Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 9:9 - ພຣະຄຳພີສັກສິ

9 ແລ້ວ​ຂີ້ເຖົ່າ​ນັ້ນ​ກໍ​ຈະ​ປິວ​ໄປ​ດັ່ງ​ຂີ້ຝຸ່ນ​ດິນ​ເມັດ​ນ້ອຍໆ​ທົ່ວ​ປະເທດ​ເອຢິບ ແລະ​ທຸກ​ບ່ອນ​ທີ່​ຂີ້ຝຸ່ນ​ດິນ​ນີ້​ຕົກ​ຖືກ​ຈະ​ເກີດ​ຕຸ່ມຝີ​ຕາມ​ຕົນຕົວ ຊຶ່ງ​ແຕກ​ເປັນ​ບາດ​ລາມ​ໄປ​ຕາມ​ຮ່າງກາຍ​ຂອງ​ຄົນ​ແລະ​ສັດ.”

Uka jalj uñjjattʼäta Copia luraña




ອົບພະຍົບ 9:9
7 Jak'a apnaqawi uñst'ayäwi  

ແລ້ວ​ມານຊາຕານ​ກໍ​ໜີ​ອອກ​ຈາກ​ການ​ຊ້ອງໜ້າ​ພຣະເຈົ້າຢາເວ​ໄປ ແລະ​ເຮັດ​ໃຫ້​ຮ່າງກາຍ​ຂອງ​ໂຢບ​ເປັນ​ບາດແຜ​ເຕັມຕົວ.


ສະນັ້ນ ໂມເຊ​ກັບ​ອາໂຣນ​ຈຶ່ງ​ກຳ​ເອົາ​ຂີ້ເຖົ່າ​ໄຟ​ໄປ​ຢືນ​ຢູ່​ຕໍ່ໜ້າ​ກະສັດ​ຟາໂຣ; ໂມເຊ​ຫວ່ານ​ຂີ້ເຖົ່າ​ໄຟ​ນັ້ນ​ຂຶ້ນ​ສູ່​ອາກາດ ແລະ​ມັນ​ກໍ​ປິວ​ໄປ​ຕົກ​ໃສ່​ຄົນ ແລະ​ສັດ​ອັນ​ເປັນ​ເຫດ​ໃຫ້​ເກີດ​ຕຸ່ມຝີ ແລະ​ແຕກ​ເປັນ​ບາດແຜ​ຕາມ​ຕົນຕົວ.


ແລ້ວ​ພຣະເຈົ້າຢາເວ​ກໍ​ສັ່ງ​ໂມເຊ​ກັບ​ອາໂຣນ​ວ່າ, “ຈົ່ງ​ກຳ​ເອົາ​ຂີ້ເຖົ່າ​ໄຟ​ສອງ​ຫລື​ສາມ​ກຳ​ຈາກ​ເຕົາ ແລະ​ໃຫ້​ໂມເຊ​ຫວ່ານ​ຂຶ້ນ​ເທິງ​ອາກາດ​ຕໍ່ໜ້າ​ກະສັດ​ຟາໂຣ.


ພຣະເຈົ້າຢາເວ​ຈະ​ສົ່ງ​ຕຸ່ມຝີ​ມາ​ຖືກ​ພວກເຈົ້າ ເໝືອນ​ດັ່ງ​ທີ່​ພຣະອົງ​ໄດ້​ເຮັດ​ກັບ​ຊາວ​ເອຢິບ. ພຣະອົງ​ຈະ​ເຮັດ​ໃຫ້​ຕົນຕົວ​ຂອງ​ພວກເຈົ້າ​ມີ​ບາດແຜ. ພວກເຈົ້າ​ຈະ​ມີ​ເກັດ​ເຕັມຕົວ​ທັງ​ຄັນ​ແລະ​ຮັກສາ​ບໍ່​ດີ​ຈັກເທື່ອ.


ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ແຂ່ງ​ຂາ​ຂອງ​ພວກເຈົ້າ​ເຈັບປວດ ແລະ​ບໍ່​ຫາຍ​ດີ​ຈັກເທື່ອ; ຕຸ່ມຝີ​ຈະ​ມີ​ຢູ່​ເຕັມ​ຕົວ​ຕັ້ງແຕ່​ຫົວ​ເຖິງ​ຕີນ.


ເທວະດາ​ຕົນ​ທຳອິດ​ໄດ້​ໄປ​ຖອກ​ຂັນ​ຂອງຕົນ​ໃສ່​ແຜ່ນດິນ​ໂລກ. ຕຸ່ມຝີ​ອັນ​ຮ້າຍແຮງ ແລະ​ເຮັດ​ໃຫ້​ເຈັບປວດ ໄດ້​ເກີດຂຶ້ນ​ຕາມ​ຕົນ​ຕົວ​ຂອງ​ພວກ​ທີ່​ມີ​ເຄື່ອງໝາຍ​ຂອງ​ສັດຮ້າຍ ແລະ​ພວກ​ທີ່​ຂາບໄຫວ້​ຮູບ​ຂອງ​ມັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka