Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 8:32 - ພຣະຄຳພີສັກສິ

32 ເຖິງ​ປານ​ນັ້ນ​ກໍຕາມ ກະສັດ​ຟາໂຣ​ຍັງ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຢູ່ ແລະ​ບໍ່​ຍອມ​ປ່ອຍ​ໃຫ້​ຊາວ​ອິດສະຣາເອນ​ໄປ.

Uka jalj uñjjattʼäta Copia luraña




ອົບພະຍົບ 8:32
11 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ຍັງ​ໄດ້​ສັ່ງ​ໂມເຊ​ໄວ້​ອີກ​ວ່າ, “ບັດນີ້ ເຈົ້າ​ກຳລັງ​ເດີນທາງ​ກັບຄືນ​ສູ່​ປະເທດ​ເອຢິບ ຈົ່ງ​ເຮັດ​ການ​ອັດສະຈັນ​ທຸກຢ່າງ​ໃຫ້​ກະສັດ​ຟາໂຣ​ເຫັນ​ແທ້ໆ​ຄື: ເຮັດ​ຕາມ​ຣິດອຳນາດ​ທີ່​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ​ນັ້ນ. ແຕ່​ຝ່າຍ​ເຮົາ​ຈະ​ເຮັດ​ໃຫ້​ໃຈ​ຂອງ​ກະສັດ​ຟາໂຣ​ແຂງ​ກະດ້າງ​ດື້ດຶງ ແລະ​ບໍ່​ຍອມ​ປ່ອຍ​ໃຫ້​ປະຊາຊົນ​ໄປ.


ເມື່ອ​ກະສັດ​ຟາໂຣ​ເຫັນ​ວ່າ​ຝູງ​ກົບ​ໄດ້​ຕາຍໄປ​ໝົດ​ແລ້ວ ເພິ່ນ​ຈຶ່ງ​ມີ​ໃຈ​ແຂງ​ກະດ້າງ​ດື້ດຶງ​ເໝືອນ​ເດີມ ແລະ​ບໍ່​ຍອມ​ຟັງ​ໂມເຊ ແລະ​ອາໂຣນ​ອີກ​ຕໍ່ໄປ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ທຸກປະການ.


ແລະ​ພຣະເຈົ້າຢາເວ​ກໍ​ເຮັດ​ຕາມ​ທີ່​ໂມເຊ​ໄດ້​ພາວັນນາ​ອະທິຖານ​ຂໍ​ນັ້ນ. ຝູງເຫລືອກ​ໄດ້​ໜີໄປ​ຈາກ​ກະສັດ​ຟາໂຣ ແລະ​ບັນດາ​ຂ້າຣາຊການ​ຕະຫລອດ​ທັງ​ປະຊາຊົນ​ດ້ວຍ; ບໍ່ມີ​ເຫລືອກ​ແມ່ນແຕ່​ໂຕ​ດຽວ​ເຫຼືອ​ຢູ່​ເລີຍ.


ດັ່ງນັ້ນ ກະສັດ​ຟາໂຣ​ຈຶ່ງ​ໃຊ້​ຄົນ​ໄປ​ເອີ້ນ​ໂມເຊ ແລະ​ອາໂຣນ​ມາ​ພົບ​ພ້ອມ​ສັ່ງ​ວ່າ, “ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ບອກ​ຝູງ​ກົບ​ອອກ​ໄປ​ສາ ແລະ​ເຮົາ​ຈະ​ປ່ອຍ​ປະຊາຊົນ​ຂອງ​ພວກເຈົ້າ​ໄປ ເພື່ອ​ພວກເຂົາ​ຈະ​ໄດ້​ເອົາ​ເຄື່ອງບູຊາ​ໄປ​ຖວາຍ​ແກ່​ພຣະເຈົ້າຢາເວ.”


ກະສັດ​ຟາໂຣ​ສອບ​ຖາມ​ເຫດການ​ທີ່​ໄດ້​ເກີດຂຶ້ນ​ຈຶ່ງ​ຮູ້​ວ່າ ສັດ​ຂອງ​ຊາວ​ອິດສະຣາເອນ​ບໍ່ໄດ້​ຕາຍ​ແມ່ນແຕ່​ໂຕ​ດຽວ. ແຕ່​ກະສັດ​ຟາໂຣ​ກໍ​ຍັງ​ໃຈ​ແຂງ​ກະດ້າງ​ດື້ດຶງ​ຢູ່​ຕາມເຄີຍ ແລະ​ບໍ່​ຍອມ​ປ່ອຍ​ໃຫ້​ປະຊາຊົນ​ອິດສະຣາເອນ​ໄປ.


ຂ້າແດ່​ພຣະເຈົ້າຢາເວ ເປັນຫຍັງ​ພຣະອົງ​ຈຶ່ງ​ໃຫ້​ພວກ​ຂ້ານ້ອຍ​ໜີໄປ​ຈາກ​ພຣະອົງ? ເປັນຫຍັງ​ຈຶ່ງ​ເຮັດ​ໃຫ້​ພວກ​ຂ້ານ້ອຍ​ດື້ດຶງ​ຈົນ​ຫັນໜີ​ໄປ​ຈາກ​ພຣະອົງ? ເພື່ອ​ເຫັນ​ແກ່​ພວກ​ທີ່​ຮັບໃຊ້​ພຣະອົງ ແລະ​ປະຊາຊົນ​ທີ່​ເປັນ​ພວກ​ຂອງ​ພຣະອົງ ຈົ່ງ​ກັບ​ມາ​ເທີ້ນ.


ແຕ່​ດ້ວຍ​ໃຈ​ຂອງ​ເຈົ້າ​ແຂງ​ກະດ້າງ ແລະ​ບໍ່​ຍອມ​ທີ່​ຈະ​ກັບຕົວ ເຈົ້າ​ຈຶ່ງ​ກຳລັງ​ສະສົມ​ຄວາມ​ໂກດຮ້າຍ​ໄວ້​ໃຫ້​ຕົນເອງ ໃນ​ວັນ​ຂອງ​ຄວາມ​ຮ້າຍກາດ​ນັ້ນ, ຄື​ວັນ​ທີ່​ພຣະເຈົ້າ​ຈະ​ຊົງ​ພິພາກສາ​ລົງໂທດ ຢ່າງ​ຍຸດຕິທຳ​ໃຫ້​ປາກົດ​ແຈ້ງ​ນັ້ນ.


ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຈະ​ເປັນ​ຄົນ​ດື້ດ້ານ ດັ່ງ​ກະສັດ​ເອຢິບ​ແລະ​ຊາວ​ເອຢິບ. ຢ່າ​ລືມ​ວ່າ ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພວກເຂົາ​ເປັນ​ຄົນໂງ່ຈ້າ​ສໍ່າໃດ ຈົນ​ປ່ອຍ​ໃຫ້​ພວກ​ອິດສະຣາເອນ​ອອກ​ໄປ​ຈາກ​ປະເທດ​ເອຢິບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka