25 ຕໍ່ມາ ກະສັດຟາໂຣໄດ້ເອີ້ນໂມເຊ ແລະອາໂຣນເຂົ້າມາພົບ ແລະບອກວ່າ, “ຈົ່ງອອກໄປສາ ຈົ່ງເອົາເຄື່ອງບູຊາໄປຖວາຍແກ່ພຣະເຈົ້າຂອງພວກເຈົ້າຢູ່ໃນເຂດແດນເອຢິບນີ້ສາ.”
ແລ້ວກະສັດຟາໂຣກໍຟ້າວເອີ້ນໂມເຊກັບອາໂຣນມາ ແລະກ່າວວ່າ, “ເຮົາໄດ້ເຮັດຜິດບາບຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າແລະຕໍ່ພວກເຈົ້າ.
ສະນັ້ນ ກະສັດຟາໂຣຈຶ່ງເອີ້ນໂມເຊມາ ແລະກ່າວວ່າ, “ພວກເຈົ້າໄປນະມັດສະການພຣະເຈົ້າຢາເວສາ; ໃຫ້ເອົາຜູ້ຍິງ ແລະເດັກນ້ອຍໄປໄດ້. ສ່ວນຝູງແກະກັບແບ້ ແລະຝູງງົວນັ້ນໃຫ້ປະໄວ້ທີ່ນີ້.”
ສະນັ້ນ ເຂົາຈຶ່ງໄປເຊີນໂມເຊ ແລະ ອາໂຣນໃຫ້ກັບຄືນມາພົບກະສັດຟາໂຣອີກ ແລະເພິ່ນກ່າວຕໍ່ພວກເພິ່ນວ່າ, “ຈົ່ງໄປນະມັດສະການພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າສາ. ແຕ່ມີຜູ້ໃດຈະໄປແດ່?”
ໃນຄືນນັ້ນເອງ ກະສັດຟາໂຣໄດ້ເອີ້ນໂມເຊ ແລະອາໂຣນມາພົບ ແລະບອກວ່າ, “ໃຫ້ພວກເຈົ້າພາຊາວອິດສະຣາເອນອອກໄປສາ ຈົ່ງໜີອອກໄປຈາກປະເທດຂອງເຮົາດຽວນີ້ ໄປນະມັດສະການພຣະເຈົ້າຢາເວຕາມທີ່ພວກເຈົ້າຂໍຮ້ອງສາເຖີດ.
ດັ່ງນັ້ນ ກະສັດຟາໂຣຈຶ່ງໃຊ້ຄົນໄປເອີ້ນໂມເຊ ແລະອາໂຣນມາພົບພ້ອມສັ່ງວ່າ, “ຈົ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວບອກຝູງກົບອອກໄປສາ ແລະເຮົາຈະປ່ອຍປະຊາຊົນຂອງພວກເຈົ້າໄປ ເພື່ອພວກເຂົາຈະໄດ້ເອົາເຄື່ອງບູຊາໄປຖວາຍແກ່ພຣະເຈົ້າຢາເວ.”
ກະສັດຟາໂຣໄດ້ໃຊ້ຄົນໄປເອີ້ນໂມເຊ ແລະອາໂຣນມາພົບ ແລະເວົ້າວ່າ, “ໃນເທື່ອນີ້ ເຮົາໄດ້ເຮັດຜິດບາບແລ້ວ; ພຣະເຈົ້າຢາເວເປັນຝ່າຍຖືກ ແລະເຮົາກັບປະຊາຊົນຂອງເຮົາເປັນຝ່າຍຜິດ.
ຈົ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວເຖີດ ໝາກເຫັບແລະຟ້າຮ້ອງໄດ້ລົງໂທດເຮົາໜັກພໍແລ້ວ ເຮົາຂໍສັນຍາວ່າຈະປ່ອຍໃຫ້ພວກເຈົ້າໄປ; ພວກເຈົ້າບໍ່ຈຳເປັນຢູ່ທີ່ນີ້ອີກຕໍ່ໄປດອກ.”
ຢ່າສູ່ຫົວຂວັນຕໍ່ຄຳເຕືອນທີ່ຂ້າພະເຈົ້າກຳລັງຈະມອບໃຫ້ພວກເຈົ້າ ຖ້າຫົວຂວັນມັນຈະຮ້າຍແຮງຫລາຍຂຶ້ນຈົນພວກເຈົ້າປົບໜີໄປບໍ່ໄດ້. ຂ້າພະເຈົ້າໄດ້ຍິນຄຳຕັດສິນໃຈຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ເພື່ອທຳລາຍດິນແດນທັງໝົດແລ້ວ.
ເບິ່ງແມ! ສ່ວນກຸ່ມຄົນທີ່ເປັນພັກພວກຂອງມານຊາຕານ ຄືຄົນເວົ້າຕົວະເຫຼົ່ານັ້ນທີ່ອ້າງວ່າເປັນຢິວແຕ່ບໍ່ເປັນນັ້ນ ເຮົາຈະໃຫ້ພວກເຂົາມາຂາບທີ່ຕີນຂອງເຈົ້າ ແລະຈະໃຫ້ພວກເຂົາທຸກຄົນຮູ້ຈັກວ່າຝ່າຍເຮົາໄດ້ຮັກເຈົ້າ.