Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 8:26 - ພຣະຄຳພີສັກສິ

26 ໂມເຊ​ຕອບ​ວ່າ, “ບໍ່ໄດ້ດອກ ເພາະວ່າ​ຊາວ​ເອຢິບ​ຈະ​ກຽດຊັງ ໂດຍ​ການ​ຂ້າ​ສັດ​ຖວາຍບູຊາ​ຂອງ​ພວກ​ຂ້ານ້ອຍ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ. ຖ້າ​ພວກ​ຂ້ານ້ອຍ​ໃຊ້​ສັດ​ເຫຼົ່ານີ້​ເປັນ​ເຄື່ອງ​ຖວາຍບູຊາ ໃນ​ບ່ອນ​ທີ່​ພວກເຂົາ​ເຫັນ​ພວກ​ຂ້ານ້ອຍ, ພວກເຂົາ​ກໍ​ຈະ​ເອົາ​ກ້ອນຫີນ​ຄວ່າງ​ໃສ່​ພວກ​ຂ້ານ້ອຍ​ໃຫ້​ຕາຍ.

Uka jalj uñjjattʼäta Copia luraña




ອົບພະຍົບ 8:26
11 Jak'a apnaqawi uñst'ayäwi  

ເຂົາ​ໄດ້​ຈັດແຈ່ງ​ໂຕະ​ໃຫ້​ໂຢເຊັບ​ກິນ​ຜູ້​ດຽວ​ຕ່າງຫາກ ແລະ​ຈັດແຈ່ງ​ໃຫ້​ພວກ​ອ້າຍ​ນ້ອງ​ຂອງ​ໂຢເຊັບ​ກິນ​ໂຕະ​ໜຶ່ງ​ຕ່າງຫາກ. ຊາວ​ເອຢິບ​ຜູ້​ທີ່​ມາ​ຮ່ວມ​ນຳ​ນັ້ນ ເຂົາ​ໄດ້​ຈັດ​ໃຫ້​ກິນ​ໂຕະ​ໜຶ່ງ​ອີກ​ຕ່າງຫາກ ເພາະ​ເຂົາ​ຖື​ວ່າ​ມັນ​ເປັນ​ການ​ອັບອາຍ​ຂາຍໜ້າ ທີ່​ຈະ​ກິນ​ເຂົ້າ​ຮ່ວມ​ໂຕະ​ກັບ​ຊາວ​ເຮັບເຣີ.


ໃຫ້​ພວກເຈົ້າ​ຕອບ​ວ່າ, ພວກເຈົ້າ​ລ້ຽງ​ສັດ​ເປັນ​ອາຊີບ​ເໝືອນ​ດັ່ງ​ບັນ​ພະບຸລຸດ​ຂອງ​ພວກເຮົາ. ໂດຍ​ວິທີ​ນີ້​ກະສັດ​ກໍ​ຈະ​ອະນຸຍາດ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ໃນ​ເຂດ​ໂກເຊັນ​ໄດ້.” ໂຢເຊັບ​ແນະນຳ​ເຊັ່ນນີ້ ເພາະ​ຊາວ​ເອຢິບ​ບໍ່​ມັກ​ພວກ​ລ້ຽງແກະ.


ກະສັດ​ໂຢສີຢາ​ໄດ້​ທຳລາຍ​ແທ່ນບູຊາ​ຕ່າງໆ​ທີ່​ກະສັດ​ໂຊໂລໂມນ​ໄດ້​ສ້າງ​ຂຶ້ນ ຢູ່​ທາງທິດ​ຕາເວັນອອກ​ຂອງ​ນະຄອນ​ເຢຣູຊາເລັມ ຄື​ທາງທິດໃຕ້​ຂອງ​ພູເຂົາ​ໝາກກອກເທດ ຊຶ່ງ​ເປັນ​ບ່ອນ​ສຳລັບ​ຂາບໄຫວ້​ຮູບເຄົາຣົບ​ທີ່​ໜ້າກຽດຊັງ​ຄື: ຮູບ​ເຈົ້າແມ່​ອັດສະຕາກ​ຂອງ​ຊາວ​ຊີໂດນ, ພະ​ເຄໂມດ​ຂອງ​ຊາວ​ໂມອາບ ແລະ​ພະ​ມິນກົມ​ຂອງ​ຊາວ​ອຳໂມນ.


ຫລັງຈາກ​ທຸກສິ່ງ​ໄດ້​ສຳເລັດ​ແລ້ວ ກໍ​ມີ​ພວກຜູ້ນຳ​ຂອງ​ຊາວ​ອິດສະຣາເອນ​ບາງຄົນ​ໄດ້​ມາ​ຫາ​ຂ້າພະເຈົ້າ ແລະ​ບອກ​ວ່າ, “ປະຊາຊົນ ບັນດາ​ປະໂຣຫິດ ແລະ​ຊາວ​ເລວີ​ບໍ່ໄດ້​ຮັກສາ​ຕົວ​ຄື: ບໍ່​ແຍກ​ອອກ​ຈາກ​ປະຊາຊົນ​ທີ່​ຢູ່​ໃນ​ປະເທດ​ໃກ້ຄຽງ​ນີ້ ເຊັ່ນ: ອຳໂມນ, ໂມອາບ ແລະ​ເອຢິບ​ຫລື​ຈາກ​ຊາວ​ການາອານ, ຮິດຕີ, ເປຣີຊີ, ເຢບຸດ ແລະ​ອາໂມ. ພວກເຂົາ​ໄດ້​ເຮັດ​ໃນ​ສິ່ງ​ທີ່​ໜ້າກຽດຊັງ​ເໝືອນກັນ​ກັບ​ພວກ​ນີ້​ໄດ້​ເຮັດ.


ປະຊາຊົນ​ຂອງເຮົາ​ຈະ​ເຊື່ອຟັງ​ສິ່ງ​ທີ່​ເຈົ້າ​ກ່າວ​ແກ່​ພວກເຂົາ. ແລ້ວ​ເຈົ້າ​ກັບ​ບັນດາ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ຈົ່ງ​ໄປ​ຫາ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ແລະ​ບອກ​ລາວ​ວ່າ, ‘ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ ໄດ້​ປາກົດ​ຕໍ່​ພວກ​ຂ້ານ້ອຍ. ບັດນີ້​ຂໍ​ທ່ານ​ອະນຸຍາດ​ໃຫ້​ພວກ​ຂ້ານ້ອຍ ເດີນທາງ​ເປັນ​ໄລຍະ​ສາມ​ວັນ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ຖວາຍ​ສັດ​ບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ​ເຖີດ.’


ດັ່ງນັ້ນ ກະສັດ​ຟາໂຣ​ຈຶ່ງ​ໃຊ້​ຄົນ​ໄປ​ເອີ້ນ​ໂມເຊ ແລະ​ອາໂຣນ​ມາ​ພົບ​ພ້ອມ​ສັ່ງ​ວ່າ, “ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ບອກ​ຝູງ​ກົບ​ອອກ​ໄປ​ສາ ແລະ​ເຮົາ​ຈະ​ປ່ອຍ​ປະຊາຊົນ​ຂອງ​ພວກເຈົ້າ​ໄປ ເພື່ອ​ພວກເຂົາ​ຈະ​ໄດ້​ເອົາ​ເຄື່ອງບູຊາ​ໄປ​ຖວາຍ​ແກ່​ພຣະເຈົ້າຢາເວ.”


ຜູ້​ເຮັດ​ຮູບເຄົາຣົບ​ບໍ່ໄດ້​ມີ​ປັນຍາ ຫລື​ຄວາມ​ເຂົ້າໃຈ​ພໍ​ທີ່​ຈະ​ເວົ້າ​ວ່າ, “ໄມ້​ບາງສ່ວນ ຂ້ອຍ​ເອົາ​ເຮັດ​ຟືນ​ດັງ​ໄຟ, ໃຊ້​ເຮັດ​ຖ່ານ​ອົບ​ເຂົ້າຈີ່ ແລະ​ໃຊ້​ປິ້ງ​ຊີ້ນ​ກິນ. ສ່ວນ​ທີ່​ເຫຼືອ​ຂ້ອຍ​ເອົາ​ເຮັດ​ຮູບເຄົາຣົບ. ບັດນີ້ ຂ້ອຍ​ກຳລັງ​ກົ້ມ​ລົງ​ຂາບ​ທ່ອນ​ໄມ້​ທ່ອນ​ໜຶ່ງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka