອຍຝ່າຝືນຂໍ້ຕົກລົງນີ້ ຂໍສາບານວ່າພວກຂ້ານ້ອຍຈະດຳເນີນຊີວິດຕາມກົດບັນຍັດ ຊຶ່ງພຣະເຈົ້າໄດ້ມອບໃຫ້ຜ່ານທາງໂມເຊ ຜູ້ຮັບໃຊ້ຂອງພຣະເຈົ້າ; ວ່າພວກຂ້ານ້ອຍຈະກະທຳຕາມສິ່ງທັງໝົດທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງພວກຂ້ານ້ອຍໄດ້ສັ່ງ; ແລະວ່າພວກຂ້ານ້ອຍຈະຢຶດຖືກົດບັນຍັດ ແລະຂໍ້ກຳນົດຕ່າງໆຂອງພຣະອົງ.
ພວກຜູ້ນຳຈຶ່ງຕອບວ່າ, “ພວກເຮົາຈະເຮັດຕາມສິ່ງທີ່ທ່ານໄດ້ເວົ້າມາ. ພວກເຮົາຈະສົ່ງຊັບສິນຄືນໃຫ້ພວກເຂົາ ທັງຈະບໍ່ພະຍາຍາມຖາມເອົາໜີ້ສິນອີກດ້ວຍ.” ຂ້າພະເຈົ້າໄດ້ເອີ້ນພວກເຂົາໃຫ້ເຂົ້າໄປຫາປະໂຣຫິດ ແລະໃຫ້ພວກຜູ້ນຳສາບານຕໍ່ໜ້າປະໂຣຫິດວ່າ ພວກເຂົາຈະປະຕິບັດຕາມຄຳສັນຍາທີ່ພວກຕົນໄດ້ເຮັດນັ້ນ.