Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊະຣາ 1:8 - ພຣະຄຳພີສັກສິ

8 ເພິ່ນ​ເອົາ​ຂອງ​ເຫຼົ່ານັ້ນ​ສົ່ງ​ໃຫ້​ມິດເຣດາດ​ຫົວໜ້າ​ຄັງຫລວງ ຜູ້​ທີ່​ເຮັດ​ບັນຊີ​ລາຍການ​ສິ່ງຂອງ​ໃຫ້​ເຊັດບັດຊາ ຜູ້ປົກຄອງ​ແຂວງ​ຢູດາຍ

Uka jalj uñjjattʼäta Copia luraña




ເອຊະຣາ 1:8
10 Jak'a apnaqawi uñst'ayäwi  

ຖ້ວຍ​ຄຳ​ແລະ​ຖ້ວຍ​ເງິນ​ລວມ​ທັງໝົດ​ມີ 5.400 ໃບ ພ້ອມ​ກັບ​ສິ່ງ​ອື່ນໆ​ທີ່​ເຊັດບັດຊາ​ໄດ້​ນຳ​ກັບຄືນ​ໄປ ຕອນ​ທີ່​ເພິ່ນ​ເອງ ແລະ​ພວກ​ທີ່​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຄົນອື່ນໆ​ໄດ້​ອອກ​ຈາກ​ບາບີໂລນ​ກັບຄືນ​ສູ່​ນະຄອນ​ເຢຣູຊາເລັມ.


ບັນດາ​ຜູ້ນຳ​ຂອງ​ພວກເຂົາ​ມີ​ດັ່ງນີ້: ເຊຣຸບບາເບນ, ເຢຊູອາ, ເນເຫມີຢາ, ເສຣາອີຢາ, ເຣເອລາອີຢາ, ມໍເດໄກ, ບິນຊານ, ມີຊະປາ, ບິກໄຫວ, ເຣຫຸມ ແລະ​ບາອານາ. ຕໍ່ໄປນີ້​ແມ່ນ​ລາຍຊື່​ຂອງ​ຕະກຸນ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ພ້ອມ​ທັງ​ຈຳນວນ​ຄົນ​ຂອງ​ແຕ່ລະ​ຕະກຸນ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ:


ເພິ່ນ​ໄດ້​ເອົາ​ເຄື່ອງໃຊ້​ທີ່​ເປັນ​ຄຳ ແລະ​ເປັນ​ເງິນ​ຂອງ​ວິຫານ​ຂອງ​ພຣະເຈົ້າ ຊຶ່ງ​ກະສັດ​ເນບູ​ກາດເນັດຊາ​ໄດ້​ຢຶດເອົາ​ໄປ​ຈາກ​ພຣະວິຫານ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ໄດ້ນຳເອົາ​ໄປ​ໄວ້​ຢູ່​ໃນ​ພຣະວິຫານ​ທີ່​ນະຄອນ​ບາບີໂລນ​ນັ້ນ​ກັບຄືນ​ມາ. ກະສັດ​ໄຊຣັດ​ໄດ້​ສົ່ງ​ເຄື່ອງ​ເຫຼົ່ານີ້​ໃຫ້​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ເຊັດບັດຊາ ຜູ້​ທີ່​ເພິ່ນ​ໄດ້​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ປົກຄອງ​ຢູດາຍ.


ດັ່ງນັ້ນ ເຊັດບັດຊາ​ຈຶ່ງ​ວາງ​ຮາກຖານ​ວິຫານ​ຂອງ​ພຣະເຈົ້າ ແລະ​ດຳເນີນ​ການ​ກໍ່ສ້າງ​ມາ​ຈົນເຖິງ​ບັດນີ້ ແຕ່​ກໍ​ຍັງ​ບໍ່​ທັນ​ແລ້ວ​ເທື່ອ.’


ເມື່ອ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ ແລະ​ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ​ໄດ້ຍິນ​ຖ້ອຍຄຳ​ຂອງ​ເພິ່ນ ພວກເຂົາ​ຈຶ່ງ​ເລີ່ມ​ກໍ່ສ້າງ​ວິຫານ​ຂອງ​ພຣະເຈົ້າ​ໃນ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່ ແລະ​ຜູ້ທຳນວາຍ​ຂອງ​ພຣະເຈົ້າ​ສອງ​ຄົນ​ນີ້​ກໍໄດ້​ຊ່ວຍເຫລືອ​ພວກເຂົາ.


ເຮົາ​ຈະ​ລົງໂທດ​ເບນ ຄື​ພະ​ແຫ່ງ​ບາບີໂລນ ແລະ​ເຮັດ​ໃຫ້​ມັນ​ຍອມ​ຄືນ​ສົມບັດ​ຕ່າງໆ​ທີ່​ໄດ້​ລັກ​ໄປ​ນັ້ນ; ຊົນຊາດ​ທັງຫລາຍ​ຈະ​ບໍ່​ນະມັດສະການ​ມັນ​ອີກ​ຕໍ່ໄປ. ກຳແພງ​ຂອງ​ນະຄອນ​ບາບີໂລນ​ໄດ້​ພັງ​ທະລາຍ​ລົງ​ສາ​ແລ້ວ.


ໃນ​ປີ​ທີ​ສອງ ທີ່​ດາຣິອຸດ​ໄດ້​ຂຶ້ນ​ເປັນ​ຈັກກະພັດ​ແຫ່ງ​ເປີເຊຍ ອັນ​ກົງ​ກັບ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ຫົກ; ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ໂດຍ​ທາງ​ຜູ້ທຳນວາຍ​ຮັກກາຍ. ຖ້ອຍຄຳ​ນີ້​ແມ່ນ​ສຳລັບ​ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ ທີ່​ເປັນ​ຜູ້​ປົກຄອງ​ຊາດ​ຢູດາຍ ແລະ​ສຳລັບ​ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ ຜູ້​ເປັນ​ມະຫາ​ປະໂຣຫິດ.


ພຣະເຈົ້າຢາເວ​ໄດ້​ບັນດົນ​ໃຈ​ທຸກຄົນ​ໃຫ້​ຊ່ວຍ​ກັນ​ສ້າງ​ພຣະວິຫານ: ເຊຣຸບບາເບນ​ລູກຊາຍ​ຂອງ​ເຊອານຕີເອນ ຜູ້ປົກຄອງ​ຢູດາຍ; ເຢຊູອາ​ລູກຊາຍ​ຂອງ​ໂຢຊາດັກ ມະຫາ​ປະໂຣຫິດ, ຕະຫລອດ​ທັງ​ປະຊາຊົນ​ທຸກຄົນ ທີ່​ໄດ້​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ. ພວກເຂົາ​ໄດ້​ເລີ່ມ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ພວກເຂົາ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka