Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊະຣາ 1:6 - ພຣະຄຳພີສັກສິ

6 ຊາວ​ບ້ານໃກ້​ເຮືອນຄຽງ​ທຸກຄົນ​ໄດ້​ຊ່ວຍເຫລືອ​ໂດຍ​ໃຫ້​ສິ່ງຂອງ​ແກ່​ພວກເຂົາ​ຫລາຍ​ຢ່າງ ດັ່ງນີ້: ເຄື່ອງໃຊ້​ທີ່​ເປັນ​ເງິນ, ເປັນ​ຄຳ, ສະບຽງ​ອາຫານ, ຝູງສັດ, ສິ່ງຂອງ​ມີຄ່າ​ອື່ນໆ ນອກຈາກ​ເຄື່ອງ​ຖວາຍບູຊາ​ດ້ວຍໃຈ​ສະໝັກ​ສຳລັບ​ພຣະວິຫານ.

Uka jalj uñjjattʼäta Copia luraña




ເອຊະຣາ 1:6
12 Jak'a apnaqawi uñst'ayäwi  

ປະຊາຊົນ​ຖວາຍ​ດ້ວຍ​ໃຈ​ເຫລື້ອມໃສ​ສັດທາ​ໃຫ້​ແກ່​ພຣະເຈົ້າຢາເວ ແລະ​ພວກເຂົາ​ຕ່າງ​ກໍ​ມີ​ຄວາມ​ຊົມຊື່ນ​ຍິນດີ​ທີ່​ມີ​ຄົນ​ຖວາຍ​ຢ່າງ​ຫລວງຫລາຍ. ສ່ວນ​ກະສັດ​ດາວິດ​ຍິ່ງ​ມີ​ຄວາມ​ສຸກໃຈ​ຫລາຍ​ທີ່ສຸດ.


ຖ້າ​ປະຊາຊົນ​ຂອງ​ພຣະອົງ​ຜູ້ໃດ​ທີ່​ຢູ່​ຕ່າງຖິ່ນ​ຢາກ​ກັບຄືນ​ເມືອ ແລະ​ຕ້ອງການ​ຄວາມ​ຊ່ວຍເຫລືອ ກໍ​ໃຫ້​ຄົນ​ບ້ານໃກ້​ເຮືອນຄຽງ​ຊ່ວຍເຫລືອ​ພວກເຂົາ. ຈົ່ງ​ເອົາ​ເງິນ​ແລະ​ຄຳ, ສະບຽງ​ອາຫານ ແລະ​ຝູງສັດ, ຕະຫລອດ​ທັງ​ເຄື່ອງ​ບູຊາ​ໃຫ້​ພວກເຂົາ ເພື່ອ​ຈະ​ຖວາຍ​ໃນ​ວິຫານ​ຂອງ​ພຣະເຈົ້າ​ທີ່​ນະຄອນ​ເຢຣູຊາເລັມ.”


ພໍ​ເຖິງ​ວັນ​ທີ​ສີ່ ພວກເຮົາ​ໄດ້​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ ເພື່ອ​ຊັ່ງ​ເບິ່ງ​ເງິນ, ຄຳ ແລະ​ເຄື່ອງໃຊ້ ແລ້ວ​ກໍ​ມອບ​ສິ່ງ​ເຫຼົ່ານີ້​ໃຫ້​ປະໂຣຫິດ​ເມເຣໂມດ​ລູກຊາຍ​ຂອງ​ອູຣີຢາ. ເອເລອາຊາ​ລູກຊາຍ​ຂອງ​ຟີເນຮາ​ກໍໄດ້​ຢູ່​ກັບ​ລາວ​ໃນ​ທີ່ນັ້ນ​ດ້ວຍ ພ້ອມ​ກັບ​ຊາວ​ເລວີ​ສອງ​ຄົນ ຄື​ໂຢຊາບັດ​ລູກຊາຍ​ຂອງ​ເຢຊູອາ ແລະ​ໂນອາດີຢາ​ລູກຊາຍ​ຂອງ​ບິນນູອີ.


ພວກເຂົາ​ພະຍາຍາມ​ຂົ່ມຂູ່​ພວກເຮົາ​ໃຫ້​ຢ້ານກົວ ແລະ​ເຮັດ​ໃຫ້​ວຽກງານ​ຢຸດ​ສະງັກ. ຂ້າພະເຈົ້າ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າ ບັດນີ້ ໂຜດ​ເຮັດ​ໃຫ້​ຂ້ານ້ອຍ​ເຂັ້ມແຂງ​ດ້ວຍ​ເຖີດ.”


ພຣະອົງ​ໄດ້​ເຮັດ​ໃຫ້​ພວກ​ທີ່​ກົດຂີ່​ພວກເຂົາ ເມດຕາ​ສົງສານ​ພວກເຂົາ​ດ້ວຍ.


ໃນ​ວັນ​ທີ່​ເຈົ້າ​ຕໍ່ສູ້​ເຫຼົ່າ​ສັດຕູ​ໝູ່ມານ ປະຊາຊົນ​ຈະ​ຂານ​ອາສາ​ເຂົ້າ​ຮັບໃຊ້​ເຈົ້າ. ຊາຍໜຸ່ມ​ຈະ​ມາ​ຫາ​ເຈົ້າ​ທີ່​ເນີນພູ​ສັກສິດ ດັ່ງ​ນໍ້າ​ຄ້າງ​ຢອດ​ລົງ​ໃນ​ຍາມ​ເຊົ້າຕູ່.


ພວກເຂົາ​ກະທຳ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້ ຄື​ໄດ້​ຂໍ​ໃຫ້​ເອົາ​ເຄື່ອງ​ເງິນ, ເຄື່ອງ​ຄຳ​ແລະ​ເສື້ອຜ້າ​ນຳ​ຊາວ​ເອຢິບ.


ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ຊາວ​ເອຢິບ​ຢຳເກງ​ຊາວ​ອິດສະຣາເອນ ແລະ​ມອບ​ສິ່ງຂອງ​ໃຫ້​ພວກເຂົາ​ຕາມ​ທີ່​ຊາວ​ອິດສະຣາເອນ​ຂໍຮ້ອງ​ເອົາ. ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງໄດ້​ຢຶດເອົາ​ຊັບສົມບັດ​ຂອງ​ຊາວ​ເອຢິບ​ໄປ.


ຈົ່ງ​ໃຫ້​ກຳລັງ​ຜູ້​ທີ່​ມື​ອິດເມື່ອຍ​ອ່ອນແຮງ ຊູ​ແຮງ​ຫົວເຂົ່າ​ທີ່​ສັ່ນເຊັນ​ເພາະ​ຄວາມ​ອິດເມື່ອຍ.


ທຸກຄົນ​ຈົ່ງ​ໃຫ້​ຕາມ​ທີ່​ຕົນ​ໄດ້​ຄິດໝາຍ​ໄວ້​ໃນ​ໃຈ ບໍ່ແມ່ນ​ໃຫ້​ດ້ວຍ​ຄິດ​ເສຍດາຍ ຫລື​ດ້ວຍ​ຂືນໃຈ​ໃຫ້ ເຫດ​ວ່າ​ພຣະເຈົ້າ​ຊົງ​ຮັກ​ຄົນ​ນັ້ນ ທີ່​ໃຫ້​ດ້ວຍ​ຊື່ນໃຈ​ຍິນດີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka