24 ແລ້ວພຣະເຈົ້າຢາເວກໍໃຊ້ຝູງເຫລືອກອັນມະຫາສານ ເຂົ້າໄປໃນວັງຂອງກະສັດຟາໂຣພ້ອມທັງທີ່ພັກຂອງພວກຂ້າຣາຊການ. ທົ່ວປະເທດເອຢິບໄດ້ຮັບຜົນເສຍຫາຍຍ້ອນຝູງເຫລືອກນີ້.
ພຣະອົງໄດ້ສັ່ງໃຫ້ຝູງຮີ້ນແລະຝູງເຫລືອກມາ ມີຈຳນວນມາກມາຍໄຕ່ຢູ່ທົ່ວປະເທດຂອງພວກເຂົາ.
ພຣະອົງໄດ້ສົ່ງຝູງຮີ້ນມາທໍລະມານພວກເຂົາ ແລະໄດ້ສົ່ງຝູງກົບມາທຳລາຍດິນແດນດ້ວຍ.
ຊາວເອຢິບເອົາກົບຕາຍມາໂຮມໄວ້ເປັນກອງໃຫຍ່ ອັນເປັນເຫດໃຫ້ປະເທດເອຢິບເນົ່າເໝັນທົ່ວໄປ.
ຖ້າເຈົ້າບໍ່ຍອມປ່ອຍພວກເຂົາໄປ ເຮົາຈະລົງໂທດປະເທດນີ້ ໂດຍສົ່ງຝູງເຫລືອກມາຕອມຕົວເຈົ້າ, ບັນດາຂ້າຣາຊການຂອງເຈົ້າ, ປະຊາຊົນຂອງເຈົ້າ ແລະວັງຂອງເຈົ້າ. ຕາມບ້ານເຮືອນແລະຕາມໜ້າດິນຈະເຕັມໄປດ້ວຍຝູງເຫລືອກ.
ເຮົາຈະເຮັດໃຫ້ເຫັນຄວາມແຕກຕ່າງ ລະຫວ່າງປະຊາຊົນຂອງເຮົາ ແລະປະຊາຊົນຂອງເຈົ້າ. ໝາຍສຳຄັນການອັດສະຈັນນີ້ຈະເກີດຂຶ້ນໃນມື້ອື່ນ.”’
ມັນຈະເຕັ້ນຂຶ້ນເທິງຕົວທ່ານ, ເທິງປະຊາຊົນຂອງທ່ານ, ແລະເທິງຂ້າຣາຊການທັງໝົດຂອງທ່ານ.”’