ອົບພະຍົບ 8:15 - ພຣະຄຳພີສັກສິ15 ເມື່ອກະສັດຟາໂຣເຫັນວ່າຝູງກົບໄດ້ຕາຍໄປໝົດແລ້ວ ເພິ່ນຈຶ່ງມີໃຈແຂງກະດ້າງດື້ດຶງເໝືອນເດີມ ແລະບໍ່ຍອມຟັງໂມເຊ ແລະອາໂຣນອີກຕໍ່ໄປ ຕາມທີ່ພຣະເຈົ້າຢາເວໄດ້ກ່າວໄວ້ທຸກປະການ. Uka jalj uñjjattʼäta |
ພຣະເຈົ້າຢາເວຍັງໄດ້ສັ່ງໂມເຊໄວ້ອີກວ່າ, “ບັດນີ້ ເຈົ້າກຳລັງເດີນທາງກັບຄືນສູ່ປະເທດເອຢິບ ຈົ່ງເຮັດການອັດສະຈັນທຸກຢ່າງໃຫ້ກະສັດຟາໂຣເຫັນແທ້ໆຄື: ເຮັດຕາມຣິດອຳນາດທີ່ເຮົາໄດ້ມອບໃຫ້ເຈົ້ານັ້ນ. ແຕ່ຝ່າຍເຮົາຈະເຮັດໃຫ້ໃຈຂອງກະສັດຟາໂຣແຂງກະດ້າງດື້ດຶງ ແລະບໍ່ຍອມປ່ອຍໃຫ້ປະຊາຊົນໄປ.
ພວກເຂົາຕອບວ່າ, “ຖ້າພວກເຈົ້າຈະສົ່ງຫີບຂອງພຣະເຈົ້າແຫ່ງຊາດອິດສະຣາເອນກັບຄືນໄປ ພວກເຈົ້າຕ້ອງສົ່ງເຄື່ອງຖວາຍໄປພ້ອມ ເພື່ອໃຫ້ເປັນການຊົດໃຊ້ບາບຂອງພວກເຈົ້າ. ຫີບພັນທະສັນຍານີ້ຈະຖືກສົ່ງຄືນໄປໂດຍບໍ່ມີຂອງຖວາຍບໍ່ໄດ້. ດ້ວຍການເຮັດເຊັ່ນນີ້ ພວກເຈົ້າຈຶ່ງຈະຫາຍດີຈາກພະຍາດ ແລະພວກເຈົ້າກໍຈະຮູ້ວ່າ ເປັນຫຍັງພຣະອົງຈຶ່ງຍັງສືບຕໍ່ລົງໂທດພວກເຈົ້າຢູ່.”
ແລະໃຫ້ຊອມເບິ່ງມັນ. ຖ້າກວຽນນີ້ຕົງໄປທີ່ເມືອງເບັດເຊເມດ ກໍໝາຍຄວາມວ່າແມ່ນພຣະເຈົ້າຂອງຊາດອິດສະຣາເອນ ທີ່ໄດ້ສົ່ງຄວາມຈິບຫາຍອັນຮ້າຍແຮງນີ້ມາສູ່ພວກເຮົາ. ຖ້າບໍ່ເປັນເຊັ່ນນັ້ນແລ້ວ ພວກເຮົາກໍຈະຮູ້ໄດ້ວ່າບໍ່ແມ່ນພຣະອົງທີ່ໄດ້ສົ່ງໂຣກລະບາດນີ້ມາ, ແຕ່ມັນເປັນສິ່ງທີ່ໄດ້ເກີດຂຶ້ນແກ່ພວກເຮົາເທົ່ານັ້ນ.”