Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 9:6 - ພຣະຄຳພີສັກສິ

6 ແລະ​ມື້​ຕໍ່ມາ ພຣະເຈົ້າຢາເວ​ກໍ​ເຮັດ​ຕາມ​ທີ່​ພຣະອົງ​ໄດ້​ບອກ​ໄວ້​ນັ້ນ​ຄື: ສັດ​ຂອງ​ຊາວ​ເອຢິບ​ຕາຍ​ໝົດ ແຕ່​ສັດ​ຂອງ​ຊາວ​ອິດສະຣາເອນ​ບໍ່​ຕາຍ​ຈັກ​ໂຕ.

Uka jalj uñjjattʼäta Copia luraña




ອົບພະຍົບ 9:6
10 Jak'a apnaqawi uñst'ayäwi  

ພຣະອົງ​ໄດ້​ຂ້າ​ຝູງງົວ​ຂອງ​ພວກເຂົາ​ໂດຍ​ໃຫ້​ໝາກເຫັບ​ຕົກ​ມາ ແລະ​ໄດ້​ຂ້າ​ຝູງແກະ​ຂອງ​ພວກເຂົາ​ໂດຍ​ໃຫ້​ມີ​ຟ້າ​ຜ່າ


ພຣະອົງ​ບໍ່ໄດ້​ອົດກັ້ນ​ຄວາມ​ໂກດຮ້າຍ​ໄວ້​ເລີຍ ໂດຍ​ບໍ່​ໄວ້​ຊີວິດ​ແຕ່​ຂ້າ​ຖິ້ມ​ດ້ວຍ​ໂຣກລະບາດ.


ໃນ​ຄືນ​ນັ້ນ ເຮົາ​ຈະ​ຜ່ານ​ດິນແດນ​ປະເທດ​ເອຢິບ​ໄປ ເພື່ອ​ຂ້າ​ລູກຊາຍກົກ​ຂອງ​ມະນຸດ ແລະ​ລູກ​ສັດ​ໂຕ​ເຖິກ​ຫົວປີ​ທຸກໆ​ໂຕ ແລະ​ເພື່ອ​ລົງໂທດ​ບັນດາ​ພະ​ທັງໝົດ​ຂອງ​ຊາວ​ເອຢິບ. ເຮົາ​ແມ່ນ​ພຣະເຈົ້າຢາເວ.


ແລ້ວ​ໃນ​ຕອນ​ທ່ຽງຄືນ ພຣະເຈົ້າຢາເວ​ກໍໄດ້​ຂ້າ​ລູກຊາຍກົກ​ທັງໝົດ​ໃນ​ປະເທດ​ເອຢິບ ຕັ້ງແຕ່​ລູກຊາຍກົກ​ຂອງ​ກະສັດ​ຟາໂຣ​ຜູ້​ທີ່​ຈະ​ສືບ​ບັນລັງ ເຖິງ​ລູກຊາຍກົກ​ຂອງ​ນັກໂທດ​ຜູ້​ທີ່​ຖືກ​ຄຸມຂັງ​ຢູ່​ໃນ​ຄຸກ​ມືດ; ລູກ​ສັດ​ໂຕ​ເຖິກ​ຫົວປີ​ກໍໄດ້​ຖືກ​ຂ້າ​ຄື​ກັນ.


ແຕ່​ເຮົາ​ຈະ​ຍົກເວັ້ນ​ເຂດ​ໂກເຊັນ ບ່ອນ​ທີ່​ປະຊາຊົນ​ຂອງເຮົາ​ອາໄສ​ຢູ່. ບ່ອນ​ນີ້​ຈະ​ບໍ່ມີ​ຝູງເຫລືອກ. ເຮົາ​ຈະ​ເຮັດ​ເຊັ່ນນີ້​ກໍ​ເພື່ອ​ເຈົ້າ​ຈະ​ຮູ້​ວ່າ ເຮົາ​ຄື​ພຣະເຈົ້າຢາເວ​ກໍ​ຢູ່​ເໜືອ​ທ່າມກາງ​ດິນແດນ​ນີ້.


ສິ່ງສາລະພັດ​ໃນ​ທົ່ງນາ​ກາງ​ແຈ້ງ​ທົ່ວ​ປະເທດ ຕະຫລອດ​ທັງ​ຄົນ ແລະ​ສັດ​ໄດ້​ຖືກ​ໝາກເຫັບ​ໃຫຍ່ ຕົກລົງ​ມາ​ທຳລາຍ​ຈົນ​ຈິບຫາຍ​ໝົດ. ພືດຜົນ​ພ້ອມ​ທັງ​ຕົ້ນໄມ້​ໃນ​ທົ່ງໄຮ່​ທົ່ງນາ​ກໍ​ລົ້ມ​ທະລາຍ​ຕາຍ​ກ້ຽງ.


ມີ​ແຕ່​ເຂດ​ໂກເຊັນ ບ່ອນ​ທີ່​ຊາວ​ອິດສະຣາເອນ​ອາໄສ​ຢູ່​ເທົ່ານັ້ນ​ທີ່​ໝາກເຫັບ​ບໍ່ໄດ້​ຕົກ​ໃສ່.


ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ເຫັນ​ຄວາມ​ແຕກຕ່າງ​ກັນ​ລະຫວ່າງ​ສັດ​ຂອງ​ຊາວ​ອິດສະຣາເອນ ແລະ​ສັດ​ຂອງ​ຊາວ​ເອຢິບ ແລະ​ຝູງສັດ​ຂອງ​ຊາວ​ອິດສະຣາເອນ​ຈະ​ບໍ່​ຕາຍ​ຈັກໂຕ.


ພຣະເຈົ້າຢາເວ​ໄດ້​ກຳນົດ​ໄວ້​ວ່າ ພຣະເຈົ້າຢາເວ​ຈະ​ໃຫ້​ສິ່ງ​ນີ້​ເກີດຂຶ້ນ​ໃນ​ມື້ອື່ນ.”’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka