Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 8:23 - ພຣະຄຳພີສັກສິ

23 ເຮົາ​ຈະ​ເຮັດ​ໃຫ້​ເຫັນ​ຄວາມ​ແຕກຕ່າງ ລະຫວ່າງ​ປະຊາຊົນ​ຂອງເຮົາ ແລະ​ປະຊາຊົນ​ຂອງ​ເຈົ້າ. ໝາຍສຳຄັນ​ການ​ອັດສະຈັນ​ນີ້​ຈະ​ເກີດຂຶ້ນ​ໃນ​ມື້ອື່ນ.”’

Uka jalj uñjjattʼäta Copia luraña




ອົບພະຍົບ 8:23
6 Jak'a apnaqawi uñst'ayäwi  

ເອລີຊາ​ຕອບ​ວ່າ, “ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ​ໃຫ້​ດີ ພຣະເຈົ້າຢາເວ​ກ່າວ​ວ່າ, ມື້ອື່ນ​ໃນ​ເວລາ​ດຽວກັນນີ້ ພວກທ່ານ​ຈະ​ສາມາດ​ຊື້​ເຂົ້າເດືອຍ​ທີ​ໜຶ່ງ ສາມ​ກິໂລກຼາມ ຫລື​ເຂົ້າບາເລ​ຫົກ​ກິໂລກຼາມ ເປັນ​ເງິນ​ຫລຽນ​ດຽວ ຕາມ​ລາຄາ​ທ້ອງ​ຕະຫລາດ​ໃນ​ນະຄອນ​ຊາມາເຣຍ.”


ຖ້າ​ເຈົ້າ​ຍັງ​ສືບຕໍ່​ປະຕິເສດ​ຢູ່​ໃນ​ມື້ອື່ນ​ນີ້ ເຮົາ​ຈະ​ໃຫ້​ຝູງຕັກແຕນ​ເຂົ້າ​ມາ​ໃນ​ປະເທດ​ຂອງ​ເຈົ້າ.


ປະຊາຊົນ​ຂອງເຮົາ​ຈະ​ເຊື່ອຟັງ​ສິ່ງ​ທີ່​ເຈົ້າ​ກ່າວ​ແກ່​ພວກເຂົາ. ແລ້ວ​ເຈົ້າ​ກັບ​ບັນດາ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ຈົ່ງ​ໄປ​ຫາ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ແລະ​ບອກ​ລາວ​ວ່າ, ‘ພຣະເຈົ້າຢາເວ​ພຣະເຈົ້າ​ຂອງ​ຊາວ​ເຮັບເຣີ ໄດ້​ປາກົດ​ຕໍ່​ພວກ​ຂ້ານ້ອຍ. ບັດນີ້​ຂໍ​ທ່ານ​ອະນຸຍາດ​ໃຫ້​ພວກ​ຂ້ານ້ອຍ ເດີນທາງ​ເປັນ​ໄລຍະ​ສາມ​ວັນ​ສູ່​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ຖວາຍ​ສັດ​ບູຊາ​ແກ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ​ເຖີດ.’


ແຕ່​ເຮົາ​ຈະ​ຍົກເວັ້ນ​ເຂດ​ໂກເຊັນ ບ່ອນ​ທີ່​ປະຊາຊົນ​ຂອງເຮົາ​ອາໄສ​ຢູ່. ບ່ອນ​ນີ້​ຈະ​ບໍ່ມີ​ຝູງເຫລືອກ. ເຮົາ​ຈະ​ເຮັດ​ເຊັ່ນນີ້​ກໍ​ເພື່ອ​ເຈົ້າ​ຈະ​ຮູ້​ວ່າ ເຮົາ​ຄື​ພຣະເຈົ້າຢາເວ​ກໍ​ຢູ່​ເໜືອ​ທ່າມກາງ​ດິນແດນ​ນີ້.


ແລ້ວ​ພຣະເຈົ້າຢາເວ​ກໍ​ໃຊ້​ຝູງເຫລືອກ​ອັນ​ມະຫາສານ ເຂົ້າ​ໄປ​ໃນ​ວັງ​ຂອງ​ກະສັດ​ຟາໂຣ​ພ້ອມ​ທັງ​ທີ່ພັກ​ຂອງ​ພວກ​ຂ້າຣາຊການ. ທົ່ວ​ປະເທດ​ເອຢິບ​ໄດ້​ຮັບ​ຜົນ​ເສຍຫາຍ​ຍ້ອນ​ຝູງເຫລືອກ​ນີ້.


ພຣະເຈົ້າຢາເວ​ໄດ້​ກຳນົດ​ໄວ້​ວ່າ ພຣະເຈົ້າຢາເວ​ຈະ​ໃຫ້​ສິ່ງ​ນີ້​ເກີດຂຶ້ນ​ໃນ​ມື້ອື່ນ.”’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka