Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 9:25 - ພຣະຄຳພີສັກສິ

25 ສິ່ງສາລະພັດ​ໃນ​ທົ່ງນາ​ກາງ​ແຈ້ງ​ທົ່ວ​ປະເທດ ຕະຫລອດ​ທັງ​ຄົນ ແລະ​ສັດ​ໄດ້​ຖືກ​ໝາກເຫັບ​ໃຫຍ່ ຕົກລົງ​ມາ​ທຳລາຍ​ຈົນ​ຈິບຫາຍ​ໝົດ. ພືດຜົນ​ພ້ອມ​ທັງ​ຕົ້ນໄມ້​ໃນ​ທົ່ງໄຮ່​ທົ່ງນາ​ກໍ​ລົ້ມ​ທະລາຍ​ຕາຍ​ກ້ຽງ.

Uka jalj uñjjattʼäta Copia luraña




ອົບພະຍົບ 9:25
8 Jak'a apnaqawi uñst'ayäwi  

ພຣະອົງ​ໄດ້​ທຳລາຍ​ຕົ້ນ​ອະງຸ່ນ​ດ້ວຍ​ໝາກເຫັບ ແລະ​ພຣະອົງ​ໄດ້​ທຳລາຍ​ຕົ້ນ​ໝາກເດື່ອ​ຂອງ​ພວກເຂົາ​ດ້ວຍ​ນໍ້າກ້າມ.


ພຣະອົງ​ໄດ້​ຂ້າ​ຝູງງົວ​ຂອງ​ພວກເຂົາ​ໂດຍ​ໃຫ້​ໝາກເຫັບ​ຕົກ​ມາ ແລະ​ໄດ້​ຂ້າ​ຝູງແກະ​ຂອງ​ພວກເຂົາ​ໂດຍ​ໃຫ້​ມີ​ຟ້າ​ຜ່າ


ບັດນີ້ ຈົ່ງ​ຕ້ອນ​ຝູງສັດ ແລະ​ສິ່ງຂອງ​ຕ່າງໆ​ໃນ​ກາງ​ແຈ້ງ​ເຂົ້າ​ສູ່​ບ່ອນ​ກຳບັງ. ຄົນ​ທຸກຄົນ​ແລະ​ສັດ​ທຸກ​ໂຕ​ທີ່​ຢູ່​ນອກ ຈະ​ຖືກ​ໝາກເຫັບ​ລູກ​ໃຫຍ່​ຕົກ​ໃສ່​ຕາຍ​ໝົດ.”’


ມີ​ໝາກເຫັບ​ແລະ​ໄຟ​ປົນ​ໝາກເຫັບ​ຕົກ​ລົງມາ​ຢ່າງ​ໜັກ ແບບ​ທີ່​ບໍ່ເຄີຍ​ມີ​ມາ​ຈັກເທື່ອ ໃນ​ທົ່ວ​ດິນແດນ​ຂອງ​ປະເທດ​ເອຢິບ, ຕັ້ງແຕ່​ເອຢິບ​ເລີ້ມ​ເປັນ​ປະເທດ​ມາ.


ແລະ​ມື້​ຕໍ່ມາ ພຣະເຈົ້າຢາເວ​ກໍ​ເຮັດ​ຕາມ​ທີ່​ພຣະອົງ​ໄດ້​ບອກ​ໄວ້​ນັ້ນ​ຄື: ສັດ​ຂອງ​ຊາວ​ເອຢິບ​ຕາຍ​ໝົດ ແຕ່​ສັດ​ຂອງ​ຊາວ​ອິດສະຣາເອນ​ບໍ່​ຕາຍ​ຈັກ​ໂຕ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ດ້ວຍ​ຄວາມ​ໂກດຮ້າຍ ເຮົາ​ຈະ​ສົ່ງ​ລົມພະຍຸ, ຫ່າຝົນ ແລະ​ໝາກເຫັບ​ມາ​ທຳລາຍ​ກຳແພງ.


ໃນ​ຂະນະທີ່​ພວກອາໂມ​ກຳລັງ​ປົບໜີ ຈາກ​ເມືອງ​ເບັດ​ໂຮໂຣນ​ໄປ​ສູ່​ເມືອງ​ອາເຊກາ​ນັ້ນ ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ໝາກເຫັບ​ໃຫຍ່​ຈາກ​ທ້ອງຟ້າ​ຕົກ​ຖືກ​ພວກເຂົາ. ສະນັ້ນ ພວກ​ທີ່​ຕາຍ​ຍ້ອນ​ໝາກເຫັບ​ຕົກ​ຖືກ​ນັ້ນ ຈຶ່ງ​ມີ​ຫລາຍກວ່າ​ພວກ​ທີ່​ຖືກ​ພວກ​ອິດສະຣາເອນ​ຂ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka