Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊະຣາ 10:2 - ພຣະຄຳພີສັກສິ

2 ແລ້ວ​ເຊການີຢາ​ລູກຊາຍ​ຂອງ​ເຢຮີເອນ​ຈາກ​ຕະກຸນ​ເອລາມ ກໍ​ເວົ້າ​ກັບ​ເອຊະຣາ​ວ່າ, “ພວກ​ຂ້ານ້ອຍ​ຂາດ​ຄວາມເຊື່ອ​ໃນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ໂດຍ​ໄປ​ແຕ່ງງານ​ກັບ​ຜູ້ຍິງ​ຕ່າງຊາດ; ແຕ່​ເຖິງ​ຢ່າງ​ໃດ​ກໍດີ ຊາດ​ອິດສະຣາເອນ​ຍັງ​ມີ​ຄວາມຫວັງ​ຢູ່.

Uka jalj uñjjattʼäta Copia luraña




ເອຊະຣາ 10:2
17 Jak'a apnaqawi uñst'ayäwi  

ຕະກຸນ​ເອລາມ: ມັດຕານີຢາ, ເຊກາຣີຢາ, ເຢຮີເອນ, ອັບດີ, ເຢເຣໂມດ ແລະ​ເອລີຢາ.


ເອລາມ​ພວກ​ອື່ນ - 1.254 ຄົນ


ເອລາມ - 1.254 ຄົນ


ເຢຊາອີຢາ​ລູກຊາຍ​ຂອງ​ອາທາລີຢາ, ຕະກຸນ​ເອລາມ, ພ້ອມ​ທັງ​ພວກ​ຜູ້ຊາຍ 70 ຄົນ


ຫລັງຈາກ​ທຸກສິ່ງ​ໄດ້​ສຳເລັດ​ແລ້ວ ກໍ​ມີ​ພວກຜູ້ນຳ​ຂອງ​ຊາວ​ອິດສະຣາເອນ​ບາງຄົນ​ໄດ້​ມາ​ຫາ​ຂ້າພະເຈົ້າ ແລະ​ບອກ​ວ່າ, “ປະຊາຊົນ ບັນດາ​ປະໂຣຫິດ ແລະ​ຊາວ​ເລວີ​ບໍ່ໄດ້​ຮັກສາ​ຕົວ​ຄື: ບໍ່​ແຍກ​ອອກ​ຈາກ​ປະຊາຊົນ​ທີ່​ຢູ່​ໃນ​ປະເທດ​ໃກ້ຄຽງ​ນີ້ ເຊັ່ນ: ອຳໂມນ, ໂມອາບ ແລະ​ເອຢິບ​ຫລື​ຈາກ​ຊາວ​ການາອານ, ຮິດຕີ, ເປຣີຊີ, ເຢບຸດ ແລະ​ອາໂມ. ພວກເຂົາ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ໜ້າກຽດຊັງ​ເໝືອນກັນ​ກັບ​ພວກ​ນີ້​ໄດ້​ເຮັດ.


ຜູ້ຊາຍ​ຊາວຢິວ​ໄດ້​ແຕ່ງງານ​ກັບ​ພວກຜູ້ຍິງ​ຕ່າງຊາດ; ດັ່ງນັ້ນ ປະຊາຊົນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ​ຈຶ່ງ​ກາຍເປັນ​ປະຊາຊົນ​ຜູ້​ບໍ່​ບໍຣິສຸດ. ບັນດາ​ຜູ້ນຳ ແລະ​ບັນດາ​ຂ້າຣາຊການ​ໄດ້​ເປັນ​ຕົວການ​ໃນ​ເລື່ອງນີ້.”


ຖ້າດັ່ງນັ້ນ ຈະ​ໃຫ້​ພວກເຮົາ​ເຫັນດີ​ດ້ວຍກັນ​ກັບ​ພວກເຈົ້າ ແລະ​ບໍ່​ເຊື່ອຟັງ​ພຣະເຈົ້າ​ຂອງ​ພວກເຮົາ​ໂດຍ​ໄປ​ແຕ່ງງານ​ກັບ​ຍິງ​ຕ່າງຊາດ​ໄດ້​ບໍ?”


ຊາດົກ​ລູກຊາຍ​ຂອງ​ອິມເມ ໄດ້​ສ້າງ​ສ່ວນ​ຕໍ່ໄປ ຊຶ່ງ​ຢູ່​ຕໍ່ໜ້າ​ເຮືອນ​ຂອງ​ຕົນເອງ. ເຊມາອີຢາ​ລູກຊາຍ​ຂອງ​ເຊການີຢາ ຜູ້​ຮັກສາ​ປະຕູ​ທາງດ້ານ​ທິດ​ຕາເວັນອອກ ໄດ້​ສ້າງ​ສ່ວນ​ຕໍ່ໄປ.


ເອລາມ ອີກ​ແຫ່ງ​ອື່ນ - 1.254 ຄົນ


ຢ່າ​ເຮັດ​ຂໍ້​ຕົກລົງ​ໃດໆ​ກັບ​ປະຊາຊົນ​ໃນ​ດິນແດນ ທີ່​ເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຢູ່​ນີ້​ເດັດຂາດ ເພາະ​ສິ່ງ​ນັ້ນ​ຈະ​ເປັນ​ບ້ວງແຮ້ວ​ອັນ​ຮ້າຍກາດ​ດັກຈັບ​ພວກເຈົ້າ.


ຜູ້​ທີ່​ຊ້ອນເຊື່ອງ​ບາບກຳ​ໄວ້ ຊີວິດ​ຈະ​ບໍ່​ຈະເລີນ​ຮຸ່ງເຮືອງ. ຜູ້​ທີ່​ສາລະພາບ​ບາບກຳ​ຂອງຕົນ ພຣະເຈົ້າ​ຈະ​ເມດຕາ​ຜູ້ນັ້ນ.


ແຕ່​ຖ້າ​ພວກເຈົ້າ​ເລືອກ​ຊັ້ນ​ວັນນະ ພວກເຈົ້າ​ກໍ​ເຮັດ​ຜິດ​ໃນ​ຖານ​ເຮັດ​ບາບ ແລະ​ກົດບັນຍັດ​ກໍ​ລົງໂທດ​ພວກເຈົ້າ​ໃນ​ຖານ​ເປັນ​ຜູ້​ຝ່າຝືນ​ກົດບັນຍັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka