Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊະຣາ 1:9 - ພຣະຄຳພີສັກສິ

9 ມີ​ດັ່ງ​ຕໍ່ໄປນີ້: ຖ້ວຍ​ຄຳ​ສຳລັບ​ຖວາຍບູຊາ 30 ໃບ ຖ້ວຍ​ເງິນ​ສຳລັບ​ຖວາຍບູຊາ 1.000 ໃບ ຖ້ວຍ​ຢ່າງ​ອື່ນ 29 ໃບ

Uka jalj uñjjattʼäta Copia luraña




ເອຊະຣາ 1:9
14 Jak'a apnaqawi uñst'ayäwi  

ຈອກ, ມີດຕັດ​ສຳລັບ​ຕັດ​ໃສ້ຕະກຽງ, ຊາມ, ຖ້ວຍ​ສຳລັບ​ໃສ່​ເຄື່ອງຫອມ, ໝໍ້​ສຳລັບ​ໃສ່​ຖ່ານໄຟ​ແດງ, ບານພັບ​ປະຕູ​ບ່ອນ​ສັກສິດ​ທີ່ສຸດ ແລະ​ບານພັບ​ປະຕູ​ທາງ​ນອກ​ພຣະວິຫານ. ສິ່ງ​ເຫຼົ່ານີ້​ໄດ້​ໃຊ້​ຄຳ​ເຮັດ​ທັງໝົດ.


ພວກເຂົາ​ໄດ້​ຂົນ​ເອົາ​ທຸກສິ່ງ​ທີ່​ເຮັດ​ດ້ວຍ​ເງິນ ພ້ອມ​ທັງ​ຖ້ວຍນ້ອຍ ແລະ​ໝໍ້​ໃສ່​ຖ່ານໄຟ​ໄປ​ດ້ວຍ.


ເມື່ອ​ການ​ສ້ອມແປງ​ສຳເລັດ​ຮຽບຮ້ອຍ​ແລ້ວ ຄຳ​ແລະ​ເງິນ​ທີ່​ຍັງເຫລືອ​ນັ້ນ​ກໍ​ຖືກ​ມອບ​ໃຫ້​ກະສັດ​ແລະ​ເຢໂຮຍອາດາ ເພື່ອ​ໃຊ້​ເຮັດ​ຖ້ວຍ​ແລະ​ເຄື່ອງໃຊ້​ອື່ນໆ​ສຳລັບ​ວິຫານ​ຂອງ​ພຣະເຈົ້າຢາເວ. ຕາບໃດ​ທີ່​ເຢໂຮຍອາດາ​ຍັງ​ມີ​ຊີວິດ​ຢູ່ ການ​ຖວາຍ​ເຄື່ອງ​ບູຊາ​ກໍ​ມີ​ຢ່າງ​ສະໝໍ່າ​ສະເໝີ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ.


ຮູຣາມ​ຍັງ​ໄດ້​ເຮັດ​ໝໍ້, ຊວ້ານ ແລະ​ຖ້ວຍ. ລາວ​ໄດ້​ເຮັດ​ໝົດ​ທຸກສິ່ງ​ທີ່​ຕົນ​ໄດ້​ສັນຍາ​ໄວ້​ກັບ​ກະສັດ​ໂຊໂລໂມນ​ວ່າ ຈະ​ເຮັດ​ໃຫ້​ສຳເລັດ​ສຳລັບ​ວິຫານ​ຂອງ​ພຣະເຈົ້າ ມີ​ດັ່ງນີ້:


ພວກເຂົາ​ໄດ້​ເຮັດ​ໂຕະ ສິບ​ໜ່ວຍ ແລະ​ໄດ້​ນຳ​ໄປ​ຕັ້ງ​ໄວ້​ໃນ​ຫ້ອງ​ໂຖງ​ຂອງ​ພຣະວິຫານ​ຄື​ກັນ ຂ້າງ​ຂວາ​ຫ້າ​ໜ່ວຍ ແລະ​ຂ້າງ​ຊ້າຍ​ຫ້າ​ໜ່ວຍ. ພວກເຂົາ​ຍັງ​ໄດ້​ເຮັດ​ຖ້ວຍ​ຄຳ​ໜຶ່ງຮ້ອຍ​ໃບ.


ຖ້ວຍ​ນ້ອຍ​ເປັນ​ຄຳ 30 ໃບ ຖ້ວຍ​ນ້ອຍ​ເປັນ​ເງິນ 410 ໃບ ເຄື່ອງໃຊ້​ອື່ນໆ 1.000 ໃບ


ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ມອບ​ໃຫ້​ພວກເຂົາ: ເງິນ - 25 ໂຕນ ເຄື່ອງໃຊ້​ເປັນ​ເງິນ 100 ອັນ, ໜັກ - 70 ກິໂລກຼາມ ຄຳ, ໜັກ - 3.400 ກິໂລກຼາມ ຖ້ວຍ​ຄຳ 20 ໃບ, ໜັກ - 8,4 ກິໂລກຼາມ ຖ້ວຍ​ທອງສຳຣິດ​ຢ່າງດີ​ສອງ​ໃບ​ມີ​ຄ່າ​ເທົ່າ​ກັບ​ຖ້ວຍ​ຄຳ.


ດັ່ງນັ້ນ ພວກ​ປະໂຣຫິດ​ແລະ​ຊາວ​ເລວີ​ຈຶ່ງ​ກຳກັບ​ເອົາ​ເງິນ, ຄຳ ແລະ​ເຄື່ອງໃຊ້​ນັ້ນ ໄປ​ສູ່​ວິຫານ​ຂອງ​ພຣະເຈົ້າ​ທີ່​ນະຄອນ​ເຢຣູຊາເລັມ.


ນາງ​ຈຶ່ງ​ເຮັດ​ຕາມ​ຄຳແນະນຳ​ຂອງ​ແມ່ ນາງ​ກ່າວ​ວ່າ, “ຈົ່ງ​ເອົາ​ຫົວ​ໂຢຮັນ​ບັບຕິສະໂຕ​ໃສ່​ຖາດ​ມາ​ໃຫ້​ຂ້ານ້ອຍ​ໃນ​ທີ່​ນີ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka