ເອຊະຣາ 10:1 - ພຣະຄຳພີສັກສິ1 ໃນຂະນະທີ່ເອຊະຣາກຳລັງກົ້ມພາວັນນາອະທິຖານຕໍ່ໜ້າວິຫານຂອງພຣະເຈົ້າ ທັງຮ້ອງໄຫ້ແລະສາລະພາບບາບເຫຼົ່ານີ້ຢູ່, ກໍມີຊາວອິດສະຣາເອນເປັນໝູ່ໃຫຍ່ ທັງຊາຍຍິງ ແລະເດັກນ້ອຍໄດ້ມາອ້ອມຮອບເພິ່ນທັງຮ້ອງໄຫ້ຢ່າງຂົມຂື່ນ. Uka jalj uñjjattʼäta |
ໂດຍຮູ້ວ່າຖ້າມີໄພພິບັດໃດໆຈະມາທຳລາຍເພື່ອລົງໂທດພວກເພິ່ນເຊັ່ນ: ເສິກ, ພະຍາດລະບາດ, ຫລືຄວາມອຶດຢາກ; ແລ້ວພວກເພິ່ນກໍມາ ແລະຢືນຢູ່ຕໍ່ໜ້າພຣະວິຫານນີ້ໄດ້ ຄືບ່ອນທີ່ພວກເພິ່ນນະມັດສະການພຣະອົງ. ພວກເພິ່ນພາວັນນາອະທິຖານຫາພຣະອົງໄດ້ໃນເວລາມີຄວາມເດືອດຮ້ອນ ແລະພຣະອົງກໍຈະຟັງພວກເພິ່ນພ້ອມທັງຈະຊ່ວຍກູ້ເອົາພວກເພິ່ນໄວ້.
ຂໍຊົງໂຜດຫລຽວເບິ່ງຂ້ານ້ອຍ ແລະຟັງຄຳພາວັນນາອະທິຖານຂອງຂ້ານ້ອຍດ້ວຍ ໃນເມື່ອຂ້ານ້ອຍພາວັນນາອະທິຖານທັງເວັນທັງຄືນ ເພື່ອພວກຜູ້ຮັບໃຊ້ຂອງພຣະອົງ ຄືປະຊາຊົນອິດສະຣາເອນ. ຂ້ານ້ອຍຂໍຮັບສາລະພາບວ່າ, ພວກຂ້ານ້ອຍ ຄືປະຊາຊົນອິດສະຣາເອນໄດ້ເຮັດບາບ. ບັນພະບຸລຸດຂອງພວກຂ້ານ້ອຍ ແລະຂ້ານ້ອຍເອງກໍໄດ້ເຮັດບາບດ້ວຍ.
“ພວກຂ້ານ້ອຍ ປະຊາຊົນອິດສະຣາເອນ ຄືພວກປະໂຣຫິດຊາວເລວີ ແລະພວກເຝົ້າຍາມ, ບັນດານັກຮ້ອງ, ຜູ້ຮັບໃຊ້ປະຈຳພຣະວິຫານ ແລະທຸກຄົນທີ່ເຊື່ອຟັງກົດບັນຍັດຂອງພຣະເຈົ້າ ໄດ້ແຍກຕົນເອງອອກຈາກຊາວຕ່າງຊາດທີ່ອາໄສຢູ່ໃນດິນແດນຂອງພວກຂ້ານ້ອຍ. ພວກຂ້ານ້ອຍພ້ອມດ້ວຍລູກເມຍຂອງພວກຂ້ານ້ອຍທຸກຄົນເຕີບໃຫຍ່ພໍທີ່ຈະເຂົ້າໃຈໄດ້
ເມື່ອພວກເຂົາໄດ້ຍິນຂໍ້ຄວາມທີ່ກົດບັນຍັດນັ້ນຮຽກຮ້ອງໃຫ້ເຮັດ ຕ່າງກໍຮູ້ສຶກຕື້ນຕັນໃຈ ແລະຮ້ອງໄຫ້ຂຶ້ນ. ສະນັ້ນ ເນເຫມີຢາຜູ້ທີ່ເປັນຜູ້ປົກຄອງ ແລະເອຊະຣາຜູ້ທີ່ເປັນທັງປະໂຣຫິດ ແລະເປັນນັກຮຽນຮູ້ດ້ານກົດບັນຍັດຕະຫລອດທັງຄົນເລວີທີ່ເປັນຜູ້ອະທິບາຍກົດບັນຍັດ ຈຶ່ງບອກປະຊາຊົນທັງໝົດວ່າ, “ວັນນີ້ເປັນວັນສັກສິດສຳລັບພຣະເຈົ້າຢາເວ ພຣະເຈົ້າຂອງພວກທ່ານ; ສະນັ້ນ ຈຶ່ງບໍ່ສົມຄວນທີ່ພວກທ່ານຈະໄວ້ທຸກ ຫລືຮ້ອງໄຫ້.
ເຮົາຈະເຮັດໃຫ້ເຊື້ອສາຍຂອງກະສັດດາວິດ ແລະຊາວເຢຣູຊາເລັມຄົນອື່ນໆ ເຕັມໄປດ້ວຍຈິດໃຈເມດຕາ ແລະຮັກການພາວັນນາອະທິຖານ. ພວກເຂົາຈະແນມເບິ່ງຜູ້ທີ່ພວກເຂົາແທງຈົນຕາຍ ແລະພວກເຂົາຈະໄວ້ທຸກໃຫ້ເພິ່ນດັ່ງຄົນທີ່ໄວ້ທຸກໃຫ້ແກ່ລູກຊາຍໂທນຂອງຕົນ. ພວກເຂົາຈະໄວ້ທຸກຢ່າງຂົມຂື່ນ ດັ່ງຄົນທີ່ໄວ້ທຸກໃຫ້ແກ່ລູກຊາຍກົກຂອງຕົນ.