Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຊກຽນ 1:3 - ພຣະຄຳພີສັກສິ

3 ທີ່​ແຄມ​ແມ່ນໍ້າ​ເກບາກ​ໃນ​ບາບີໂລນ​ນັ້ນ ຂ້າພະເຈົ້າ​ໄດ້ຍິນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກ່າວ​ແກ່​ຂ້າພະເຈົ້າ ແລະ​ຣິດເດດ​ຂອງ​ພຣະເຈົ້າຢາເວ​ກໍໄດ້​ຄວບຄຸມ​ຂ້າພະເຈົ້າ.

Uka jalj uñjjattʼäta Copia luraña




ເອເຊກຽນ 1:3
23 Jak'a apnaqawi uñst'ayäwi  

ຣິດອຳນາດ​ຂອງ​ພຣະເຈົ້າຢາເວ​ໄດ້​ລົງ​ມາ​ຄວບຄຸມ​ເອລີຢາ ເພິ່ນ​ເອົາ​ເສື້ອ​ມັດ​ແອວ​ໃຫ້​ແໜ້ນ ແລະ​ແລ່ນ​ແຊງ​ຂຶ້ນ​ໜ້າ​ກະສັດ​ອາຮາບ​ມາ​ຕະຫລອດ​ທາງ ຈົນເຖິງ​ເມືອງ​ຢິດຊະເຣນ.


ບັດນີ້​ຈົ່ງ​ນຳ​ນັກດົນຕຼີ​ຄົນ​ໜຶ່ງ​ມາ​ໃຫ້​ຂ້ານ້ອຍ.” ໃນ​ຂະນະທີ່​ນັກດົນຕຼີ​ກຳລັງ​ດີດພິນ​ຢູ່​ນັ້ນ ຣິດເດດ​ຂອງ​ພຣະເຈົ້າຢາເວ​ກໍໄດ້​ລົງ​ມາ​ຄວບຄຸມ​ເອລີຊາ


ພວກ​ຂ້ານ້ອຍ​ນັ່ງ​ຢູ່​ທີ່​ແຄມ​ນໍ້າ​ຂອງ​ບາບີໂລນ ຕ່າງ​ກໍ​ຮ້ອງໄຫ້​ຮໍ່າໄຮ​ເມື່ອ​ຄິດເຖິງ​ພູເຂົາ​ຊີໂອນ​ນັ້ນ.


ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເຢເຣມີຢາ​ໃນ​ປີ​ທີ​ສິບສາມ ທີ່​ເຈົ້າ​ໂຢສີຢາ ລູກຊາຍ​ຂອງ​ເຈົ້າ​ອາໂມນ​ໄດ້​ຂຶ້ນ​ເປັນ​ກະສັດ​ແຫ່ງ​ຢູດາຍ.


ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ,


ພວກເຈົ້າ​ອາດ​ຈະ​ເວົ້າ​ວ່າ ‘ພຣະເຈົ້າຢາເວ​ໄດ້​ໃຫ້​ຜູ້ທຳນວາຍ​ແກ່​ພວກເຮົາ​ທີ່​ບາບີໂລນ​ແລ້ວ.’


ເມື່ອ​ວັນ​ທີ​ຫ້າ​ຂອງ​ເດືອນ​ທີ​ສີ່ ໃນ​ປີ​ທີ​ສາມສິບ; ຂ້າພະເຈົ້າ​ຄື​ປະໂຣຫິດ​ເອເຊກຽນ​ລູກຊາຍ​ຂອງ​ບູຊີ ໄດ້​ຢູ່​ກັບ​ພວກ​ຢິວ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ທີ່​ແຄມ​ແມ່ນໍ້າ​ເກບາກ​ໃນ​ບາບີໂລນ. ຟ້າ​ສະຫວັນ​ໄດ້ຖືກ​ໄຂ​ອອກ ແລະ​ຂ້າພະເຈົ້າ​ກໍໄດ້​ເຫັນ​ນິມິດ​ຂອງ​ພຣະເຈົ້າ.


ແມ່ນ​ເຄຣຸບ​ພວກດຽວ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ທີ່​ແຄມ​ແມ່ນໍ້າ​ເກບາກ.)


ແຕ່​ເຮົາ​ຈະ​ກາງ​ຕາໜ່າງ​ດັກຈັບ​ເອົາ​ລາວ. ແລ້ວ​ເຮົາ​ຈະ​ນຳ​ລາວ​ໄປ​ສູ່​ນະຄອນ​ບາບີໂລນ ຄື​ບ່ອນ​ທີ່​ລາວ​ຈະ​ຕາຍ​ໂດຍ​ບໍ່ໄດ້​ເຫັນ​ນະຄອນ​ນີ້.


ຣິດອຳນາດ​ຂອງ​ພຣະເຈົ້າຢາເວ​ໄດ້​ລົງ​ມາ​ສູ່​ຂ້າພະເຈົ້າ​ເຕັມ​ກຳລັງ ແລະ​ຂະນະທີ່​ພຣະວິນຍານ​ໄດ້​ຍົກ​ຂ້າພະເຈົ້າ​ຂຶ້ນ​ນັ້ນ ຂ້າພະເຈົ້າ​ກໍ​ຮູ້ສຶກ​ວ່າ​ຂົມຂື່ນ ແລະ​ຄຽດແຄ້ນ​ຫລາຍ.


ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ໄປ​ທີ່​ເທນ-ອາບີບ ທີ່​ແຄມ​ແມ່ນໍ້າ​ເກບາກ ບ່ອນ​ທີ່​ພວກ​ຊະເລີຍ​ອາໄສ​ຢູ່​ນັ້ນ ແລະ​ພັກ​ຢູ່​ທີ່​ນັ້ນ​ຢ່າງ​ຕົກ​ຕະລຶງ​ເປັນ​ເວລາ​ເຈັດ​ວັນ.


ແລ້ວ​ຣິດອຳນາດ​ຂອງ​ພຣະເຈົ້າຢາເວ​ກໍ​ມາ​ຄວບຄຸມ​ຂ້າພະເຈົ້າ​ອີກ. ພຣະອົງ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ລຸກຂຶ້ນ ແລະ​ອອກ​ໄປ​ທີ່​ຮ່ອມພູ. ເຮົາ​ຈະ​ກ່າວ​ແກ່​ເຈົ້າ​ຢູ່​ທີ່ນັ້ນ.”


ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ອອກ​ໄປ​ທີ່​ຮ່ອມພູ ແລະ​ຢູ່​ໃນ​ທີ່ນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ ດັ່ງ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ທີ່​ແຄມ​ແມ່ນໍ້າ​ເກບາກ. ຂ້າພະເຈົ້າ​ໝູບ​ໜ້າ​ລົງ​ກັບ​ພື້ນດິນ


ໃນ​ຕອນຄໍ່າ​ກ່ອນ​ຊາຍ​ຄົນ​ນັ້ນ​ມາ​ເຖິງ ຂ້າພະເຈົ້າ​ຕົກ​ຢູ່​ພາຍໃຕ້​ອຳນາດ​ຂອງ​ພຣະເຈົ້າຢາເວ. ເມື່ອ​ຊາຍ​ຄົນ​ນັ້ນ​ມາຮອດ​ໃນ​ຕອນເຊົ້າ ພຣະອົງ​ຈຶ່ງ​ໄດ້​ໃຫ້​ຂ້າພະເຈົ້າ​ມີ​ຣິດ​ປາກເວົ້າ​ໄດ້​ອີກ.


ຂ້າພະເຈົ້າ​ໄດ້​ຕົກ​ຢູ່​ພາຍໃຕ້​ຣິດເດດ​ຂອງ​ພຣະເຈົ້າຢາເວ ແລະ​ວິນຍານ​ຂອງ​ພຣະເຈົ້າຢາເວ​ໄດ້​ນຳ​ຂ້າພະເຈົ້າ​ລົງ​ໄປ​ໃນ​ຮ່ອມພູ​ແຫ່ງ​ໜຶ່ງ ຊຶ່ງ​ມີ​ກະດູກ​ເຕັມ​ໄປ​ໝົດ.


ໃນ​ວັນ​ທີ​ສິບ​ຂອງ​ເດືອນ​ຂຶ້ນ​ປີໃໝ່ ຊຶ່ງ​ເປັນ​ປີທີ​ຊາວຫ້າ ຫລັງຈາກ​ທີ່​ພວກເຮົາ​ໄດ້​ຕົກ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ອັນ​ກົງ​ກັບ​ປີ​ທີ​ຊາວສີ່​ຫລັງຈາກ​ທີ່​ນະຄອນ​ເຢຣູຊາເລັມ​ຖືກ​ຢຶດ​ໄດ້. ໃນ​ມື້​ນັ້ນ ຣິດອຳນາດ​ຂອງ​ພຣະເຈົ້າຢາເວ​ໄດ້​ເຂົ້າ​ຄວບຄຸມ​ຂ້າພະເຈົ້າ ແລະ​ພຣະອົງ​ໄດ້​ນຳ​ຂ້າພະເຈົ້າ​ໄປ.


ນິມິດ​ນີ້​ຄືກັນ​ກັບ​ຄາວ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ ເມື່ອ​ພຣະເຈົ້າ​ໄດ້​ສະເດັດ​ມາ​ເພື່ອ​ທຳລາຍ​ນະຄອນ​ເຢຣູຊາເລັມ ແລະ​ຄາວ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ທີ່​ແຄມ​ແມ່ນໍ້າ​ເກບາກ. ແລ້ວ​ຂ້າພະເຈົ້າ​ກໍ​ກົ້ມ​ຂາບລົງ​ກັບ​ພື້ນດິນ.


ໃນ​ວັນ​ທີ​ຫ້າ​ຂອງ​ເດືອນ​ທີ​ຫົກ ອັນ​ກົງ​ກັບ​ປີ​ທີ​ຫົກ ແຫ່ງ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຂອງ​ພວກເຮົາ​ນັ້ນ ບັນດາ​ຜູ້ປົກຄອງ​ຂອງ​ພວກ​ຊະເລີຍ​ໃນ​ຕ່າງຖິ່ນ​ຈາກ​ຢູດາຍ ກຳລັງ​ນັ່ງ​ຢູ່​ໃນ​ເຮືອນ​ຂອງ​ຂ້າພະເຈົ້າ​ກັບ​ຂ້າພະເຈົ້າ. ໃນ​ທັນໃດນັ້ນ ຣິດອຳນາດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກໍ​ມາ​ຄວບຄຸມ​ຂ້າພະເຈົ້າ.


ໃນ​ວັນ​ທີ​ຊາວສີ່​ຂອງ​ເດືອນ​ທຳອິດ​ໃນ​ປີ​ນັ້ນ ຂ້າພະເຈົ້າ​ໄດ້​ຢືນ​ຢູ່​ແຄມ​ແມ່ນໍ້າ​ຕິກຣິດ.


ນີ້​ແມ່ນ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ໃຫ້​ແກ່​ໂຮເສອາ ລູກຊາຍ​ຂອງ​ເບເອຣີ ເວລາ​ທີ່​ອຸດຊີຢາ, ໂຢທາມ, ອາຮາດ ແລະ​ເຮເຊກີຢາ​ເປັນ​ກະສັດ​ແຫ່ງ​ຢູດາຍ; ແລະ​ເວລາ​ທີ່​ເຢໂຣໂບອາມ​ລູກຊາຍ​ຂອງ​ເຢໂຮອາດ ເປັນ​ກະສັດ​ແຫ່ງ​ອິດສະຣາເອນ.


ຕໍ່ໄປນີ້ ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ທີ່​ໄດ້​ກ່າວ​ແກ່​ໂຢເອນ​ລູກຊາຍ​ຂອງ​ເປທູເອນ.


ພຣະວິນຍານ​ກ່າວ​ໄວ້​ຢ່າງ​ຈະແຈ້ງ​ວ່າ ໃນ​ຍຸກ​ສຸດທ້າຍ​ຈະ​ມີ​ບາງຄົນ​ປະຖິ້ມ​ຄວາມເຊື່ອ ພວກເຂົາ​ຈະ​ເຊື່ອຟັງ​ບັນດາ​ດວງ​ວິນຍານ​ຜີຊົ່ວຮ້າຍ​ທີ່​ຫລອກລວງ​ມະນຸດ ແລະ​ຄຳສັ່ງສອນ​ຂອງ​ພວກ​ຜີມານຮ້າຍ.


ເພາະວ່າ ຄຳທຳນວາຍ​ນັ້ນ​ບໍ່ໄດ້​ມາ​ຈາກ​ນໍ້າໃຈ​ຂອງ​ມະນຸດ​ຈັກເທື່ອ, ແຕ່​ມະນຸດ​ໄດ້​ກ່າວ​ຄຳ​ທີ່​ມາ​ຈາກ​ພຣະເຈົ້າ ຕາມ​ທີ່​ພຣະວິນຍານ​ບໍຣິສຸດເຈົ້າ​ຊົງ​ດົນໃຈ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka