Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊະຣາ 1:2 - ພຣະຄຳພີສັກສິ

2 “ຕໍ່ໄປນີ້​ແມ່ນ​ຄຳສັ່ງ​ຂອງ​ກະສັດ​ໄຊຣັດ ຈັກກະພັດ​ແຫ່ງ​ເປີເຊຍ. ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ສະຫວັນ ໄດ້​ໃຫ້​ຂ້າພະເຈົ້າ​ປົກຄອງ​ອານາຈັກ​ທັງໝົດ​ທົ່ວທັງ​ແຜ່ນດິນ​ໂລກ ແລະ​ໃຫ້​ຂ້າພະເຈົ້າ​ຮັບຜິດຊອບ​ສ້າງ​ວິຫານ​ຫລັງ​ໜຶ່ງ​ຂຶ້ນ​ໃຫ້​ພຣະອົງ​ທີ່​ນະຄອນ​ເຢຣູຊາເລັມ​ໃນ​ຢູດາຍ.

Uka jalj uñjjattʼäta Copia luraña




ເອຊະຣາ 1:2
34 Jak'a apnaqawi uñst'ayäwi  

ໂອ​ພຣະເຈົ້າ​ເອີຍ ແຕ່​ພຣະອົງ​ຢາກ​ຢູ່​ໃນ​ແຜ່ນດິນ​ໂລກ​ນີ້​ແທ້​ບໍ? ແມ່ນແຕ່​ຟ້າ​ສະຫວັນ​ທັງໝົດ​ກໍ​ບໍ່​ໃຫຍ່​ພໍ​ທີ່​ຈະ​ຮັບ​ພຣະອົງ​ໄດ້ ແລ້ວ​ພຣະວິຫານ​ທີ່​ຂ້ານ້ອຍ​ສ້າງ​ນີ້​ຈະ​ໃຫຍ່​ພຽງພໍ​ສຳລັບ​ພຣະອົງ​ໄດ້​ຢ່າງໃດ?


ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ພຣະຜູ້​ສ້າງ​ສະຫວັນ​ແລະ​ແຜ່ນດິນ​ໂລກ ພຣະອົງ​ໄດ້​ໃຫ້​ກະສັດ​ດາວິດ​ມີ​ລູກຊາຍ​ທີ່​ສະຫລຽວ​ສະຫລາດ ເຕັມລົ້ນ​ດ້ວຍ​ຄວາມ​ເຂົ້າໃຈ​ແລະ​ຄວາມ​ສາມາດ ຊຶ່ງ​ບັດນີ້​ເປັນ​ຜູ້​ວາງແຜນ​ສ້າງ​ພຣະວິຫານ​ສຳລັບ​ພຣະເຈົ້າຢາເວ ແລະ​ທັງ​ສ້າງ​ວັງ​ສຳລັບ​ຕົນເອງ.


ແລ້ວ​ຫົວໜ້າ​ຕະກຸນ​ຕ່າງໆ​ໃນ​ເຜົ່າຢູດາ ແລະ ເຜົ່າ​ເບັນຢາມິນ, ບັນດາ​ປະໂຣຫິດ ແລະ ຊາວ​ເລວີ, ພ້ອມ​ທັງ​ຄົນອື່ນໆ​ທີ່​ພຣະເຈົ້າ​ດົນໃຈ ຕ່າງ​ກໍໄດ້​ຕຽມຕົວ​ເພື່ອ​ກັບ​ໄປ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ທີ່​ນະຄອນ​ເຢຣູຊາເລັມ.


ຕໍ່ມາ ປະຊາຊົນ​ກໍ​ຈ່າຍ​ເງິນ​ໃຫ້​ຊ່າງ​ຕັດ​ຫີນ ແລະ​ຊ່າງ​ໄມ້; ແລະ​ໄດ້​ເອົາ​ອາຫານ, ເຄື່ອງດື່ມ ແລະ​ນໍ້າມັນ​ໝາກກອກເທດ ສົ່ງ​ໄປ​ທີ່​ເມືອງ​ຕີເຣ ແລະ ຊີໂດນ ເພື່ອ​ແລກປ່ຽນ​ກັບ​ໄມ້ແປກ​ຈາກ​ເລບານອນ ຊຶ່ງ​ໄມ້​ເຫຼົ່ານີ້​ໄດ້​ຖືກ​ນຳ​ມາ​ທາງ​ທະເລ​ຈາກ​ເມືອງ​ຢົບປາ. ທຸກສິ່ງ​ທີ່​ໄດ້​ລົງມື​ເຮັດ​ນັ້ນ​ແມ່ນ​ໄດ້​ຮັບ​ອະນຸຍາດ​ຈາກ​ກະສັດ​ໄຊຣັດ​ແຫ່ງ​ເປີເຊຍ.


ເຊຣຸບບາເບນ, ເຢຊູອາ ແລະ​ພວກ​ຫົວໜ້າ​ຂອງ​ຕະກຸນ​ຕ່າງໆ ໄດ້​ຕອບ​ພວກເຂົາ​ວ່າ, “ພວກເຮົາ​ບໍ່​ຕ້ອງການ​ໃຫ້​ພວກເຈົ້າ​ຊ່ວຍ​ສ້າງ​ວິຫານ​ສຳລັບ​ພຣະເຈົ້າ​ຂອງ​ພວກເຮົາ​ດອກ. ພວກເຮົາ​ຈະ​ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຂຶ້ນ​ເອງ ຕາມ​ຄຳສັ່ງ​ຂອງ​ກະສັດ​ໄຊຣັດ​ກະສັດ​ແຫ່ງ​ເປີເຊຍ.”


ກະສັດ​ໃຫ້​ລາວ​ນຳ​ເຄື່ອງ​ເຫຼົ່ານີ້ ກັບຄືນ​ໄປ​ໄວ້​ໃນ​ພຣະວິຫານ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ໃຫ້​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຂຶ້ນ​ໃໝ່​ຢູ່​ບ່ອນ​ເກົ່າ​ຂອງ​ມັນ.


ການ​ເຮັດ​ຢ່າງ​ນີ້ ກໍ​ເພື່ອ​ພວກເຂົາ​ຈະ​ໄດ້​ຖວາຍ​ເຄື່ອງ​ບູຊາ​ໃຫ້​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ​ແຫ່ງ​ສະຫວັນ ແລະ​ໃຫ້​ພາວັນນາ​ອະທິຖານ​ຂໍ​ພຣະພອນ​ຈາກ​ພຣະເຈົ້າ​ສຳລັບ​ເຮົາ​ແລະ​ສຳລັບ​ບັນດາ​ພວກ​ລູກຊາຍ​ຂອງເຮົາ​ດ້ວຍ.


“ໃນ​ຣາຊການ​ປີ​ທີ​ໜຶ່ງ​ຂອງ​ກະສັດ​ໄຊຣັດ ເພິ່ນ​ໄດ້​ອອກ​ຄຳສັ່ງ​ໃຫ້​ສ້າງ​ວິຫານ​ຂອງ​ພຣະເຈົ້າ​ຂຶ້ນ​ໃໝ່​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ໃຫ້​ເປັນ​ບ່ອນ​ເຜົາ​ເຄື່ອງ​ຖວາຍບູຊາ. ວິຫານ​ນັ້ນ​ໃຫ້​ສູງ​ໄດ້​ຊາວເຈັດ​ແມັດ ແລະ​ໃຫ້​ກວ້າງ​ໄດ້​ຊາວເຈັດ​ແມັດ.


“ຈາກ​ກະສັດ​ອາກຕາເຊເຊັດ ເຖິງ​ປະໂຣຫິດ​ເອຊະຣາ ນັກຮຽນ​ຮູ້​ດ້ານ​ກົດບັນຍັດ​ຂອງ​ພຣະເຈົ້າ​ແຫ່ງ​ສະຫວັນ.


ເມື່ອ​ຂ້າພະເຈົ້າ​ໄດ້ຍິນ​ສິ່ງ​ທັງໝົດ​ນັ້ນ​ແລ້ວ ຂ້າພະເຈົ້າ​ກໍ​ນັ່ງ​ລົງ​ແລະ​ຮ້ອງໄຫ້​ຄໍ່າຄວນ. ຂ້າພະເຈົ້າ​ໄວ້ທຸກ​ແລະ​ບໍ່​ຮັບປະທານ​ອາຫານ​ເປັນ​ເວລາ​ຫລາຍ​ວັນ. ຂ້າພະເຈົ້າ​ພາວັນນາ​ອະທິຖານ​ຫາ​ພຣະເຈົ້າ​ວ່າ,


“ໂອ ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ສະຫວັນ​ເອີຍ ພຣະອົງ​ຊົງ​ຍິ່ງໃຫຍ່​ແລະ​ເປັນ​ອົງ​ທີ່​ພວກ​ຂ້ານ້ອຍ​ໃຫ້​ຄວາມ​ເຄົາຣົບ​ຢຳເກງ. ພຣະເຈົ້າ​ຮັກສາ​ພັນທະສັນຍາ​ຂອງ​ພຣະອົງ​ຢ່າງ​ສັດຊື່ ຕໍ່​ຜູ້​ທີ່​ຮັກ​ພຣະອົງ​ແລະ​ຜູ້​ທີ່​ປະຕິບັດ​ຕາມ​ຄຳສັ່ງ​ຂອງ​ພຣະອົງ.


ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແຫ່ງ​ສະຫວັນ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.


ພຣະອົງ​ໄດ້​ອະໄພ​ການບາບ​ໃຫ້​ປະຊາຊົນ ແລະ​ຍົກໂທດ​ຍົກ​ຜິດ​ທຸກຢ່າງ​ໃຫ້​ເຂົາເຈົ້າ.


ພຣະເຈົ້າຢາເວ​ຄວບຄຸມ​ຈິດໃຈ​ຂອງ​ກະສັດ​ໄດ້​ງ່າຍ​ດັ່ງ​ຊີ້ທາງ​ໃຫ້​ສາຍນໍ້າ​ລ່ອງໄຫລ.


“ຜູ້ໃດ​ນຳ​ນັກ​ປາບປາມ​ຜູ້ໜຶ່ງ ມາ​ແຕ່​ທິດ​ຕາເວັນອອກ​ເດ ແລະ​ເຮັດ​ໃຫ້​ລາວ​ມີໄຊ​ໃນ​ທຸກບ່ອນ​ທີ່​ລາວ​ໄປ​ນັ້ນ? ຜູ້ໃດ​ໃຫ້​ລາວ​ໄຊຊະນະ​ກະສັດ ແລະ​ຊົນຊາດ​ທັງຫລາຍ? ດາບ​ຂອງ​ລາວ​ຟັນ​ພວກເຂົາ​ລົງ​ໃຫ້​ເປັນ​ຂີ້ຝຸ່ນ​ດິນ​ທັງສິ້ນ. ລູກທະນູ​ຂອງ​ລາວ​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ ເໝືອນດັ່ງ​ເຟືອງ​ທີ່​ຖືກ​ລົມ​ພັດ​ປິວ​ໄປ​ຈົນ​ໝົດສິ້ນ.


ແຕ່​ເມື່ອ​ຜູ້ຮັບໃຊ້​ຂອງເຮົາ​ເວົ້າ​ລ່ວງໜ້າ​ອອກ​ໄປ ເມື່ອ​ເຮົາ​ສົ່ງ​ຜູ້ນຳຂ່າວ​ມາ​ບອກ​ແຜນການ​ຂອງເຮົາ​ນັ້ນ. ເຮົາ​ກໍໄດ້​ໃຫ້​ຄຳເວົ້າ​ທັງ​ແຜນການ​ກາຍເປັນຈິງ ເຮົາ​ບອກ​ນະຄອນ​ເຢຣູຊາເລັມ​ວ່າ​ປະຊາຊົນ​ຈະ​ຢູ່​ທີ່​ນັ້ນ​ອີກ ບອກ​ຊາວ​ຢູດາ​ວ່າ​ເມືອງ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ໝົດ ທີ່​ຮົກຮ້າງ​ເພພັງ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ທັງນັ້ນ.


ເຮົາ​ສັ່ງ​ໄຊຣັດ​ວ່າ, ‘ເຈົ້າ​ຄື​ຜູ້​ທີ່​ຈະ​ປົກຄອງ​ໃຫ້​ເຮົາ ເຈົ້າ​ຈະ​ເຮັດ​ແຕ່​ສິ່ງ​ທີ່​ເຮົາ​ຕ້ອງການ​ໃຫ້​ເຮັດ​ເທົ່ານັ້ນ: ເຈົ້າ​ຈະ​ສັ່ງ​ໃຫ້​ສ້າງ​ນະຄອນ​ເຢຣູຊາເລັມ​ຂຶ້ນ​ໃໝ່ ຮາກຖານ​ພຣະວິຫານ​ກໍ​ຈະ​ຖືກ​ວາງ​ໄວ້​ຄືກັນ.”’


ພຣະເຈົ້າຢາເວ​ໄດ້ກ່າວ​ກັບ​ຜູ້​ທີ່​ພຣະອົງ​ຊົງເຈີມ​ໄວ້​ຄື​ໄຊຣັດ​ໃຫ້​ເປັນ​ກະສັດ ຜູ້ຊຶ່ງ​ພຣະອົງ​ໄດ້​ຈັບ​ມື​ຂວາ​ໄວ້​ເພື່ອ​ໃຫ້​ປາບ​ບັນດາ​ຊົນຊາດ​ຕໍ່ໜ້າ​ທ່ານ; ພຣະອົງ​ສົ່ງ​ເພິ່ນ​ມາ​ເພື່ອ​ຖອດ​ຕຳແໜ່ງ​ກະສັດ ຈາກ​ອຳນາດ​ທີ່​ພວກເຂົາ​ມີ​ສຳລັບ​ການ​ປົກຄອງ​ນັ້ນ; ໃຫ້​ເປີດ​ປະຕູ​ຕໍ່ໜ້າ​ທ່ານ ແລະ​ບໍ່ໃຫ້​ປະຕູ​ເມືອງ​ປິດ​ກ່າວ​ດັ່ງນີ້​ວ່າ:


ພຣະເຈົ້າຢາເວ​ກ່າວ​ວ່າ, “ສະຫວັນ​ເປັນ​ບັນລັງ​ຂອງເຮົາ ແລະ​ແຜ່ນດິນ​ໂລກ​ເປັນ​ທີ່​ຮອງ​ຕີນ​ຂອງເຮົາ. ແລ້ວ​ພວກເຈົ້າ​ຈະ​ສ້າງ​ຫໍໂຮງ​ຊະນິດ​ໃດ​ສຳລັບ​ເຮົາ ຈະ​ສ້າງ​ວັງ​ຊະນິດ​ໃດ​ໃຫ້​ເຮົາ​ຢູ່?


ພວກເຈົ້າ​ຕ້ອງ​ບອກ​ພວກເຂົາ​ວ່າ ບັນດາ​ພະ​ທີ່​ບໍ່ໄດ້​ສ້າງ​ຟ້າ​ສະຫວັນ ​ແລະ​ແຜ່ນດິນ​ໂລກ​ນັ້ນ ພະ​ເຫຼົ່ານັ້ນ​ຈະ​ຖືກ​ທຳລາຍ​ໝົດ. ພວກເຂົາ​ຈະ​ບໍ່ມີ​ບ່ອນຢູ່​ໃນ​ແຜ່ນດິນ​ໂລກ​ແລະ​ໃຕ້​ຟ້າ​ນີ້​ອີກ​ຕໍ່ໄປ.)


“ເຮົາ​ໄດ້​ສ້າງ​ໂລກ, ມະນຸດສະໂລກ ແລະ​ສັດ​ທັງປວງ ທີ່​ອາໄສ​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້ ດ້ວຍ​ຣິດອຳນາດ​ແລະ​ກຳລັງ​ອັນ​ຍິ່ງໃຫຍ່​ຂອງເຮົາ; ເຮົາ​ຈະ​ມອບ​ຣິດອຳນາດ​ນັ້ນ​ໃຫ້​ແກ່​ຜູ້ໃດ​ຜູ້ໜຶ່ງ​ທີ່​ເຮົາ​ເລືອກເອົາ​ກໍໄດ້.


ພຣະເຈົ້າຢາເວ​ກ່າວ​ວ່າ, ‘ເມື່ອ​ຢູ່​ນະຄອນ​ບາບີໂລນ​ຄົບ​ເຈັດສິບ​ປີ ແລ້ວ​ເຮົາ​ກໍ​ຈະ​ສະແດງ​ຄວາມ​ຫ່ວງໃຍ​ຂອງເຮົາ​ສຳລັບ​ພວກເຈົ້າ ທັງ​ຈະ​ຮັກສາ​ຄຳສັນຍາ​ຂອງເຮົາ​ທີ່​ວ່າ ຈະ​ນຳ​ພວກເຈົ້າ​ກັບຄືນ​ມາ​ສູ່​ບ້ານເກີດ​ເມືອງນອນ.


ດານີເອນ​ໄດ້​ຮັບໃຊ້​ໃນ​ຣາຊການ​ເລື້ອຍ​ມາ ຈົນເຖິງ​ສະໄໝ​ຂອງ​ເຈົ້າໄຊຣັດ ກະສັດ​ແຫ່ງ​ເປີເຊຍ ຕີ​ເອົາ​ບາບີໂລນ​ໄດ້.


ພຣະອົງ​ບັງຄັບ​ເວລາ​ແລະ​ລະດູການ ພຣະອົງ​ແຕ່ງຕັ້ງ​ກະສັດ​ແລະ​ປົດ​ກະສັດ​ລົງ; ແມ່ນ​ພຣະອົງ​ທີ່​ເປັນ​ຜູ້​ໂຜດ​ປະທານ ປັນຍາ​ແລະ​ຄວາມ​ເຂົ້າໃຈ​ໃຫ້​ແກ່​ມະນຸດ.


ແຕ່​ມີ​ພຣະເຈົ້າ​ອົງ​ໜຶ່ງ ເທິງ​ສະຫວັນ ທີ່​ເປີດເຜີຍ​ຄວາມ​ເລິກລັບ​ທັງຫລາຍ. ພຣະອົງ​ໄດ້​ບອກ​ພະຣາຊາ​ຂອງ​ຂ້ານ້ອຍ​ໃຫ້​ຮູ້​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ. ບັດນີ້ ຂ້ານ້ອຍ​ຈະ​ບອກ​ຄວາມຝັນ ແລະ​ນິມິດ​ທີ່​ທ່ານ​ມີ​ຂະນະທີ່​ທ່ານ​ໄດ້​ນອນ​ຫລັບ​ຢູ່ນັ້ນ.


ທ່ານ​ຈະ​ຖືກ​ຂັບໄລ່​ອອກ​ຈາກ​ສັງຄົມ​ມະນຸດ ແລະ​ຈະ​ອາໄສ​ຢູ່​ກັບ​ພວກ​ສັດປ່າ. ທ່ານ​ຈະ​ກິນ​ຫຍ້າ​ເໝືອນ​ງົວ ແລະ​ນອນ​ຢູ່​ໃນ​ກາງແຈ້ງ ບ່ອນ​ທີ່​ມີ​ໝອກ​ຕົກລົງ​ໃສ່​ທ່ານ​ເປັນ​ເວລາ​ເຈັດ​ປີ. ຈົນກວ່າ​ທ່ານ​ກໍ​ຈະ​ຍອມຮັບ​ວ່າ ພຣະເຈົ້າ​ອົງ​ສູງສຸດ​ຄວບຄຸມ​ອານາຈັກ​ຕ່າງໆ​ຂອງ​ມະນຸດ; ແລະ​ພຣະອົງ​ເອົາ​ອານາຈັກ​ເຫຼົ່ານີ້​ໃຫ້​ແກ່​ຜູ້ໃດ​ຜູ້ໜຶ່ງ​ກໍໄດ້ ຕາມ​ທີ່​ພຣະອົງ​ເລືອກເອົາ.


ເຈົ້າ​ຈະ​ຖືກ​ຂັບໄລ່​ອອກ​ໄປ​ຈາກ​ສັງຄົມ​ມະນຸດ ແລະ​ຈະ​ອາໄສ​ຢູ່​ກັບ​ພວກ​ສັດປ່າ ເຈົ້າ​ຈະ​ກິນ​ຫຍ້າ​ເໝືອນ​ງົວ​ເປັນ​ເວລາ​ເຈັດ​ປີ. ຈົນກວ່າ​ເຈົ້າ​ຈະ​ຍອມຮັບ​ວ່າ​ພຣະເຈົ້າ​ອົງ​ສູງສຸດ​ມີ​ອຳນາດ​ເໜືອ​ອານາຈັກ​ທັງຫລາຍ​ຂອງ​ມະນຸດ ແລະ​ຮູ້​ວ່າ​ພຣະອົງ​ມອບ​ອານາຈັກ​ເຫຼົ່ານີ້​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ກໍໄດ້ ຕາມ​ທີ່​ພຣະອົງ​ເລືອກ​ເອົາ.”


ທ່ານ​ດູໝິ່ນ​ປະໝາດ​ອົງພຣະ​ຜູ້​ເປັນເຈົ້າ​ແຫ່ງ​ສະຫວັນ ໂດຍ​ນຳ​ເອົາ​ຈອກ ແລະ​ຖ້ວຍ​ຈາກ​ພຣະວິຫານ​ຂອງ​ພຣະອົງ​ມາ​ທີ່​ນີ້. ທ່ານ​ເອງ, ພວກ​ມະເຫສີ, ພວກ​ນາງ​ສະໜົມ ແລະ​ພວກ​ເຈົ້ານາຍ​ຊັ້ນ​ຜູ້ໃຫຍ່​ຂອງທ່ານ ໄດ້​ພາກັນ​ໃຊ້​ພາຊະນະ​ເຫຼົ່ານີ້ ແລະ​ສັນລະເສີນ​ບັນດາ​ພະ​ທີ່​ເຮັດ​ດ້ວຍ​ຄຳ, ດ້ວຍ​ເງິນ, ດ້ວຍ​ທອງສຳຣິດ, ດ້ວຍ​ເຫຼັກ, ດ້ວຍ​ໄມ້ ແລະ​ດ້ວຍ​ຫີນ; ພະ​ເຫຼົ່ານີ້​ຮູ້​ແລະ​ເຫັນ​ບໍ່ໄດ້ ແລະ​ກໍ​ບໍ່ໄດ້ຍິນ​ຫຍັງ ທັງ​ບໍ່​ຮູ້ຈັກ​ຫຍັງ​ເລີຍ, ແຕ່​ທ່ານ​ບໍ່ໄດ້​ຖວາຍ​ກຽດ​ແກ່​ພຣະເຈົ້າ ອົງ​ຊົງ​ໃຫ້​ຊີວິດ​ຫລື​ເອົາ​ຊີວິດ​ຂອງທ່ານ​ໄປ ແລະ​ເປັນ​ອົງ​ຊົງ​ຄວບຄຸມ​ທຸກສິ່ງ​ທີ່​ທ່ານ​ເຮັດ​ນັ້ນ.


ແລ້ວ​ກະສັດ​ດາຣິອຸດ​ກໍໄດ້​ຂຽນ​ຂໍ້ຄວາມ​ສົ່ງ​ໄປ​ເຖິງ​ປະຊາຊົນ​ທຸກ​ຊົນຊາດ, ທຸກ​ເຊື້ອຊາດ ແລະ​ທຸກ​ພາສາ​ໃນ​ແຜ່ນດິນ​ໂລກ​ວ່າ: “ຂໍ​ຄວາມສຸກ​ສຳລານ ຈົ່ງ​ມີ​ແກ່​ທ່ານ​ທັງຫລາຍ​ເທີ້ນ


ໂຢນາ​ຕອບ​ວ່າ, “ຂ້ອຍ​ເປັນ​ຄົນ​ເຮັບເຣີ ຂ້ອຍ​ນະມັດສະການ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ສະຫວັນ ຜູ້​ໄດ້​ສ້າງ​ນໍ້າ​ທະເລ​ແລະ​ແຜ່ນດິນ​ໂລກ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka