7 ແຕ່ບັນດາໝໍມົນກໍໄດ້ໃຊ້ເວດມົນຄາຖາຂອງພວກເຂົາ ເຮັດໃຫ້ຝູງກົບຂຶ້ນມາເທິງໜ້າດິນໄດ້ເຊັ່ນດຽວກັນ.
ຝ່າຍກະສັດຟາໂຣກໍເອີ້ນບັນດານັກປາດ ແລະບັນດາໝໍມົນຂອງຕົນມາ ເພື່ອໃຫ້ພວກເຂົາໃຊ້ກົນເຮັດແບບດຽວກັນ.
ແລ້ວບັນດາໝໍມົນຂອງກະສັດຟາໂຣກໍໃຊ້ຄາຖາອາຄົມຂອງພວກເຂົາ ກະທຳໄດ້ຄືກັນ ແລະກະສັດຟາໂຣແຮ່ງໃຈແຂງກະດ້າງດື້ດຶງຫລາຍຍິ່ງຂຶ້ນ. ເຫດການເປັນໄປຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້ທຸກປະການ; ສະນັ້ນ ກະສັດຟາໂຣຈຶ່ງບໍ່ເຊື່ອຟັງໂມເຊແລະອາໂຣນ.
ພວກໝໍມົນໄດ້ພະຍາຍາມໃຊ້ເວດມົນຄາຖາຂອງພວກເຂົາຂັບໄລ່ຮີ້ນໜີໄປ ແຕ່ເຮັດບໍ່ໄດ້. ຮີ້ນຈຶ່ງຕອມຢູ່ເຕັມທົ່ວທຸກບ່ອນ
ດ້ວຍວ່າ, ຈະມີພຣະຄຣິດປອມແລະຜູ້ທຳນວາຍປອມຫລາຍຄົນຈະເກີດຂຶ້ນ ພວກເຂົາຈະເຮັດການອັດສະຈັນອັນຍິ່ງໃຫຍ່ ແລະໝາຍສຳຄັນຫລາຍປະການ ເພື່ອຖ້າເປັນໄປໄດ້ຈະຫລອກລວງແມ່ນແຕ່ປະຊາຊົນທີ່ພຣະເຈົ້າໄດ້ເລືອກໄວ້ໃຫ້ຫລົງເສຍໄປ.
ຢາເນກັບຢຳເບ ຂັດຂວາງຕໍ່ສູ້ກັບໂມເຊສັນໃດ ຄົນເຫຼົ່ານີ້ ກໍຂັດຂວາງຕໍ່ສູ້ກັບຄວາມຈິງສັນນັ້ນເໝືອນກັນ ເຂົາເປັນຄົນມີໃຈຊົ່ວຮ້າຍ ແລະໃນດ້ານຄວາມເຊື່ອນັ້ນ ເຂົາໃຊ້ບໍ່ໄດ້ເລີຍ,
ມັນຫລອກລວງຄົນທັງຫລາຍ ທີ່ຢູ່ໃນໂລກດ້ວຍໝາຍສຳຄັນ ທີ່ຊົງໃຫ້ມັນເຮັດຕໍ່ໜ້າສັດຮ້າຍໂຕເດີມນັ້ນ ແລະມັນສັ່ງໃຫ້ເຂົາສ້າງຮູບສັດຮ້າຍ ທີ່ຖືກຟັນດ້ວຍດາບແຕ່ຍັງບໍ່ຕາຍນັ້ນ.