Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 9:21 - ພຣະຄຳພີສັກສິ

21 ແຕ່​ຄົນອື່ນ​ທີ່​ບໍ່​ສົນໃຈ​ຕໍ່​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ກໍ​ປ່ອຍ​ໃຫ້​ພວກ​ທາດຮັບໃຊ້ ແລະ​ຝູງສັດ​ຂອງ​ພວກເຂົາ​ຢູ່​ທົ່ງນາ​ກາງ​ແຈ້ງ.

Uka jalj uñjjattʼäta Copia luraña




ອົບພະຍົບ 9:21
11 Jak'a apnaqawi uñst'ayäwi  

ສະນັ້ນ ຈົ່ງ​ສະແຫວງຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ດ້ວຍ​ສຸດໃຈ​ແລະ​ສຸດຈິດ. ຈົ່ງ​ລົງມື​ກໍ່ສ້າງ​ສະຖານທີ່​ສັກສິດ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ ເພື່ອ​ຈະ​ໄດ້​ເອົາ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ແລະ​ເຄື່ອງ​ສັກສິດ​ອື່ນໆ​ຂອງ​ພຣະເຈົ້າ ເຂົ້າມາ​ໃນ​ວິຫານ​ທີ່​ສ້າງ​ໄວ້​ສຳລັບ​ນາມຊື່​ຂອງ​ພຣະເຈົ້າຢາເວ.”


ຖ້າ​ພຣະເຈົ້າ​ສົນໃຈ​ໃນ​ແຕ່​ພຣະອົງ​ເອງ ແລະ​ເອົາ​ລົມຫາຍໃຈ​ຄືນ​ໄປ​ຢ່າງ​ໝົດສິ້ນ


ເປັນຫຍັງ​ມະນຸດ​ຈຶ່ງ​ສຳຄັນ​ຕໍ່​ພຣະອົງ​ແທ້ນໍ? ເປັນຫຍັງ​ຈຶ່ງ​ເອົາໃຈໃສ່​ຕໍ່​ສິ່ງ​ທີ່​ພວກເຂົາ​ເຮັດ​ນັ້ນ?


ເພິ່ນ​ບໍ່​ສົນໃຈ​ໃນ​ເຫດການ​ນັ້ນ​ເລີຍ ແຕ່​ກັບຄືນ​ເມືອ​ວັງ​ຂອງ​ເພິ່ນ​ດ້ວຍ​ທ່າທີ່​ອັນ​ເບີດເສີຍ.


ເມື່ອ​ໄດ້ຍິນ​ດັ່ງນີ້ ບັນດາ​ຂ້າຣາຊການ​ຂອງ​ກະສັດ​ຟາໂຣ​ບາງຄົນ​ກໍ​ເກີດ​ມີ​ຄວາມ​ຢ້ານ ໃນ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ; ພວກເຂົາ​ຈຶ່ງ​ນຳ​ທາດຮັບໃຊ້ ແລະ​ຝູງສັດ​ຂອງ​ພວກເຂົາ​ເຂົ້າ​ສູ່​ບ່ອນ​ກຳບັງ.


ຕໍ່ມາ ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ວ່າ, “ຈົ່ງ​ຍົກ​ມື​ຂຶ້ນ​ສູ່​ຟ້າ​ສະຫວັນ ແລະ​ໝາກເຫັບ​ໃຫຍ່​ກໍ​ຈະ​ຕົກ​ທົ່ວ​ປະເທດ​ເອຢິບ ຖືກ​ຄົນ, ສັດ​ທັງຫລາຍ ແລະ​ພືດພັນ​ທັງໝົດ​ຕາມ​ທົ່ງໄຮ່​ທົ່ງນາ.”


ຄົນ​ທີ່​ຢັ່ງຮູ້​ຍ່ອມ​ເຫັນ​ຄວາມ​ເດືອດຮ້ອນ​ຈະ​ມາ​ເຖິງ ຈຶ່ງ​ຮູ້ຈັກ​ຊ່ອນຊົ້ນ​ຕົນ​ຫລົບຫລີກ​ມັນ​ໄດ້, ແຕ່​ຄົນ​ບໍ່​ຄິດ​ຈະ​ຍ່າງ​ກົງ​ເຂົ້າໄປ​ແລະ​ກໍ​ເສຍໃຈ​ຕໍ່ມາ​ພາຍຫລັງ.


ຂ້ອຍ​ຄິດ​ພິຈາລະນາ​ເບິ່ງ​ສິ່ງ​ທີ່​ໄດ້​ເຫັນ​ນັ້ນ ແລະ​ໄດ້​ຖອດຖອນ​ເອົາ​ບົດຮຽນ​ດັ່ງນີ້:


ຊາຍ​ຜູ້ນັ້ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ເຝົ້າເບິ່ງ​ເຖີດ. ຈົ່ງ​ຕັ້ງໃຈ​ຟັງ​ແລະ​ເອົາໃຈໃສ່​ຕໍ່​ທຸກໆສິ່ງ​ທີ່​ເຮົາ​ສຳແດງ​ໃຫ້​ເຈົ້າ​ເຫັນ; ດ້ວຍເຫດນີ້​ແຫຼະ ເຈົ້າ​ຈຶ່ງ​ຖືກ​ນຳ​ມາ​ທີ່​ນີ້. ເຈົ້າ​ຈະ​ຕ້ອງ​ໄປ​ບອກ​ປະຊາຊົນ​ອິດສະຣາເອນ​ໃຫ້​ຮູ້​ທຸກໆ​ສິ່ງ​ທີ່​ເຈົ້າ​ເຫັນ​ນີ້.”


ຕໍ່ມາ ເພິ່ນ​ໄດ້​ກ່າວ​ຕໍ່ໄປ​ວ່າ, “ດານີເອນ​ເອີຍ ຢ່າສູ່​ຢ້ານກົວ​ເລີຍ. ມື້​ທຳອິດ​ທີ່​ເຈົ້າ​ຕັດສິນໃຈ​ຖ່ອມຕົວ​ລົງ​ພາວັນນາ​ອະທິຖານ ແລະ​ຂໍ​ຄວາມ​ເຂົ້າໃຈ​ຕໍ່ໜ້າ​ພຣະເຈົ້າ​ຂອງເຈົ້າ ພຣະອົງ​ໄດ້​ຮັບ​ຟັງ​ຄຳ​ພາວັນນາ​ອະທິຖານ​ຂອງ​ເຈົ້າ​ແລ້ວ. ເຮົາ​ມາ​ກໍ​ເພື່ອ​ຕອບ​ຄຳ​ພາວັນນາ​ອະທິຖານ​ຂອງ​ເຈົ້າ.


ເມື່ອ​ນາງ​ກຳລັງ​ຈະ​ສິ້ນໃຈ​ນັ້ນ ພວກຜູ້ຍິງ​ທີ່​ມາ​ຊ່ວຍ​ນາງ​ຄອດ​ລູກ​ກໍ​ເວົ້າ​ວ່າ, “ຈົ່ງ​ເຮັດ​ໃຈ​ໃຫ້​ເຂັ້ມແຂງ​ເອົາ​ໄວ້ ເຈົ້າ​ໄດ້​ລູກ​ຜູ້ຊາຍ” ແຕ່​ນາງ​ບໍ່​ສົນໃຈ​ແລະ​ບໍ່​ຕອບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka