Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 9:23 - ພຣະຄຳພີສັກສິ

23 ດັ່ງນັ້ນ ໂມເຊ​ຈຶ່ງ​ຍົກ​ໄມ້ຄ້ອນເທົ້າ​ຂອງຕົນ​ຂຶ້ນ​ສູ່​ສະຫວັນ ແລະ​ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ຟ້າຮ້ອງ, ໝາກເຫັບ​ແລະ​ໄຟ​ໄດ້​ຕົກລົງ​ມາ​ເທິງ​ໜ້າດິນ. ແລະ​ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ໝາກເຫັບ​ດັ່ງ​ຫ່າຝົນ​ຕົກລົງ​ເທິງ​ປະເທດ​ເອຢິບ.

Uka jalj uñjjattʼäta Copia luraña




ອົບພະຍົບ 9:23
22 Jak'a apnaqawi uñst'ayäwi  

ຈາກນັ້ນ ພຣະເຈົ້າຢາເວ​ກໍ​ບັນດານ​ໃຫ້​ໄຟ​ແລະ​ມາດ​ມາ​ຈາກ​ພຣະເຈົ້າຢາເວ, ຈາກ​ສະຫວັນ ດັ່ງ​ຫ່າຝົນ​ຕົກ​ມາ​ໃສ່​ເມືອງ​ໂຊໂດມ​ແລະ​ໂກໂມຣາ;


ພຣະເຈົ້າ​ສົ່ງ​ຝົນ​ລົງ​ໃຫ້​ຫົດ​ພື້ນ​ແຜ່ນດິນ ອາດ​ສົ່ງ​ມາ​ລົງໂທດ​ຄົນ​ຫລື​ໃຫ້​ຄວາມຮັກ​ກໍໄດ້.


ໝາກເຫັບ​ທີ່​ພຣະອົງ​ສົ່ງ​ລົງ​ມາ​ກໍ​ແຂງ​ດັ່ງ​ຂີ້ຫີນ ແລະ​ບໍ່ມີ​ຜູ້ໃດ​ທົນ​ໜາວ​ທີ່​ພຣະອົງ​ສົ່ງ​ມາ​ນັ້ນ​ໄດ້.


ຟ້າ​ແມບເຫລື້ອມ ນໍ້າໝອກ ຫິມະ​ແລະ​ໝາກເຫັບ ພ້ອມ​ທັງ​ລົມ​ແຮງ​ທີ່​ເຊື່ອຟັງ​ຄຳສັ່ງ​ຂອງ​ພຣະອົງ.


ແລ້ວ​ພຣະເຈົ້າຢາເວ​ເຮັດ​ໃຫ້​ຟ້າຮ້ອງ​ຈາກ​ຟ້າ​ສະຫວັນ ສຽງ​ຂອງ​ອົງ​ຊົງຣິດ​ຍິ່ງໃຫຍ່​ສູງສຸດ​ໄດ້ຍິນ ໄປ​ທົ່ວ​ໃຕ້​ຟ້າ.


ສຽງ​ຂອງ​ພຣະເຈົ້າຢາເວ​ດັງ ກ້ອງ​ກັງວານ​ອອກ​ໄປ​ເທິງ​ໜ້າ​ນໍ້າ​ມະຫາສະໝຸດ​ເລິກ ສະຫງ່າຣາສີ​ຂອງ​ພຣະເຈົ້າ​ເປັນ​ສຽງ​ດັງ​ກ້ອງ​ກັງວານ ສຽງ​ຂອງ​ພຣະເຈົ້າຢາເວ​ກໍ​ດັງ​ທົ່ວ​ທັງ​ມະຫາສະໝຸດ​ດ້ວຍ.


ຟ້າ​ຜ່າ​ໄດ້​ສົ່ງ​ສຽງ​ຮ້ອງ​ດັງ​ກຶກກ້ອງ​ອອກ​ໄປ ແລະ​ແສງ​ຟ້າ​ແມບເຫຼື້ອມ​ເຮັດ​ໃຫ້​ໂລກ​ຮຸ່ງ​ສະຫວ່າງ​ສະໄຫວ ແຜ່ນດິນ​ໂລກ​ກໍ​ຫວັ່ນໄຫວ​ສະທ້ານ​ສະເທືອນ.


ໃນ​ຕອນເຊົ້າ​ມື້​ທີ​ສາມ ເກີດ​ມີ​ຟ້າຮ້ອງ, ຟ້າ​ແມບ, ທັງ​ມີ​ເມກ​ອັນ​ຕຶບໜາ ປົກຄຸມ​ຫຸ້ມ​ຢູ່​ຕາມ​ເທິງ​ພູເຂົາ​ນັ້ນ ແລະ​ມີ​ສຽງ​ແກ​ດັງ​ກ້ອງ​ສະໜັ່ນ​ທົ່ວ​ໄປ. ປະຊາຊົນ​ທັງໝົດ​ທີ່​ຢູ່​ໃນ​ຄ້າຍພັກ​ເກີດ​ຢ້ານກົວ​ຈົນ​ຕົວ​ສັ່ນ.


ເມື່ອ​ປະຊາຊົນ​ໄດ້ຍິນ​ສຽງ​ຟ້າຮ້ອງ ແລະ​ສຽງ​ແກ​ດັງ​ກ້ອງສະໜັ່ນ ທັງ​ເຫັນ​ຟ້າ​ແມບເຫລື້ອມ ແລະ​ຄວັນໄຟ​ພຸ່ງ​ຂຶ້ນ​ທີ່​ພູເຂົາ​ນັ້ນ ພວກເຂົາ​ກໍ​ຢ້ານກົວ​ຕົວສັ່ນ​ແລະ​ຫຍັບ​ອອກ​ຫ່າງໆ.


ສະນັ້ນ ມື້ອື່ນ​ໃນ​ເວລາ​ດຽວກັນ​ນີ້ ເຮົາ​ຈະ​ໃຫ້​ໝາກເຫັບ​ລູກ​ໃຫຍ່​ຕົກລົງ​ຢ່າງ​ໜັກ ຢ່າງ​ບໍ່ເຄີຍ​ມີ​ມາ​ຈັກເທື່ອ​ໃນ​ປະຫວັດສາດ​ຂອງ​ປະເທດ​ເອຢິບ.


ມີ​ໝາກເຫັບ​ແລະ​ໄຟ​ປົນ​ໝາກເຫັບ​ຕົກ​ລົງມາ​ຢ່າງ​ໜັກ ແບບ​ທີ່​ບໍ່ເຄີຍ​ມີ​ມາ​ຈັກເທື່ອ ໃນ​ທົ່ວ​ດິນແດນ​ຂອງ​ປະເທດ​ເອຢິບ, ຕັ້ງແຕ່​ເອຢິບ​ເລີ້ມ​ເປັນ​ປະເທດ​ມາ.


ແລະ​ພຣະເຈົ້າຢາເວ​ຈະ​ໃຫ້​ທຸກຄົນ​ໄດ້ຍິນ​ສຽງ​ອັນ​ຊົງ​ຣິດອຳນາດ​ຂອງ​ພຣະອົງ ແລະ​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ. ມັນ​ຈະ​ມີ​ແປວໄຟ, ພະຍຸຝົນ, ໝາກເຫັບ ແລະ​ຫ່າຝົນ​ຮໍ່າ​ລົງ​ມາ.


ເຮົາ​ຈະ​ລົງໂທດ​ລາວ​ດ້ວຍ​ການ​ເຈັບໄຂ້​ໄດ້ປ່ວຍ ແລະ​ຈະ​ໃຫ້​ເລືອດ​ນອງ​ແຜ່ນດິນ. ພະຍຸຝົນ​ແລະ​ໝາກເຫັບ​ພ້ອມ​ທັງ​ໄຟ​ກັບ​ມາດ ຈະ​ຕົກລົງ​ຖືກ​ລາວ ແລະ​ກອງທັບ​ຕະຫລອດ​ຊົນຊາດ​ທັງຫລາຍ​ທີ່​ຢູ່​ຝ່າຍ​ລາວ​ດ້ວຍ.


ໃນ​ຂະນະທີ່​ພວກອາໂມ​ກຳລັງ​ປົບໜີ ຈາກ​ເມືອງ​ເບັດ​ໂຮໂຣນ​ໄປ​ສູ່​ເມືອງ​ອາເຊກາ​ນັ້ນ ພຣະເຈົ້າຢາເວ​ໄດ້​ບັນດານ​ໃຫ້​ໝາກເຫັບ​ໃຫຍ່​ຈາກ​ທ້ອງຟ້າ​ຕົກ​ຖືກ​ພວກເຂົາ. ສະນັ້ນ ພວກ​ທີ່​ຕາຍ​ຍ້ອນ​ໝາກເຫັບ​ຕົກ​ຖືກ​ນັ້ນ ຈຶ່ງ​ມີ​ຫລາຍກວ່າ​ພວກ​ທີ່​ຖືກ​ພວກ​ອິດສະຣາເອນ​ຂ້າ.


ແລ້ວ​ກໍ​ມີ​ຟ້າ​ແມບເຫຼື້ອມ, ມີ​ສຽງ​ແຕກ​ດັງ​ສະໜັ່ນ, ຟ້າຮ້ອງ​ຢ່າງ​ບໍ່​ຂາດ​ສາຍ ແລະ​ແຜ່ນດິນ​ກໍ​ໄຫວ​ຢ່າງ​ແຮງ. ຕັ້ງແຕ່​ມະນຸດ​ໄດ້​ຖືກ​ສ້າງ​ຂຶ້ນ​ມາ​ໃນ​ໂລກ ບໍ່ເຄີຍ​ມີ​ແຜ່ນດິນ​ຫວັ່ນໄຫວ​ອັນ​ໃຫຍ່ ແລະ​ຮ້າຍແຮງ​ຂະໜາດ​ນີ້​ຈັກເທື່ອ ນີ້​ແມ່ນ​ແຜ່ນດິນ​ໄຫວ​ຄັ້ງ​ຍິ່ງໃຫຍ່​ທີ່ສຸດ


ມີ​ໝາກເຫັບ​ໃຫຍ່ ໜັກ​ກ້ອນ​ລະ​ຫ້າສິບ​ກິໂລກຼາມ ຕົກ​ຈາກ​ທ້ອງຟ້າ​ຖືກ​ຄົນ​ທັງປວງ, ພວກເຂົາ​ໄດ້​ປ້ອຍດ່າ​ພຣະເຈົ້າ ຍ້ອນ​ໄພພິບັດ​ທີ່​ເກີດ​ຈາກ​ໝາກເຫັບ​ນັ້ນ. ດ້ວຍວ່າ ເປັນ​ໄພພິບັດ​ອັນ​ຮ້າຍແຮງ​ເຫລືອເກີນ.


ເມື່ອ​ເທວະດາ​ຕົນ​ທຳອິດ​ເປົ່າແກ​ຂຶ້ນ ມີ​ໝາກເຫັບ​ແລະ​ໄຟ​ປົນ​ເລືອດ ຖືກ​ຖິ້ມ​ລົງ​ມາ​ເທິງ​ແຜ່ນດິນ​ໂລກ, ໜຶ່ງ​ສ່ວນ​ສາມ​ຂອງ​ແຜ່ນດິນ​ໂລກ​ຖືກ​ໄໝ້, ໜຶ່ງ​ສ່ວນ​ສາມ​ຂອງ​ຕົ້ນໄມ້​ກໍ​ຖືກ​ໄໝ້ ແລະ​ຫຍ້າ​ຂຽວ​ສົດ​ທຸກ​ໃບ​ກໍ​ຖືກ​ເຜົາ​ໄໝ້​ໄປ​ໝົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka