4 ພຣະເຈົ້າຢາເວຈະເຮັດໃຫ້ເຫັນຄວາມແຕກຕ່າງກັນລະຫວ່າງສັດຂອງຊາວອິດສະຣາເອນ ແລະສັດຂອງຊາວເອຢິບ ແລະຝູງສັດຂອງຊາວອິດສະຣາເອນຈະບໍ່ຕາຍຈັກໂຕ.
ຊາວເອຢິບເບິ່ງກັນບໍ່ເຫັນ ແລະບໍ່ມີໃຜໄດ້ອອກໄປນອກບ້ານໃນໄລຍະນັ້ນ. ແຕ່ໃນເຂດຂອງຊົນຊາດຊາວອິດສະຣາເອນອາໄສຢູ່ນັ້ນ ໄດ້ມີແສງສະຫວ່າງຕາມປົກກະຕິ.
ເລືອດທີ່ປະຕູເຮືອນນັ້ນ ຈະເປັນໝາຍສຳຄັນບອກວ່າ ເປັນເຮືອນທີ່ພວກເຈົ້າອາໄສຢູ່. ເມື່ອເຮົາເຫັນເລືອດນັ້ນ ເຮົາຈະຜ່ານເວັ້ນໄປ ແລະຈະບໍ່ທຳຮ້າຍພວກເຈົ້າ ເວລາເຮົາລົງໂທດຊາວເອຢິບ.
ແລະພວກໝໍມົນຈຶ່ງໄປບອກກະສັດຟາໂຣວ່າ, “ແມ່ນພຣະເຈົ້າທີ່ເຮັດສິ່ງນີ້!” ແຕ່ກະສັດຟາໂຣຍັງໃຈແຂງກະດ້າງດື້ດຶງຄືເກົ່າ ແລະບໍ່ເຊື່ອຟັງໂມເຊ ແລະອາໂຣນ ຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້ທຸກປະການ.
ແຕ່ເຮົາຈະຍົກເວັ້ນເຂດໂກເຊັນ ບ່ອນທີ່ປະຊາຊົນຂອງເຮົາອາໄສຢູ່. ບ່ອນນີ້ຈະບໍ່ມີຝູງເຫລືອກ. ເຮົາຈະເຮັດເຊັ່ນນີ້ກໍເພື່ອເຈົ້າຈະຮູ້ວ່າ ເຮົາຄືພຣະເຈົ້າຢາເວກໍຢູ່ເໜືອທ່າມກາງດິນແດນນີ້.
ມີແຕ່ເຂດໂກເຊັນ ບ່ອນທີ່ຊາວອິດສະຣາເອນອາໄສຢູ່ເທົ່ານັ້ນທີ່ໝາກເຫັບບໍ່ໄດ້ຕົກໃສ່.
ພຣະເຈົ້າຢາເວໄດ້ກຳນົດໄວ້ວ່າ ພຣະເຈົ້າຢາເວຈະໃຫ້ສິ່ງນີ້ເກີດຂຶ້ນໃນມື້ອື່ນ.”’
ແລະມື້ຕໍ່ມາ ພຣະເຈົ້າຢາເວກໍເຮັດຕາມທີ່ພຣະອົງໄດ້ບອກໄວ້ນັ້ນຄື: ສັດຂອງຊາວເອຢິບຕາຍໝົດ ແຕ່ສັດຂອງຊາວອິດສະຣາເອນບໍ່ຕາຍຈັກໂຕ.
“ເຮົາບໍ່ໃຫ້ຝົນຕົກຕາມທີ່ເຄື່ອງປູກຂອງຝັງຂອງພວກເຈົ້າຕ້ອງການທີ່ສຸດ. ເຮົາໃຫ້ຝົນຕົກໃສ່ເມືອງໜຶ່ງ, ແຕ່ບໍ່ໃຫ້ຕົກໃສ່ອີກເມືອງໜຶ່ງ. ຝົນຕົກລົງໃສ່ທົ່ງນາແຫ່ງໜຶ່ງ ແຕ່ທົ່ງນາແຫ່ງອື່ນພັດແຫ້ງແລ້ງ.
ອີກເທື່ອໜຶ່ງ ປະຊາຊົນຂອງເຮົາຈະເຫັນຄວາມແຕກຕ່າງລະຫວ່າງສິ່ງທີ່ເກີດຂຶ້ນຕໍ່ຄົນຊອບທຳແລະຄົນອະທຳ ແລະລະຫວ່າງສິ່ງທີ່ເກີດຂຶ້ນຕໍ່ຜູ້ທີ່ຮັບໃຊ້ພຣະເຈົ້າ ແລະຕໍ່ຜູ້ທີ່ບໍ່ຮັບໃຊ້ພຣະອົງ.”