Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 8:16 - ພຣະຄຳພີສັກສິ

16 ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ​ວ່າ, “ຈົ່ງ​ບອກ​ອາໂຣນ​ເອົາ​ໄມ້ຄ້ອນເທົ້າ​ຕີ​ດິນ ແລະ​ຂີ້ຝຸ່ນ​ກໍ​ຈະ​ກາຍເປັນ​ຮີ້ນ​ຢູ່​ທົ່ວ​ໄປ​ໃນ​ປະເທດ​ເອຢິບ.”

Uka jalj uñjjattʼäta Copia luraña




ອົບພະຍົບ 8:16
7 Jak'a apnaqawi uñst'ayäwi  

ພຣະອົງ​ໄດ້​ສັ່ງ​ໃຫ້​ຝູງ​ຮີ້ນ​ແລະ​ຝູງເຫລືອກ​ມາ ມີ​ຈຳນວນ​ມາກມາຍ​ໄຕ່​ຢູ່​ທົ່ວ​ປະເທດ​ຂອງ​ພວກເຂົາ.


ເຮົາ​ສັ່ງ​ເຈົ້າ​ໃຫ້​ປ່ອຍ​ພວກເຂົາ​ໄປ​ນະມັດສະການ​ເຮົາ ແຕ່​ເຈົ້າ​ບໍ່​ຍອມ​ຟັງ​ເຮົາ. ບັດນີ້ ເຮົາ​ຈະ​ຂ້າ​ລູກຊາຍກົກ​ຂອງ​ເຈົ້າ​ຖິ້ມ.”’


ຕໍ່ມາ ໂມເຊ​ກັບ​ອາໂຣນ​ໄດ້​ເຂົ້າ​ໄປ​ພົບ​ກະສັດ​ຟາໂຣ​ແຫ່ງ​ເອຢິບ ແລະ​ກ່າວ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ບອກ​ວ່າ, ‘ຈົ່ງ​ປ່ອຍ​ປະຊາຊົນ​ຂອງເຮົາ​ໄປ​ຍັງ​ຖິ່ນ​ແຫ້ງແລ້ງ​ກັນດານ ເພື່ອ​ພວກເຂົາ​ຈະ​ໄດ້​ຈັດ​ເທດສະການ​ຍ້ອງຍໍ​ຖວາຍ​ກຽດ​ແກ່​ເຮົາ.”’


ເມື່ອ​ກະສັດ​ຟາໂຣ​ເຫັນ​ວ່າ​ຝູງ​ກົບ​ໄດ້​ຕາຍໄປ​ໝົດ​ແລ້ວ ເພິ່ນ​ຈຶ່ງ​ມີ​ໃຈ​ແຂງ​ກະດ້າງ​ດື້ດຶງ​ເໝືອນ​ເດີມ ແລະ​ບໍ່​ຍອມ​ຟັງ​ໂມເຊ ແລະ​ອາໂຣນ​ອີກ​ຕໍ່ໄປ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ທຸກປະການ.


ສະນັ້ນ ອາໂຣນ​ຈຶ່ງ​ເອົາ​ໄມ້ຄ້ອນເທົ້າ​ຕີ​ດິນ ແລະ​ຂີ້ຝຸ່ນ​ດິນ​ກໍ​ກາຍເປັນ​ຮີ້ນ​ຢູ່​ເຕັມ​ທົ່ວ​ໄປ​ໃນ​ປະເທດ​ເອຢິບ. ມັນ​ຕອມ​ຄົນ​ແລະ​ສັດ.


ພວກ​ໝໍມົນ​ໄດ້​ພະຍາຍາມ​ໃຊ້​ເວດມົນ​ຄາຖາ​ຂອງ​ພວກເຂົາ​ຂັບໄລ່​ຮີ້ນ​ໜີໄປ ແຕ່​ເຮັດ​ບໍ່ໄດ້. ຮີ້ນ​ຈຶ່ງ​ຕອມ​ຢູ່​ເຕັມ​ທົ່ວ​ທຸກ​ບ່ອນ


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ບອກ​ໂມເຊ​ວ່າ, “ຈົ່ງ​ບອກ​ອາໂຣນ​ໃຫ້​ເດ່​ໄມ້ຄ້ອນເທົ້າ​ໃສ່​ແມ່ນໍ້າ​ລຳຄອງ ແລະ​ໜອງ​ບຶງ​ທັງຫລາຍ ເພື່ອ​ເຮັດ​ໃຫ້​ຝູງ​ກົບ​ຂຶ້ນ​ມາ​ເຕັມ​ທົ່ວ​ໄປ​ໃນ​ດິນແດນ​ເອຢິບ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka