Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຊກຽນ 1:2 - ພຣະຄຳພີສັກສິ

2 ແມ່ນ​ປີ​ທີ​ຫ້າ ນັບ​ແຕ່​ກະສັດ​ເຢໂຮຍອາກິນ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.

Uka jalj uñjjattʼäta Copia luraña




ເອເຊກຽນ 1:2
9 Jak'a apnaqawi uñst'ayäwi  

“ຈົ່ງ​ຖາມ​ຄົນ​ກະບົດ​ເຫຼົ່ານັ້ນ​ເບິ່ງດູ​ວ່າ, ‘ພວກເຈົ້າ​ຮູ້​ຄວາມໝາຍ​ຂອງ​ຄຳ​ປຽບທຽບ​ນັ້ນ​ຫລື​ບໍ?’ ຈົ່ງ​ບອກ​ພວກເຂົາ​ວ່າ, ‘ກະສັດ​ແຫ່ງ​ບາບີໂລນ​ໄດ້​ມາ​ທີ່​ນະຄອນ​ເຢຣູຊາເລັມ ແລະ​ຈັບ​ກະສັດ​ພ້ອມ​ທັງ​ບັນດາ​ຂ້າຣາຊການ​ຂອງ​ກະສັດ​ກັບຄືນ​ໄປ​ສູ່​ບາບີໂລນ​ກັບ​ຕົນ.


ໃນ​ວັນ​ທີ​ສິບ​ຂອງ​ເດືອນ​ທີ​ຫ້າ ອັນ​ກົງ​ກັບ​ປີ​ທີ​ເຈັດ ແຫ່ງ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຂອງ​ພວກເຮົາ ບັນດາ​ຜູ້ປົກຄອງ​ບາງຄົນ​ຂອງ​ຊຸມນຸມ​ປະຊາຊົນ​ອິດສະຣາເອນ​ໄດ້​ມາ​ປຶກສາ​ກັບ​ຂ້າພະເຈົ້າ ເຖິງ​ຄວາມປະສົງ​ຂອງ​ພຣະເຈົ້າຢາເວ. ພວກເຂົາ​ໄດ້​ມາ​ນັ່ງ​ລົງ​ຕໍ່ໜ້າ​ຂ້າພະເຈົ້າ.


ໃນ​ວັນ​ທີ​ສິບສອງ​ຂອງ​ເດືອນ​ທີ​ສິບ ອັນ​ກົງ​ກັບ​ປີ​ທີ​ສິບ ແຫ່ງ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຂອງ​ພວກເຮົາ​ນັ້ນ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,


ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ໜຶ່ງ ອັນ​ກົງ​ກັບ​ປີ​ທີ​ຊາວເຈັດ ແຫ່ງ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຂອງ​ພວກເຮົາ ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ວ່າ,


ໃນ​ວັນ​ທີ​ໜຶ່ງ​ຂອງ​ເດືອນ​ທີ​ສາມ ອັນ​ກົງ​ກັບ​ປີ​ທີ​ສິບເອັດ ແຫ່ງ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຂອງ​ພວກເຮົາ​ນັ້ນ ຖ້ອຍຄຳ​ຊອງ​ພຣະເຈົ້າຢາເວ​ໄດ້​ມາເຖິງ​ຂ້າພະເຈົ້າ​ກ່າວວ່າ,


ໃນ​ວັນ​ທີ​ຫ້າ​ຂອງ​ເດືອນ​ທີ​ສິບ ອັນ​ກົງ​ກັບ​ປີ​ທີ​ສິບສອງ ແຫ່ງ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຂອງ​ພວກເຮົາ​ນັ້ນ ມີ​ຊາຍ​ຄົນ​ໜຶ່ງ​ໄດ້​ປົບໜີ​ຈາກ​ນະຄອນ​ເຢຣູຊາເລັມ​ມາ​ບອກ​ຂ້າພະເຈົ້າ​ວ່າ, “ນະຄອນ​ເຢຣູຊາເລັມ​ແຕກ​ແລ້ວ.”


ໃນ​ວັນ​ທີ​ສິບ​ຂອງ​ເດືອນ​ຂຶ້ນ​ປີໃໝ່ ຊຶ່ງ​ເປັນ​ປີທີ​ຊາວຫ້າ ຫລັງຈາກ​ທີ່​ພວກເຮົາ​ໄດ້​ຕົກ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ອັນ​ກົງ​ກັບ​ປີ​ທີ​ຊາວສີ່​ຫລັງຈາກ​ທີ່​ນະຄອນ​ເຢຣູຊາເລັມ​ຖືກ​ຢຶດ​ໄດ້. ໃນ​ມື້​ນັ້ນ ຣິດອຳນາດ​ຂອງ​ພຣະເຈົ້າຢາເວ​ໄດ້​ເຂົ້າ​ຄວບຄຸມ​ຂ້າພະເຈົ້າ ແລະ​ພຣະອົງ​ໄດ້​ນຳ​ຂ້າພະເຈົ້າ​ໄປ.


ໃນ​ວັນ​ທີ​ຫ້າ​ຂອງ​ເດືອນ​ທີ​ຫົກ ອັນ​ກົງ​ກັບ​ປີ​ທີ​ຫົກ ແຫ່ງ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ຂອງ​ພວກເຮົາ​ນັ້ນ ບັນດາ​ຜູ້ປົກຄອງ​ຂອງ​ພວກ​ຊະເລີຍ​ໃນ​ຕ່າງຖິ່ນ​ຈາກ​ຢູດາຍ ກຳລັງ​ນັ່ງ​ຢູ່​ໃນ​ເຮືອນ​ຂອງ​ຂ້າພະເຈົ້າ​ກັບ​ຂ້າພະເຈົ້າ. ໃນ​ທັນໃດນັ້ນ ຣິດອຳນາດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກໍ​ມາ​ຄວບຄຸມ​ຂ້າພະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka