18 ສະນັ້ນ ມື້ອື່ນໃນເວລາດຽວກັນນີ້ ເຮົາຈະໃຫ້ໝາກເຫັບລູກໃຫຍ່ຕົກລົງຢ່າງໜັກ ຢ່າງບໍ່ເຄີຍມີມາຈັກເທື່ອໃນປະຫວັດສາດຂອງປະເທດເອຢິບ.
ດັ່ງນັ້ນ ນາງເຢເຊເບນຈຶ່ງໃຊ້ຄົນອອກໄປບອກເອລີຢາວ່າ, “ມື້ອື່ນເວລາດຽວກັນນີ້ ຖ້າຂ້ອຍບໍ່ໄດ້ຂ້າເຈົ້າ ດັ່ງທີ່ເຈົ້າໄດ້ຂ້າບັນດາຜູ້ທຳນວາຍພະບາອານນັ້ນ ກໍຂໍພະທັງຫລາຍເຮັດໃຫ້ຂ້ອຍຕາຍສາເຖີດ.”
ເຖິງຢ່າງນັ້ນກໍຕາມ ບັດນີ້ ເຮົາຈະສົ່ງພວກທະຫານຂອງເຮົາເຂົ້າໄປຄົ້ນໃນຣາຊວັງ ແລະໃນເຮືອນນາຍທະຫານຂອງທ່ານ ເພື່ອຢຶດເອົາສິ່ງຂອງທຸກໆຢ່າງທີ່ພວກເຂົາ ເຫັນວ່າມີຄ່າ. ມື້ອື່ນໃນເວລາດຽວກັນນີ້ ພວກນາຍທະຫານຈະມາໃນຣາຊວັງຂອງທ່ານ.”
ເອລີຊາຕອບວ່າ, “ຈົ່ງຟັງຖ້ອຍຄຳທີ່ພຣະເຈົ້າຢາເວກ່າວໃຫ້ດີ ພຣະເຈົ້າຢາເວກ່າວວ່າ, ມື້ອື່ນໃນເວລາດຽວກັນນີ້ ພວກທ່ານຈະສາມາດຊື້ເຂົ້າເດືອຍທີໜຶ່ງ ສາມກິໂລກຼາມ ຫລືເຂົ້າບາເລຫົກກິໂລກຼາມ ເປັນເງິນຫລຽນດຽວ ຕາມລາຄາທ້ອງຕະຫລາດໃນນະຄອນຊາມາເຣຍ.”
ເອລີຊາໄດ້ບອກກະສັດໃນເວລານັ້ນວ່າ, “ເຂົ້າເດືອຍທີໜຶ່ງ ສາມກິໂລກຼາມ ຫລືເຂົ້າບາເລຫົກກິໂລກຼາມ ຈະຂາຍໃນລາຄາເປັນເງິນຫລຽນດຽວ ຕາມລາຄາທ້ອງຕະຫລາດໃນນະຄອນຊາມາເຣຍ.”
ພຣະເຈົ້າສົ່ງຝົນລົງໃຫ້ຫົດພື້ນແຜ່ນດິນ ອາດສົ່ງມາລົງໂທດຄົນຫລືໃຫ້ຄວາມຮັກກໍໄດ້.
ເຈົ້າເຄີຍໄດ້ໄປຢ້ຽມບ່ອນມ້ຽນຂອງຕ່າງໆບໍ? ຄືບ່ອນທີ່ເຮົາເກັບຮັກສາຫິມະ ແລະໝາກເຫັບນັ້ນ?
ເຮົາຕຽມມັນໄວ້ສຳລັບເວລາເດືອດຮ້ອນມາເຖິງ ສຳລັບມື້ສູ້ຮົບ ແລະມື້ເຮັດເສິກສົງຄາມນັ້ນ.
ຈົ່ງສົ່ງລົມພະຍຸມາຂັບໄລ່ພວກເຂົາໃຫ້ປົບໜີໄປ ແລະໃຫ້ຢ້ານກົວລົມອັນແຮງກ້າຂອງພຣະອົງ.
ມັນເກາະມັນໄຕ່ໄປມາເປັນໝູ່ໆຢູ່ເຕັມທົ່ວປະເທດເອຢິບ. ແມ່ນຕັກແຕນຝູງໃຫຍ່ທີ່ສຸດທີ່ເຄີຍເຫັນມາ ຫລືຈະບໍ່ມີໃຜເຄີຍໄດ້ເຫັນຝູງຕັກແຕນໃຫຍ່ທໍ່ຄາວນີ້ອີກເລີຍ.
ມັນຈະເຂົ້າໄປຢູ່ເຕັມຣາຊວັງ ເຂົ້າໄປໃນເຮືອນຂອງບັນດາຂ້າຣາຊການ ແລະເຮືອນຂອງປະຊາຊົນທຸກຄົນ. ມັນໂຫດຮ້າຍກວ່າສິ່ງໃດໆທັງໝົດ ທີ່ບັນພະບຸລຸດຂອງເຈົ້າເຄີຍໄດ້ເຫັນມາ.”’ ແລ້ວໂມເຊກໍໄດ້ອຳລາກະສັດຟາໂຣກັບໄປ.
ສຽງຮ້ອງໄຫ້ຈະດັງກ້ອງສະໜັ່ນທົ່ວປະເທດເອຢິບ ຢ່າງບໍ່ເຄີຍມີມາກ່ອນຫລືຈະບໍ່ມີອີກຈັກເທື່ອ.
ແຕ່ຈົນບັດນີ້ ເຈົ້າກໍຍັງໃຈແຂງກະດ້າງດື້ດຶງບໍ່ຍອມປ່ອຍໃຫ້ປະຊາຊົນຂອງເຮົາໄປ.
ມີໝາກເຫັບໃຫຍ່ ໜັກກ້ອນລະຫ້າສິບກິໂລກຼາມ ຕົກຈາກທ້ອງຟ້າຖືກຄົນທັງປວງ, ພວກເຂົາໄດ້ປ້ອຍດ່າພຣະເຈົ້າ ຍ້ອນໄພພິບັດທີ່ເກີດຈາກໝາກເຫັບນັ້ນ. ດ້ວຍວ່າ ເປັນໄພພິບັດອັນຮ້າຍແຮງເຫລືອເກີນ.