18 ພວກໝໍມົນໄດ້ພະຍາຍາມໃຊ້ເວດມົນຄາຖາຂອງພວກເຂົາຂັບໄລ່ຮີ້ນໜີໄປ ແຕ່ເຮັດບໍ່ໄດ້. ຮີ້ນຈຶ່ງຕອມຢູ່ເຕັມທົ່ວທຸກບ່ອນ
ໃນຕອນເຊົ້າຂອງມື້ນັ້ນ ເພິ່ນວຸ້ນວາຍໃຈຫລາຍ. ສະນັ້ນ ເພິ່ນຈຶ່ງສັ່ງຄົນໃຫ້ໄປເຊີນໝໍດູ ໝໍມໍ ແລະນັກປາດໃນປະເທດເອຢິບມາ. ກະສັດໄດ້ເລົ່າຄວາມຝັນໃຫ້ຄົນເຫຼົ່ານັ້ນຟັງ ແຕ່ບໍ່ມີຜູ້ໃດສາມາດແກ້ຄວາມຝັນໃຫ້ເພິ່ນໄດ້.
ຊາວເອຢິບເບິ່ງກັນບໍ່ເຫັນ ແລະບໍ່ມີໃຜໄດ້ອອກໄປນອກບ້ານໃນໄລຍະນັ້ນ. ແຕ່ໃນເຂດຂອງຊົນຊາດຊາວອິດສະຣາເອນອາໄສຢູ່ນັ້ນ ໄດ້ມີແສງສະຫວ່າງຕາມປົກກະຕິ.
ຝ່າຍກະສັດຟາໂຣກໍເອີ້ນບັນດານັກປາດ ແລະບັນດາໝໍມົນຂອງຕົນມາ ເພື່ອໃຫ້ພວກເຂົາໃຊ້ກົນເຮັດແບບດຽວກັນ.
ພວກເຂົາໄດ້ຖິ້ມໄມ້ຄ້ອນເທົ້າຂອງພວກເຂົາລົງ ແລະໄມ້ຄ້ອນເທົ້ານັ້ນກໍໄດ້ກາຍເປັນງູ. ແຕ່ງູຂອງອາໂຣນໄດ້ກືນກິນງູຂອງພວກເຂົາ.
ແຕ່ບັນດາໝໍມົນກໍໄດ້ໃຊ້ເວດມົນຄາຖາຂອງພວກເຂົາ ເຮັດໃຫ້ຝູງກົບຂຶ້ນມາເທິງໜ້າດິນໄດ້ເຊັ່ນດຽວກັນ.
ບັນດາໝໍມົນຂອງຊາວເອຢິບບໍ່ສາມາດມາປາກົດຕົວແຂ່ງກັບໂມເຊໄດ້ ເພາະເຂົາເອງກໍເປັນຕຸ່ມຝີຄືກັນກັບຊາວເອຢິບຄົນອື່ນໆ.
ກະສັດແຫ່ງເອຢິບເອີຍ ບັນດາທີ່ປຶກສາຜູ້ຫລັກແຫລມຂອງເຈົ້າໄປໃສໝົດ? ບາງທີພວກເຂົາອາດບອກເຈົ້າໄດ້ວ່າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ມີແຜນການຫຍັງແດ່ຕໍ່ສູ້ເອຢິບກໍໄດ້.
ແລ້ວພວກໝໍທັງໝົດຄື: ໝໍມໍ, ໝໍມົນ, ໝໍຜີ ແລະໝໍໂຫນ ກໍໄດ້ເຂົ້າມາພົບເຮົາ; ເຮົາໄດ້ເລົ່າຄວາມຝັນໃຫ້ພວກເຂົາຮູ້, ແຕ່ພວກເຂົາບໍ່ສາມາດແກ້ໄດ້.
ບັນດາທີ່ປຶກສາປະຈຳກະສັດໄດ້ກ້າວອອກມາຂ້າງໜ້າ, ແຕ່ບໍ່ມີຜູ້ໃດອ່ານຄຳຂຽນ ຫລືບອກຄວາມໝາຍແກ່ກະສັດໄດ້.
ພຣະເຢຊູເຈົ້າກ່າວກັບພວກເພິ່ນວ່າ, “ເຮົາໄດ້ເຫັນມານຊາຕານຕົກລົງຈາກຟ້າ ດັ່ງຟ້າແມບ.