26 ມີແຕ່ເຂດໂກເຊັນ ບ່ອນທີ່ຊາວອິດສະຣາເອນອາໄສຢູ່ເທົ່ານັ້ນທີ່ໝາກເຫັບບໍ່ໄດ້ຕົກໃສ່.
ຊາວເອຢິບເບິ່ງກັນບໍ່ເຫັນ ແລະບໍ່ມີໃຜໄດ້ອອກໄປນອກບ້ານໃນໄລຍະນັ້ນ. ແຕ່ໃນເຂດຂອງຊົນຊາດຊາວອິດສະຣາເອນອາໄສຢູ່ນັ້ນ ໄດ້ມີແສງສະຫວ່າງຕາມປົກກະຕິ.
ແຕ່ໃນໝູ່ບ້ານຂອງຊາວອິດສະຣາເອນ ແມ່ນແຕ່ສຽງໝາເຫົ່າຄົນແລະສັດກໍຈະບໍ່ມີ. ແລ້ວເຈົ້າກໍຈະຮູ້ວ່າພຣະເຈົ້າຢາເວໄດ້ໃຫ້ມີຄວາມແຕກຕ່າງກັນ ລະຫວ່າງຊາວເອຢິບແລະຊາວອິດສະຣາເອນ.’
ເລືອດທີ່ປະຕູເຮືອນນັ້ນ ຈະເປັນໝາຍສຳຄັນບອກວ່າ ເປັນເຮືອນທີ່ພວກເຈົ້າອາໄສຢູ່. ເມື່ອເຮົາເຫັນເລືອດນັ້ນ ເຮົາຈະຜ່ານເວັ້ນໄປ ແລະຈະບໍ່ທຳຮ້າຍພວກເຈົ້າ ເວລາເຮົາລົງໂທດຊາວເອຢິບ.
ແລະພວກໝໍມົນຈຶ່ງໄປບອກກະສັດຟາໂຣວ່າ, “ແມ່ນພຣະເຈົ້າທີ່ເຮັດສິ່ງນີ້!” ແຕ່ກະສັດຟາໂຣຍັງໃຈແຂງກະດ້າງດື້ດຶງຄືເກົ່າ ແລະບໍ່ເຊື່ອຟັງໂມເຊ ແລະອາໂຣນ ຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້ທຸກປະການ.
ພຣະເຈົ້າຢາເວຈະເຮັດໃຫ້ເຫັນຄວາມແຕກຕ່າງກັນລະຫວ່າງສັດຂອງຊາວອິດສະຣາເອນ ແລະສັດຂອງຊາວເອຢິບ ແລະຝູງສັດຂອງຊາວອິດສະຣາເອນຈະບໍ່ຕາຍຈັກໂຕ.
ແລະມື້ຕໍ່ມາ ພຣະເຈົ້າຢາເວກໍເຮັດຕາມທີ່ພຣະອົງໄດ້ບອກໄວ້ນັ້ນຄື: ສັດຂອງຊາວເອຢິບຕາຍໝົດ ແຕ່ສັດຂອງຊາວອິດສະຣາເອນບໍ່ຕາຍຈັກໂຕ.
ໃນສະໄໝຂອງເພິ່ນນັ້ນ, ປະຊາຊົນຢູດາຈະປອດໄພ ແລະປະຊາຊົນອິດສະຣາເອນກໍຈະຢູ່ເຢັນເປັນສຸກ. ຄົນຈະເອີ້ນເພິ່ນວ່າ, ‘ພຣະເຈົ້າຢາເວອົງເປັນຄວາມຊອບທຳຂອງພວກຂ້ານ້ອຍ.”’
“ເຮົາບໍ່ໃຫ້ຝົນຕົກຕາມທີ່ເຄື່ອງປູກຂອງຝັງຂອງພວກເຈົ້າຕ້ອງການທີ່ສຸດ. ເຮົາໃຫ້ຝົນຕົກໃສ່ເມືອງໜຶ່ງ, ແຕ່ບໍ່ໃຫ້ຕົກໃສ່ອີກເມືອງໜຶ່ງ. ຝົນຕົກລົງໃສ່ທົ່ງນາແຫ່ງໜຶ່ງ ແຕ່ທົ່ງນາແຫ່ງອື່ນພັດແຫ້ງແລ້ງ.