Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 8:3 - ພຣະຄຳພີສັກສິ

3 ແມ່ນໍ້ານິນ​ຈະ​ເຕັມ​ໄປ​ດ້ວຍ​ຝູງ​ກົບ. ມັນ​ຈະ​ເຂົ້າ​ໄປ​ໃນ​ວັງ, ເຂົ້າ​ໄປ​ໃນ​ຫ້ອງ​ນອນ, ໃນ​ເຮືອນ​ຂອງ​ບັນດາ​ຂ້າຣາຊການ, ໃນ​ເຮືອນ​ຂອງ​ປະຊາຊົນ ແລະ​ແມ່ນແຕ່​ໃນ​ເຕົາ​ອົບ​ແລະ​ໃນ​ຮາງ​ນວດແປ້ງ.

Uka jalj uñjjattʼäta Copia luraña




ອົບພະຍົບ 8:3
8 Jak'a apnaqawi uñst'ayäwi  

ອາຮາຊີຢາ​ມີ​ນ້ອງສາວ​ຕ່າງ​ແມ່​ຜູ້ໜຶ່ງ​ຊື່​ວ່າ​ເຢໂຮເຊບາ. ນາງ​ໄດ້​ຊ່ວຍ​ຊີວິດ​ຂອງ​ໂຢອາດ, ລູກຊາຍ​ຄົນ​ໜຶ່ງ​ຂອງ​ອາຮາຊີຢາ​ໄວ້​ຢ່າງ​ລັບໆ ໂດຍ​ໄດ້​ນຳ​ລາວ​ອອກ​ໜີໄປ​ຈາກ​ເຈົ້າຊາຍ​ຄົນອື່ນໆ​ທີ່​ກຳລັງ​ຈະ​ຖືກ​ຂ້າ ແລະ​ເອົາ​ໄປ​ລີ້​ລ້ຽງ​ໄວ້​ຢູ່​ໃນ​ຫ້ອງນອນ​ຂອງ​ພຣະວິຫານ​ຂອງ​ພຣະເຈົ້າ. ນາງ​ເຢໂຮເຊບາ​ລູກສາວ​ຂອງ​ເຢໂຮຣາມ​ເມຍ​ຂອງ​ປະໂຣຫິດ​ເຢໂຮຍອາດາ​ໄດ້​ຊ່ວຍ​ຊີວິດ​ເຈົ້າຊາຍ​ໂຢອາດ ໂດຍ​ເຊື່ອງ​ລາວ​ໄວ້​ໃຫ້​ພົ້ນ​ຈາກ​ເງື້ອມມື​ຂອງ​ນາງ​ອາທາລີຢາ.


ປະເທດ​ຂອງ​ພວກເຂົາ​ໄດ້​ຖືກ​ຝູງ​ກົບ​ມາ​ຮາວີ​ ແມ່ນແຕ່​ໃນ​ວັງ​ກໍ​ເຕັມ​ໄປ​ດ້ວຍ​ຝູງ​ກົບ​ທັງນັ້ນ.


ມັນ​ຈະ​ເຂົ້າ​ໄປ​ຢູ່​ເຕັມ​ຣາຊວັງ ເຂົ້າ​ໄປ​ໃນ​ເຮືອນ​ຂອງ​ບັນດາ​ຂ້າຣາຊການ ແລະ​ເຮືອນ​ຂອງ​ປະຊາຊົນ​ທຸກຄົນ. ມັນ​ໂຫດຮ້າຍ​ກວ່າ​ສິ່ງໃດໆ​ທັງໝົດ ທີ່​ບັນພະບຸລຸດ​ຂອງ​ເຈົ້າ​ເຄີຍ​ໄດ້​ເຫັນ​ມາ.”’ ແລ້ວ​ໂມເຊ​ກໍໄດ້​ອຳລາ​ກະສັດ​ຟາໂຣ​ກັບໄປ.


ດັ່ງນັ້ນ ຊາວ​ອິດສະຣາເອນ​ຈຶ່ງ​ຈັດຕຽມ​ເອົາ​ແປ້ງ​ດິບ​ທີ່​ບໍ່ທັນ​ມີ​ເຊື້ອແປ້ງ​ເທື່ອ ພ້ອມ​ດ້ວຍ​ຮາງ​ນວດ​ແປ້ງ​ຫໍ່​ໃສ່​ເສື້ອຄຸມ​ຊັ້ນນອກ​ແບກ​ໄປ.


ຝ່າຍ​ກະສັດ​ຟາໂຣ​ກໍ​ເອີ້ນ​ບັນດາ​ນັກປາດ ແລະ​ບັນດາ​ໝໍມົນ​ຂອງຕົນ​ມາ ເພື່ອ​ໃຫ້​ພວກເຂົາ​ໃຊ້​ກົນ​ເຮັດ​ແບບ​ດຽວກັນ.


ຝູງ​ກົບ​ຈະ​ໜີໄປ​ຈາກ​ທ່ານ, ຈາກ​ວັງ, ຈາກ​ບັນດາ​ຂ້າຣາຊການ ແລະ​ຈາກ​ປະຊາຊົນ​ຂອງທ່ານ ແລະ​ມັນ​ຈະ​ຍັງເຫລືອ​ຢູ່​ແຕ່​ໃນ​ແມ່ນໍ້ານິນ​ເທົ່ານັ້ນ.”


ຖ້າ​ເຈົ້າ​ບໍ່​ຍອມ​ປ່ອຍ​ໄປ ເຮົາ​ຈະ​ລົງໂທດ​ປະເທດ​ນີ້ ໂດຍ​ຈະ​ໃຫ້​ມີ​ຝູງ​ກົບ​ທົ່ວ​ປະເທດ.


ມັນ​ຈະ​ເຕັ້ນ​ຂຶ້ນ​ເທິງ​ຕົວ​ທ່ານ, ເທິງ​ປະຊາຊົນ​ຂອງທ່ານ, ແລະ​ເທິງ​ຂ້າຣາຊການ​ທັງໝົດ​ຂອງທ່ານ.”’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka