Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊະຣາ 1:7 - ພຣະຄຳພີສັກສິ

7 ກະສັດ​ໄຊຣັດ​ໄດ້​ນຳ​ເອົາ​ຖ້ວຍ​ກັບ​ຈອກ​ທີ່​ກະສັດ​ເນບູ​ກາດເນັດຊາ ໄດ້​ຢຶດເອົາ​ໄປ​ຈາກ​ວິຫານ​ຂອງ​ພຣະເຈົ້າຢາເວ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ໄດ້​ເກັບ​ສິ່ງ​ເຫຼົ່ານີ້​ໄວ້​ໃນ​ວິຫານ​ພະ​ຂອງຕົນ ມອບ​ຄືນ​ໃຫ້​ແກ່​ພວກເຂົາ.

Uka jalj uñjjattʼäta Copia luraña




ເອຊະຣາ 1:7
13 Jak'a apnaqawi uñst'ayäwi  

ແລະ​ທັງ​ໄດ້​ກວາດລ້າງ​ເອົາ​ຊັບສົມບັດ​ທັງໝົດ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ໃນ​ຣາຊວັງ ໄປ​ທີ່​ນະຄອນ​ບາບີໂລນ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້ ກະສັດ​ເນບູ​ກາດເນັດຊາ​ໄດ້​ທຸບ​ເອົາ​ເຄື່ອງໃຊ້​ທັງໝົດ​ທີ່​ເປັນ​ຄຳ ຊຶ່ງ​ກະສັດ​ໂຊໂລໂມນ​ໄດ້​ເຮັດ​ໄວ້​ໃນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ.


ເມື່ອ​ຮອດ​ລະດູ​ໃບໄມ້ປົ່ງ ກະສັດ​ເນບູກາເນັດຊາ​ໄດ້​ນຳ​ເຢໂຮຍອາກິນ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ ພ້ອມທັງ​ນຳ​ຊັບສົມບັດ​ອັນມີຄ່າ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ​ໄປ​ກ້ຽງ. ແລ້ວ​ເພິ່ນ​ກໍ​ແຕ່ງຕັ້ງ​ເຊເດກີຢາ ລູງ ຂອງ​ເຢໂຮຍອາກິນ ໃຫ້​ຂຶ້ນ​ເປັນ​ກະສັດ​ປົກຄອງ​ຢູດາຍ​ແລະ​ເຢຣູຊາເລັມ​ແທນ.


ກະສັດ​ແຫ່ງ​ບາບີໂລນ​ໄດ້​ປຸ້ນສະດົມ​ວິຫານ​ຂອງ​ພຣະເຈົ້າ, ຊັບສົມບັດ​ຂອງ​ວິຫານ​ຂອງ​ພຣະເຈົ້າຢາເວ ແລະ​ຊັບສົມບັດ​ຂອງ​ກະສັດ​ຕະຫລອດ​ທັງ​ຂອງ​ພວກ​ຂ້າຣາຊການ ແລະ​ນຳ​ເອົາ​ສິ່ງຂອງ​ທັງໝົດ​ໄປ​ທີ່​ນະຄອນ​ບາບີໂລນ.


ເນບູ​ກາດເນັດຊາ​ໄດ້​ນຳ​ຊັບສົມບັດ​ບາງສ່ວນ​ຢູ່​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ ໄປ​ໄວ້​ທີ່​ວັງ​ຂອງຕົນ​ໃນ​ນະຄອນ​ບາບີໂລນ.


ເພິ່ນ​ໄດ້​ເອົາ​ເຄື່ອງໃຊ້​ທີ່​ເປັນ​ຄຳ ແລະ​ເປັນ​ເງິນ​ຂອງ​ວິຫານ​ຂອງ​ພຣະເຈົ້າ ຊຶ່ງ​ກະສັດ​ເນບູ​ກາດເນັດຊາ​ໄດ້​ຢຶດເອົາ​ໄປ​ຈາກ​ພຣະວິຫານ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ໄດ້ນຳເອົາ​ໄປ​ໄວ້​ຢູ່​ໃນ​ພຣະວິຫານ​ທີ່​ນະຄອນ​ບາບີໂລນ​ນັ້ນ​ກັບຄືນ​ມາ. ກະສັດ​ໄຊຣັດ​ໄດ້​ສົ່ງ​ເຄື່ອງ​ເຫຼົ່ານີ້​ໃຫ້​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ເຊັດບັດຊາ ຜູ້​ທີ່​ເພິ່ນ​ໄດ້​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້​ປົກຄອງ​ຢູດາຍ.


ສ່ວນ​ເຄື່ອງໃຊ້​ເປັນ​ຄຳ​ແລະ​ເປັນ​ເງິນ​ຂອງ​ວິຫານ​ຂອງ​ພຣະເຈົ້າ ຊຶ່ງ​ກະສັດ​ເນບູ​ກາດເນັດຊາ ໄດ້​ເອົາ​ມາ​ຈາກ​ພຣະວິຫານ​ໃນ​ນະຄອນ​ເຢຣູຊາເລັມ​ແລະ​ໄດ້ນຳ​ມາ​ບາບີໂລນ​ນັ້ນ ໃຫ້​ນຳ​ເອົາ​ຄືນ​ໄປ​ໄວ້​ບ່ອນ​ເກົ່າ ຄື​ທີ່​ວິຫານ​ຂອງ​ພຣະເຈົ້າ.”


ເຮົາ​ຈະ​ລົງໂທດ​ເບນ ຄື​ພະ​ແຫ່ງ​ບາບີໂລນ ແລະ​ເຮັດ​ໃຫ້​ມັນ​ຍອມ​ຄືນ​ສົມບັດ​ຕ່າງໆ​ທີ່​ໄດ້​ລັກ​ໄປ​ນັ້ນ; ຊົນຊາດ​ທັງຫລາຍ​ຈະ​ບໍ່​ນະມັດສະການ​ມັນ​ອີກ​ຕໍ່ໄປ. ກຳແພງ​ຂອງ​ນະຄອນ​ບາບີໂລນ​ໄດ້​ພັງ​ທະລາຍ​ລົງ​ສາ​ແລ້ວ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໃຫ້​ກະສັດ​ເນບູ​ກາດເນັດຊາ​ຈັບ​ກະສັດ​ເຢໂຮຍອາກິມ ແລະ​ຢຶດເອົາ​ເຄຶ່ອງໃຊ້​ບາງ​ຢ່າງ​ໃນ​ວິຫານ​ຂອງ​ພຣະເຈົ້າ​ໄປ. ເພິ່ນ​ໄດ້​ຈັບ​ເອົາ​ຊະເລີຍ​ບາງຄົນ​ກັບຄືນ​ໄປ​ທີ່​ວິຫານ​ພະ​ຂອງ​ເພິ່ນ​ໃນ​ບາບີໂລນ ແລະ​ເອົາ​ຊັບສົມບັດ​ທີ່​ຢຶດ​ໄດ້​ນັ້ນ​ໄປ​ເກັບໄວ້​ໃນ​ຄັງ​ພະ​ຂອງຕົນ​ທີ່​ວິຫານ.


ທ່ານ​ດູໝິ່ນ​ປະໝາດ​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ສະຫວັນ ໂດຍ​ນຳ​ເອົາ​ຈອກ ແລະ​ຖ້ວຍ​ຈາກ​ພຣະວິຫານ​ຂອງ​ພຣະອົງ​ມາ​ທີ່​ນີ້. ທ່ານ​ເອງ, ພວກ​ມະເຫສີ, ພວກ​ນາງ​ສະໜົມ ແລະ​ພວກ​ເຈົ້ານາຍ​ຊັ້ນ​ຜູ້ໃຫຍ່​ຂອງທ່ານ ໄດ້​ພາກັນ​ໃຊ້​ພາຊະນະ​ເຫຼົ່ານີ້ ແລະ​ສັນລະເສີນ​ບັນດາ​ພະ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງສຳຣິດ, ດ້ວຍ​ເຫຼັກ, ດ້ວຍ​ໄມ້ ແລະ​ດ້ວຍ​ຫີນ; ພະ​ເຫຼົ່ານີ້​ຮູ້​ແລະ​ເຫັນ​ບໍ່ໄດ້ ແລະ​ກໍ​ບໍ່ໄດ້ຍິນ​ຫຍັງ ທັງ​ບໍ່​ຮູ້ຈັກ​ຫຍັງ​ເລີຍ, ແຕ່​ທ່ານ​ບໍ່ໄດ້​ຖວາຍ​ກຽດ​ແກ່​ພຣະເຈົ້າ ອົງ​ຊົງ​ໃຫ້​ຊີວິດ​ຫລື​ເອົາ​ຊີວິດ​ຂອງທ່ານ​ໄປ ແລະ​ເປັນ​ອົງ​ຊົງ​ຄວບຄຸມ​ທຸກສິ່ງ​ທີ່​ທ່ານ​ເຮັດ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka