8 ແລ້ວພຣະເຈົ້າຢາເວກໍສັ່ງໂມເຊກັບອາໂຣນວ່າ, “ຈົ່ງກຳເອົາຂີ້ເຖົ່າໄຟສອງຫລືສາມກຳຈາກເຕົາ ແລະໃຫ້ໂມເຊຫວ່ານຂຶ້ນເທິງອາກາດຕໍ່ໜ້າກະສັດຟາໂຣ.
ພຣະເຈົ້າຢາເວໄດ້ສັ່ງໂມເຊວ່າ, “ຈົ່ງບອກອາໂຣນເອົາໄມ້ຄ້ອນເທົ້າຕີດິນ ແລະຂີ້ຝຸ່ນກໍຈະກາຍເປັນຮີ້ນຢູ່ທົ່ວໄປໃນປະເທດເອຢິບ.”
ສະນັ້ນ ໂມເຊກັບອາໂຣນຈຶ່ງກຳເອົາຂີ້ເຖົ່າໄຟໄປຢືນຢູ່ຕໍ່ໜ້າກະສັດຟາໂຣ; ໂມເຊຫວ່ານຂີ້ເຖົ່າໄຟນັ້ນຂຶ້ນສູ່ອາກາດ ແລະມັນກໍປິວໄປຕົກໃສ່ຄົນ ແລະສັດອັນເປັນເຫດໃຫ້ເກີດຕຸ່ມຝີ ແລະແຕກເປັນບາດແຜຕາມຕົນຕົວ.
ກະສັດຟາໂຣສອບຖາມເຫດການທີ່ໄດ້ເກີດຂຶ້ນຈຶ່ງຮູ້ວ່າ ສັດຂອງຊາວອິດສະຣາເອນບໍ່ໄດ້ຕາຍແມ່ນແຕ່ໂຕດຽວ. ແຕ່ກະສັດຟາໂຣກໍຍັງໃຈແຂງກະດ້າງດື້ດຶງຢູ່ຕາມເຄີຍ ແລະບໍ່ຍອມປ່ອຍໃຫ້ປະຊາຊົນອິດສະຣາເອນໄປ.
ແລ້ວຂີ້ເຖົ່ານັ້ນກໍຈະປິວໄປດັ່ງຂີ້ຝຸ່ນດິນເມັດນ້ອຍໆທົ່ວປະເທດເອຢິບ ແລະທຸກບ່ອນທີ່ຂີ້ຝຸ່ນດິນນີ້ຕົກຖືກຈະເກີດຕຸ່ມຝີຕາມຕົນຕົວ ຊຶ່ງແຕກເປັນບາດລາມໄປຕາມຮ່າງກາຍຂອງຄົນແລະສັດ.”