Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊະຣາ 10:4 - ພຣະຄຳພີສັກສິ

4 ແມ່ນ​ຄວາມ​ຮັບຜິດຊອບ​ຂອງທ່ານ​ທີ່​ຕ້ອງ​ລົງມື​ດຳເນີນການ. ສ່ວນ​ພວກ​ຂ້ານ້ອຍ​ແລ້ວ​ຈະ​ໜູນຫລັງ​ທ່ານ; ສະນັ້ນ ທ່ານ​ຈົ່ງ​ລົງມື​ດຳເນີນການ​ໂລດ.”

Uka jalj uñjjattʼäta Copia luraña




ເອຊະຣາ 10:4
14 Jak'a apnaqawi uñst'ayäwi  

ຊ່າງ​ຄຳ, ຊ່າງ​ເງິນ, ຊ່າງ​ທອງສຳຣິດ ແລະ​ຊ່າງເຫລັກ. ບັດນີ້ ຈົ່ງ​ເລີ່ມ​ເຮັດວຽກ​ສາ ຂໍ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ເຈົ້າ​ເທີ້ນ.”


ສະນັ້ນ ຈົ່ງ​ສະແຫວງຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ດ້ວຍ​ສຸດໃຈ​ແລະ​ສຸດຈິດ. ຈົ່ງ​ລົງມື​ກໍ່ສ້າງ​ສະຖານທີ່​ສັກສິດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ ເພື່ອ​ຈະ​ໄດ້​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ແລະ​ເຄື່ອງ​ສັກສິດ​ອື່ນໆ​ຂອງ​ພຣະເຈົ້າ ເຂົ້າມາ​ໃນ​ວິຫານ​ທີ່​ສ້າງ​ໄວ້​ສຳລັບ​ນາມຊື່​ຂອງ​ພຣະເຈົ້າຢາເວ.”


ເຈົ້າ​ຕ້ອງ​ຮັບຮູ້​ວ່າ​ພຣະເຈົ້າຢາເວ​ໄດ້​ເລືອກເອົາ​ເຈົ້າ ໃຫ້​ເປັນ​ຜູ້​ສ້າງ​ວິຫານ​ອັນ​ສັກສິດ​ຂອງ​ພຣະອົງ. ບັດນີ້ ຈົ່ງ​ລົງ​ມື​ເຮັດ​ດ້ວຍ​ຄວາມ​ເດັດດ່ຽວ ແລະ​ກ້າຫານ​ເທີ້ນ.”


ກະສັດ​ດາວິດ​ໄດ້​ສັ່ງ​ໂຊໂລໂມນ​ລູກຊາຍ​ຂອງ​ເພິ່ນ​ວ່າ, “ຈົ່ງ​ເດັດດ່ຽວ ແລະ​ກ້າຫານ. ຈົ່ງ​ລົງມື​ເຮັດ​ວຽກ ແລະ​ຢ່າ​ໃຫ້​ມີ​ສິ່ງໃດສິ່ງໜຶ່ງ​ຂັດຂວາງ​ເຈົ້າ​ເລີຍ. ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ທີ່​ພໍ່​ໄດ້​ບົວລະບັດ​ຮັບໃຊ້​ນັ້ນ​ຈະ​ສະຖິດ​ຢູ່​ນຳ​ເຈົ້າ. ພຣະອົງ​ຈະ​ບໍ່​ປະຖິ້ມ​ເຈົ້າ​ແຕ່​ພຣະອົງ​ຈະ​ຢູ່​ນຳ​ເຈົ້າ ຈົນກວ່າ​ເຈົ້າ​ຈະ​ກໍ່ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ສຳເລັດ.


ບັນດາ​ປະໂຣຫິດ ແລະ​ພວກ​ເລວີ​ໄດ້​ຮັບ​ມອບໝາຍ​ໜ້າທີ່ ໃຫ້​ຮັບຜິດຊອບ​ໃນ​ວິຫານ​ຂອງ​ພຣະເຈົ້າ. ຊ່າງສີມື​ທຸກໆ​ຂະແໜງ​ກໍ​ຍິນດີ​ຈະ​ຊ່ວຍເຫລືອ​ເຈົ້າ ແລະ​ປະຊາຊົນ​ທັງໝົດ​ພ້ອມ​ບັນດາ​ພວກ​ຜູ້ນຳ​ກໍ​ຢູ່​ໃຕ້​ຄຳສັ່ງ​ຂອງ​ເຈົ້າ.”


ສະນັ້ນ ເອຊະຣາ​ຈຶ່ງ​ເລີ່ມ​ລົງມື​ດຳເນີນການ ໂດຍ​ໃຫ້​ຫົວໜ້າ​ພວກ​ປະໂຣຫິດ​ຊາວ​ເລວີ ແລະ​ປະຊາຊົນ​ທັງໝົດ​ສາບານ​ວ່າ ພວກ​ຕົນ​ຈະ​ປະຕິບັດ​ຕາມ​ທີ່​ເຊການີຢາ​ສະເໜີ​ມາ.


ບໍ່​ວ່າ​ຈະ​ເຮັດ​ສິ່ງໃດ​ກໍຕາມ ຈົ່ງ​ເຮັດ​ສິ່ງ​ນັ້ນ​ຢ່າງ​ເຕັມ​ກຳລັງ ເພາະ​ໃນ​ແດນ​ຂອງ​ຄົນຕາຍ​ນັ້ນ​ຈະ​ບໍ່ມີ​ການກະທຳ, ບໍ່ມີ​ຄວາມຄິດ, ບໍ່ມີ​ຄວາມຮູ້, ບໍ່ມີ​ປັນຍາ​ໃດໆ ແລະ​ໃນ​ບ່ອນນັ້ນແຫລະ​ທີ່​ພວກເຈົ້າ​ຈະ​ໄປ.


ປຽບ​ເໝືອນ​ກັບ​ຊາຍ​ຄົນ​ໜຶ່ງ​ທີ່​ອອກ​ເດີນທາງ​ໄກ ເພິ່ນ​ອອກ​ຈາກ​ເຮືອນ​ຂອງ​ເພິ່ນ ແລະ​ໄດ້​ມອບ​ອຳນາດ​ປ່ອຍ​ໃຫ້​ບັນດາ​ຄົນ​ຮັບໃຊ້ ຮັບຜິດຊອບ​ເຮັດ​ວຽກ​ຂອງ​ໃຜ​ລາວ ແລະ​ສັ່ງ​ຄົນ​ເຝົ້າຍາມ​ເຮືອນ​ໄວ້​ໃຫ້​ດີ.


ຈົ່ງ​ຫ່ວງໃຍ​ຊຶ່ງກັນແລະກັນ ຈົ່ງ​ໜູນ​ນໍ້າໃຈ​ຊຶ່ງກັນແລະກັນ​ໃຫ້​ມີ​ຄວາມຮັກ ແລະ​ໃຫ້​ເຮັດ​ຄຸນງາມ​ຄວາມດີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka