Biblia Todo Logo
Internet tuqin Biblia

- Anuncios ukanaka -




ອົບພະຍົບ 8:14 - ພຣະຄຳພີສັກສິ

14 ຊາວ​ເອຢິບ​ເອົາ​ກົບ​ຕາຍ​ມາ​ໂຮມ​ໄວ້​ເປັນ​ກອງ​ໃຫຍ່ ອັນ​ເປັນ​ເຫດ​ໃຫ້​ປະເທດ​ເອຢິບ​ເນົ່າເໝັນ​ທົ່ວໄປ.

Uka jalj uñjjattʼäta Copia luraña




ອົບພະຍົບ 8:14
11 Jak'a apnaqawi uñst'ayäwi  

ພວກເຂົາ​ຈຶ່ງ​ເອົາ​ງົວເຖິກ​ທີ່​ນຳ​ມາ​ໃຫ້​ພວກຕົນ​ນັ້ນ​ໄປ​ຈັດແຈ່ງ ແລະ​ພາວັນນາ​ອະທິຖານ​ຫາ​ນາມຊື່​ພະບາອານ​ຈົນເຖິງ​ທ່ຽງ. ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, “ໂອ ພະບາອານ​ເອີຍ ຈົ່ງ​ຕອບ​ພວກ​ຂ້ານ້ອຍ​ດ້ວຍ.” ພວກເຂົາ​ຟ້ອນ​ອ້ອມ​ແທ່ນບູຊາ​ທີ່​ພວກເຂົາ​ກໍ່​ຂຶ້ນ​ນັ້ນ ແຕ່​ບໍ່ມີ​ສຽງ​ຕອບ​ໃດໆ​ເລີຍ.


ພວກເຂົາ​ໄດ້​ເຮັດ​ດັ່ງນີ້​ໄປ​ຈົນເຖິງ​ເວລາ​ຖວາຍບູຊາ​ຕອນແລງ, ແຕ່​ບໍ່ມີ​ຄຳຕອບ​ແລະ​ບໍ່ມີ​ສຽງ​ໃດໆ​ເລີຍ.


ຝູງ​ປາ​ໃນ​ແມ່ນໍ້າ​ຕາຍ​ໝົດ ແລະ​ນໍ້າ​ກໍ​ເນົ່າເໝັນ ຈົນ​ຊາວ​ເອຢິບ​ດື່ມ​ນໍ້າ​ໃນ​ແມ່ນໍ້າ​ບໍ່ໄດ້ ເພາະວ່າ​ມີ​ເລືອດ​ທົ່ວ​ໄປ​ໃນ​ປະເທດ​ເອຢິບ.


ພຣະເຈົ້າຢາເວ​ໄດ້​ເຮັດ​ຕາມ​ຄຳ​ພາວັນນາ​ອະທິຖານ​ຂອງ​ໂມເຊ ແລະ​ຝູງ​ກົບ​ທີ່​ຢູ່​ໃນ​ເຮືອນ, ໃນ​ເດີ່ນ​ບ້ານ ແລະ​ໃນ​ທົ່ງນາ​ກໍ​ຕາຍໄປ​ຈົນ​ໝົດ​ສິ້ນ.


ເມື່ອ​ກະສັດ​ຟາໂຣ​ເຫັນ​ວ່າ​ຝູງ​ກົບ​ໄດ້​ຕາຍໄປ​ໝົດ​ແລ້ວ ເພິ່ນ​ຈຶ່ງ​ມີ​ໃຈ​ແຂງ​ກະດ້າງ​ດື້ດຶງ​ເໝືອນ​ເດີມ ແລະ​ບໍ່​ຍອມ​ຟັງ​ໂມເຊ ແລະ​ອາໂຣນ​ອີກ​ຕໍ່ໄປ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ທຸກປະການ.


ແລ້ວ​ພຣະເຈົ້າຢາເວ​ກໍ​ໃຊ້​ຝູງເຫລືອກ​ອັນ​ມະຫາສານ ເຂົ້າ​ໄປ​ໃນ​ວັງ​ຂອງ​ກະສັດ​ຟາໂຣ​ພ້ອມ​ທັງ​ທີ່ພັກ​ຂອງ​ພວກ​ຂ້າຣາຊການ. ທົ່ວ​ປະເທດ​ເອຢິບ​ໄດ້​ຮັບ​ຜົນ​ເສຍຫາຍ​ຍ້ອນ​ຝູງເຫລືອກ​ນີ້.


ບັນດາ​ໝໍມົນ​ຂອງ​ຊາວ​ເອຢິບ​ບໍ່​ສາມາດ​ມາ​ປາກົດ​ຕົວ​ແຂ່ງ​ກັບ​ໂມເຊ​ໄດ້ ເພາະ​ເຂົາ​ເອງ​ກໍ​ເປັນ​ຕຸ່ມຝີ​ຄື​ກັນ​ກັບ​ຊາວ​ເອຢິບ​ຄົນອື່ນໆ.


ບັນດາ​ຜູ້ນຳ​ໃນ​ເມືອງ​ໂຊອານ​ປ່ວງບ້າ ຄົນສະຫລາດ​ທີ່ສຸດ​ໃນ​ເອຢິບ​ໃຫ້​ຄຳເຫັນ​ອັນ​ໂງ່ຈ້າ ພວກເຂົາ​ກ້າ​ບອກ​ກະສັດ​ໄດ້​ຢ່າງໃດ​ວ່າ ພວກຕົນ​ເປັນ​ຜູ້​ສືບແທນ​ນັກຮຽນ​ຮູ້​ໃນ​ສະໄໝ​ບູຮານ​ແລະ​ບັນດາ​ກະສັດ?


ພຣະເຈົ້າຢາເວ​ໂກດຮ້າຍ​ຊົນຊາດ​ທັງໝົດ ແລະ​ກອງທັບ​ທັງຫລາຍ​ຂອງ​ພວກເຂົາ. ພຣະອົງ​ລົງໂທດ​ພວກເຂົາ​ໃຫ້​ໄປ​ສູ່​ຄວາມ​ຈິບຫາຍ.


“ໃນ​ວັນ​ນັ້ນ ເຮົາ​ຈະ​ໃຫ້​ທີ່ດິນ​ຝັງສົບ​ບ່ອນ​ໜຶ່ງ​ໃນ​ອິດສະຣາເອນ​ແກ່​ໂກກ ໃນ​ຮ່ອມພູ​ຂອງ​ພວກ​ຜູ້​ເດີນທາງ ຊຶ່ງ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ທະເລຕາຍ. ໂກກ​ກັບ​ກອງທັບ​ທັງໝົດ​ຂອງຕົນ​ຈະ​ຖືກ​ຝັງ​ຢູ່​ທີ່​ນັ້ນ ແລະ​ຮ່ອມພູ​ນັ້ນ​ຈະ​ມີ​ຊື່​ວ່າ, ‘ຮ່ອມພູ​ກອງທັບ​ໂກກ.’


ເຮົາ​ຈະ​ໄລ່​ກອງທັບ​ຕັກແຕນ​ມາ​ແຕ່​ເໜືອ​ໜີໄປ ຍ້າຍ​ມັນ​ບາງ​ຝູງ​ໄປ​ທີ່​ຖິ່ນ​ແຫ້ງແລ້ງ​ກັນດານ​ພຸ້ນ. ສ່ວນ​ກອງໜ້າ​ຂອງມັນ​ນັ້ນ ຈະ​ຖືກ​ໄລ່​ໄປ​ສູ່​ທະເລຕາຍ ຝ່າຍ​ກອງຫລັງ​ຈະ​ໄປ​ຕົກ​ທະເລ​ເມດີແຕຣາເນ​ພຸ້ນ. ຊາກສົບ​ຂອງມັນ​ຈະ​ເໝັນເນົ່າ​ທົ່ວໄປ ເຮົາ​ຈະ​ທຳລາຍ​ຍ້ອນ​ທຸກສິ່ງ​ທີ່​ມັນ​ໄດ້​ກະທຳ​ແກ່​ເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka