19 ບັດນີ້ ຈົ່ງຕ້ອນຝູງສັດ ແລະສິ່ງຂອງຕ່າງໆໃນກາງແຈ້ງເຂົ້າສູ່ບ່ອນກຳບັງ. ຄົນທຸກຄົນແລະສັດທຸກໂຕທີ່ຢູ່ນອກ ຈະຖືກໝາກເຫັບລູກໃຫຍ່ຕົກໃສ່ຕາຍໝົດ.”’
ພຣະອົງໄດ້ຂ້າຝູງງົວຂອງພວກເຂົາໂດຍໃຫ້ໝາກເຫັບຕົກມາ ແລະໄດ້ຂ້າຝູງແກະຂອງພວກເຂົາໂດຍໃຫ້ມີຟ້າຜ່າ
ສິ່ງສາລະພັດໃນທົ່ງນາກາງແຈ້ງທົ່ວປະເທດ ຕະຫລອດທັງຄົນ ແລະສັດໄດ້ຖືກໝາກເຫັບໃຫຍ່ ຕົກລົງມາທຳລາຍຈົນຈິບຫາຍໝົດ. ພືດຜົນພ້ອມທັງຕົ້ນໄມ້ໃນທົ່ງໄຮ່ທົ່ງນາກໍລົ້ມທະລາຍຕາຍກ້ຽງ.
ແລະມື້ຕໍ່ມາ ພຣະເຈົ້າຢາເວກໍເຮັດຕາມທີ່ພຣະອົງໄດ້ບອກໄວ້ນັ້ນຄື: ສັດຂອງຊາວເອຢິບຕາຍໝົດ ແຕ່ສັດຂອງຊາວອິດສະຣາເອນບໍ່ຕາຍຈັກໂຕ.
ຄວາມຜິດເປັນຂອງຜູ້ທີ່ຕາຍນັ້ນເອງ ເພາະລາວບໍ່ໄດ້ເອົາໃຈໃສ່ຕໍ່ສຽງປຸກເຕືອນ. ຖ້າເອົາໃຈໃສ່ລາວກໍຈະປົບໜີໄປໄດ້.
ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍໄດ້ຍິນເຖິງສິ່ງທີ່ຊົງໄດ້ກະທຳ, ຂ້ານ້ອຍຈຶ່ງເຕັມໄປດ້ວຍຄວາມຢຳເກງຍິ່ງ. ບັດນີ້ ໂຜດຮື້ຟື້ນໃໝ່ໃນສະໄໝພວກຂ້ານ້ອຍແດ່ນາ ກິດຈະການອັນຍິ່ງໃຫຍ່ທີ່ພຣະເຈົ້າຢາເວໄດ້ກະທຳນັ້ນ ເຖິງວ່າເມື່ອພຣະອົງລົງໂທດໂກດຮ້າຍກໍຕາມ ໂຜດເມດຕາສົງສານພວກຂ້ານ້ອຍແດ່ທ້ອນ.