ເອຊະຣາ 1:3 - ພຣະຄຳພີສັກສິ3 ຂໍໃຫ້ພຣະເຈົ້າສະຖິດຢູ່ນຳພວກທ່ານ ຜູ້ທີ່ເປັນປະຊາຊົນຂອງພຣະອົງ. ພວກທ່ານຈະຕ້ອງໄປທີ່ນະຄອນເຢຣູຊາເລັມ ແລະສ້າງວິຫານຂອງພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນຂຶ້ນໃໝ່ ຄືພຣະອົງເປັນພຣະເຈົ້າທີ່ສະຖິດໃນນະຄອນເຢຣູຊາເລັມ. Uka jalj uñjjattʼäta |
ແລະພາວັນນາອະທິຖານວ່າ, “ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ໃນສະຫວັນເບື້ອງເທິງ ແລະໃນແຜ່ນດິນໂລກເບື້ອງລຸ່ມ ບໍ່ມີພະໃດເໝືອນພຣະອົງ ພຣະອົງຮັກສາພັນທະສັນຍາຂອງພຣະອົງທີ່ມີຕໍ່ປະຊາຊົນຂອງພຣະອົງ ແລະສະແດງຄວາມຮັກຂອງພຣະອົງຕໍ່ພວກເຂົາ ເມື່ອພວກເຂົາດຳເນີນຊີວິດຢ່າງເຊື່ອຟັງພຣະອົງດ້ວຍໝົດຈິດໝົດໃຈ.
ກະສັດດາວິດໄດ້ສັ່ງໂຊໂລໂມນລູກຊາຍຂອງເພິ່ນວ່າ, “ຈົ່ງເດັດດ່ຽວ ແລະກ້າຫານ. ຈົ່ງລົງມືເຮັດວຽກ ແລະຢ່າໃຫ້ມີສິ່ງໃດສິ່ງໜຶ່ງຂັດຂວາງເຈົ້າເລີຍ. ພຣະເຈົ້າຢາເວ ພຣະເຈົ້າອົງທີ່ພໍ່ໄດ້ບົວລະບັດຮັບໃຊ້ນັ້ນຈະສະຖິດຢູ່ນຳເຈົ້າ. ພຣະອົງຈະບໍ່ປະຖິ້ມເຈົ້າແຕ່ພຣະອົງຈະຢູ່ນຳເຈົ້າ ຈົນກວ່າເຈົ້າຈະກໍ່ສ້າງວິຫານຂອງພຣະເຈົ້າຢາເວສຳເລັດ.