Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊະຣາ 1:4 - ພຣະຄຳພີສັກສິ

4 ຖ້າ​ປະຊາຊົນ​ຂອງ​ພຣະອົງ​ຜູ້ໃດ​ທີ່​ຢູ່​ຕ່າງຖິ່ນ​ຢາກ​ກັບຄືນ​ເມືອ ແລະ​ຕ້ອງການ​ຄວາມ​ຊ່ວຍເຫລືອ ກໍ​ໃຫ້​ຄົນ​ບ້ານໃກ້​ເຮືອນຄຽງ​ຊ່ວຍເຫລືອ​ພວກເຂົາ. ຈົ່ງ​ເອົາ​ເງິນ​ແລະ​ຄຳ, ສະບຽງ​ອາຫານ ແລະ​ຝູງສັດ, ຕະຫລອດ​ທັງ​ເຄື່ອງ​ບູຊາ​ໃຫ້​ພວກເຂົາ ເພື່ອ​ຈະ​ຖວາຍ​ໃນ​ວິຫານ​ຂອງ​ພຣະເຈົ້າ​ທີ່​ນະຄອນ​ເຢຣູຊາເລັມ.”

Uka jalj uñjjattʼäta Copia luraña




ເອຊະຣາ 1:4
15 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຮູ້​ວ່າ​ພຣະອົງ​ທົດສອບ​ເບິ່ງ​ຈິດໃຈ​ຂອງ​ມະນຸດ​ທຸກຄົນ ແລະ​ພໍໃຈ​ກັບ​ປະຊາຊົນ​ທີ່​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ. ຂ້ານ້ອຍ​ຂໍ​ມອບ​ສິ່ງ​ທັງໝົດ​ນີ້​ໃຫ້​ພຣະອົງ​ດ້ວຍ​ໃຈ​ເຫລື້ອມໃສ​ສັດທາ ແລະ​ຂ້ານ້ອຍ​ເຫັນ​ວ່າ​ປະຊາຊົນ​ທີ່​ມາ​ເຕົ້າໂຮມ​ກັນ​ທີ່​ນີ້ ພວກເຂົາ​ມີ​ຄວາມ​ສຸກໃຈ​ຫລາຍ​ສໍ່າໃດ ທີ່​ໄດ້​ນຳ​ເອົາ​ເຄື່ອງຂອງ​ມາ​ຖວາຍ​ແກ່​ພຣະອົງ.


ນອກຈາກ​ສິ່ງ​ທັງໝົດ​ທີ່​ໄດ້​ຖືກ​ຈັດຫາ​ໄວ້​ນັ້ນ ຂ້າພະເຈົ້າ​ຍັງ​ໄດ້​ມອບ​ເງິນ​ແລະ​ຄຳ​ຈາກ​ຊັບສົມບັດ​ສ່ວນຕົວ​ຂອງ​ຂ້າພະເຈົ້າ​ໃຫ້​ຕື່ມ ເພາະ​ຂ້າພະເຈົ້າ​ຮັກ​ວິຫານ​ຂອງ​ພຣະເຈົ້າ.


ປະຊາຊົນ​ຖວາຍ​ດ້ວຍ​ໃຈ​ເຫລື້ອມໃສ​ສັດທາ​ໃຫ້​ແກ່​ພຣະເຈົ້າຢາເວ ແລະ​ພວກເຂົາ​ຕ່າງ​ກໍ​ມີ​ຄວາມ​ຊົມຊື່ນ​ຍິນດີ​ທີ່​ມີ​ຄົນ​ຖວາຍ​ຢ່າງ​ຫລວງຫລາຍ. ສ່ວນ​ກະສັດ​ດາວິດ​ຍິ່ງ​ມີ​ຄວາມ​ສຸກໃຈ​ຫລາຍ​ທີ່ສຸດ.


ມີ​ຄົນເລວີ​ຜູ້ໜຶ່ງ​ຊື່​ວ່າ​ໂກເຣ​ລູກຊາຍ​ຂອງ​ອີມນາ ທີ່​ເປັນ​ນາຍ​ເຝົ້າຍາມ​ປະຕູ​ທາງດ້ານ​ຕາເວັນອອກ​ເປັນ​ຜູ້​ຮັບຜິດຊອບ​ໃນ​ການ​ຮັບ​ເຄື່ອງຖວາຍ​ດ້ວຍ​ເຕັມໃຈ​ແກ່​ພຣະເຈົ້າ ເພື່ອ​ຈະ​ແຈກ​ຢາຍ​ເຄື່ອງຖວາຍ​ຂອງ​ພຣະເຈົ້າຢາເວ ແລະ​ສິ່ງຂອງ​ບໍຣິສຸດ​ທີ່ສຸດ​ທັງຫລາຍ.


ຂໍ​ໃຫ້​ພຣະເຈົ້າ​ສະຖິດ​ຢູ່​ນຳ​ພວກທ່ານ ຜູ້​ທີ່​ເປັນ​ປະຊາຊົນ​ຂອງ​ພຣະອົງ. ພວກທ່ານ​ຈະ​ຕ້ອງ​ໄປ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຂຶ້ນ​ໃໝ່ ຄື​ພຣະອົງ​ເປັນ​ພຣະເຈົ້າ​ທີ່​ສະຖິດ​ໃນ​ນະຄອນ​ເຢຣູຊາເລັມ.


ແລ້ວ​ຫົວໜ້າ​ຕະກຸນ​ຕ່າງໆ​ໃນ​ເຜົ່າຢູດາ ແລະ ເຜົ່າ​ເບັນຢາມິນ, ບັນດາ​ປະໂຣຫິດ ແລະ ຊາວ​ເລວີ, ພ້ອມ​ທັງ​ຄົນອື່ນໆ​ທີ່​ພຣະເຈົ້າ​ດົນໃຈ ຕ່າງ​ກໍໄດ້​ຕຽມຕົວ​ເພື່ອ​ກັບ​ໄປ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ທີ່​ນະຄອນ​ເຢຣູຊາເລັມ.


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ພຣະອົງ​ຊົງ​ຍຸດຕິທຳ, ແຕ່​ພຣະອົງ​ກໍ​ປ່ອຍ​ພວກ​ຂ້ານ້ອຍ​ໃຫ້​ຍັງ​ມີ​ຊີວິດ​ຢູ່. ພວກ​ຂ້ານ້ອຍ​ຂໍ​ສາລະພາບ​ຄວາມຜິດ​ຂອງ​ພວກ​ຂ້ານ້ອຍ​ຕໍ່​ພຣະອົງ; ພວກ​ຂ້ານ້ອຍ​ບໍ່ມີ​ສິດ​ຫຍັງ​ທີ່​ຈະ​ເຂົ້າ​ມາ​ຢູ່​ຊ້ອງໜ້າ​ພຣະອົງ.”


ປະຊາຊົນ​ອິດສະຣາເອນ​ທັງ​ຍິງ​ແລະ​ຊາຍ​ຜູ້​ທີ່​ມີ​ໃຈ​ເຫລື້ອມໃສ​ສັດທາ ກໍໄດ້​ນຳ​ເຄື່ອງ​ຖວາຍ​ຂອງ​ພວກເຂົາ​ມາ​ປະກອບສ່ວນ​ໃນ​ວຽກງານ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ຜ່ານ​ທາງ​ໂມເຊ ໃຫ້​ພວກເຂົາ​ເຮັດ​ນັ້ນ​ທຸກປະການ.


ມີ​ຊາວ​ອິດສະຣາເອນ​ແຕ່​ໜ້ອຍຄົນ​ເທົ່ານັ້ນ ທີ່​ຈະ​ກັບຄືນ​ມາ​ຫາ​ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່.


“ຫລັງຈາກ​ທີ່​ຂ້ານ້ອຍ​ໄດ້​ຈາກ​ນະຄອນ​ເຢຣູຊາເລັມ​ໄປ ເປັນ​ເວລາ​ຫລາຍ​ປີ​ແລ້ວ, ຂ້ານ້ອຍ​ກໍ​ກັບຄືນ​ມາ​ນະຄອນ​ນີ້​ອີກ ເພື່ອ​ນຳ​ເອົາ​ເງິນ​ຊ່ວຍເຫລືອ​ມາ​ໃຫ້​ປະຊາຊົນ​ຂອງ​ຂ້ານ້ອຍ ແລະ ເພື່ອ​ຖວາຍບູຊາ​ແກ່​ພຣະເຈົ້າ​ດ້ວຍ.


ຈົ່ງ​ຊ່ວຍ​ຮັບ​ພາລະ​ໜັກ​ຂອງ​ກັນແລະກັນ ຖ້າ​ເຮັດ​ດັ່ງນີ້ ພວກເຈົ້າ​ກໍ​ປະຕິບັດ​ຕາມ ກົດບັນຍັດ​ຂອງ​ພຣະຄຣິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka